ປະເທດຊາດຂອງເຮົາຈະຈະເລີນຮຸ່ງໃສ ຖ້າຫາກໄດ້ຄົນມີໃຈຊື່ກົງ ຊົງດ້ວຍເດດຄວາມຮູ້ພ້ອມ ລ້ອມດ້ວຍຄຸນນະທຳ ຊ້ຳບໍ່ໜຳ ມີຄວາມສາມາດສະຫລາດສີສ່ອງໃສ ໃຫ້ເຮົາຈະເລີນກ້າວຢ່າງແນ່ນອນ
ຮັກກັນດີກວ່າຊັງກັນ
ຄວາມຮັກກຳເນີດຂຶ້ນ ຊຶມຊາບມະໂນໃນ ມີໃຜຫຼົບໜີຮັກ ຫລີກລຽງມັນໄດ້ ແມ່ນແຕ່ເສືອສິງຮ້າຍ ໃນດົງພົງປ່າ ກໍ່ຍັງມີພວກພ້ອງ ໂຮມຫຸ້ມກຸ່ມດຽວ ຮັກກັນປະໂຫຍດລ້ຳ ຫາໃດຊ້ຳປຸນປານບໍ່ມີແລ້ວ ເພາະເມື່ອມີຄວາມຮັກ ຊ່ວຍຊູຫລາຍດ້ານ ປະສານປະສົມເຂົ້າ ບັນເທົາຄວາມໝອງໝົ່ນ ຊົດຊ້ວຍຊູຊອກຄົ້ນ ຊີວາລ້ຽງລລໍ່າດູ ຮັກກັນສັນຕິພາບເພີ່ມ ທຸກຄົນໄຝ່ຝັນເຖິງ ດຸດອາພອນແພໄໝ ໃໝ່ງາມປະດັບເນື້ອ ຊຸມເສິກເໜືອເສືອໃຕ້ ແນວໃດບໍ່ມາມໍ່ ຍ້ອນວ່າເຮົາຮ່ວມສ້າງ ເອົາໄວ້ສິ່ງດີ ຍາມເມື່ອມໍລະນະມິ້ງມ້ຽນ ຈໍລະຈາກດັບຂັນ ກໍຍັງມີຄົນຈາ ຈົ່ມຫາຫອມຕູ້ມ ຊຸມເພື່ອນແພງພົງເຊື້ອ ເຄືອສາຍຄະນິງຮອດ ຄວາມຮັກຄົງທ່ຽງໝັ້ນ ຕາຍແລ້ວຮັກບໍ່ຕາຍ ດັ່ງນັ້ນຄວນທີ່ຮັກຫໍ່ຫຸ້ມ ຕູ້ມຕ່ອມຖະໜອມຮັກ ໝັ້ນໜຽວແຂງຄືເຫລັກ ບໍ່ຈືດຈາງຈົມພື້ນ ຊ່ວຍເຊີດຊູຊົງຊວ້ານ ບໍ່ແປປວນມ້າງມຸ່ນ ບຸນຄຸນຄວາມຮັກນີ້ ຄຳແກ້ວກໍບໍ່ປານ ດອກນາ ພອນຈາກໃຈສິດ ແລເຫັນສຸລິເຍດຍ້າຍ ກໍ້າຝ່າຍບົວລະພາ ພຸ້ນເຍີ ແມ້ງເມື່ອເມໂຄໄຫຼ ຜ່ານທິນຍາມເຊົ້າ ຕາມປ່າເຂົາແລະເມືອງບ້ານ ມາລາບານເຮືອງເຮື່ອ ເມື່ອວາຍູມາຍວກຍູ້ ຄັນໂທກົ້ວທົ່ວນະຄອນ ເໝືອນວ່າມັນຢາກຮັບຕ້ອນ ວັນລະລຶກເຈັດຕຸລາ ໝູນວຽນມາບັນຈົບ ຄົບຂວບປີເດືອນຖ້າ ໃຫ້ມີໄຊເຊັງກ້າ ຊຸມຄູລາວທຸກທ້ອງຖິ່ນ ຍິນດີຍໍມອບໃຫ້ ຖວາຍນ້ອມແດ່ຄູ ຫັ້ນແລ້ວ ເຈັດຕຸລາເອກອ້າງ ບັນທຶກໃສ່ໃນປະຫວັດ ເຈັດຕຸລາງາມສົດໃສ ແຈ່ມພະຈັນເພັງແຈ້ງ ເຈັດຕຸລາແພງຄືແກ້ວ ມະນີນິນດວງເນດ ເຈັດຕຸລາເປັນຂອດໝັ້ນ ສຳຄັນແທ້ລຶບບໍ່ສູນ ໄດ້ແລ້ວ ເຈັດຕຸລາບົ່ງບອກແຈ້ງ ກຽດສະຫງ່າຄູລາວ ຜູ້ທີ່ແຍງເຍືອງທາງ ໃຫ້ສິດຕາໃສແຈ້ງ ຄູຄືແສງທຽນໄຕ້ ໄຟເຍືອງດວງປະທີບ ເຮົາແລ້ວ ເວັນ ຄືນ ບໍ່ຢູ່ລ້າ ເພື່ອຫຼານຫຼ້າເມື່ອຍກໍທົນ ແທ້ແລ້ວ ດັ່ງນັ້ນສິດຂໍຮຽງຮວດຮ້ອຍ ແທນຊໍ່ມາລາຫອມ ຍົກຍື່ນຍໍຖວາຍຄູ ຜ່ານບົດກະວີນີ້ ຄັນຊິເອົາອາພອນຜ້າ ຫຼືເງິນຄຳມາຍໍຍື່ນ ສິ່ງອື່ນນອກລື່ນເຫຼືອກວ່ານີ້ ຄົງບໍ່ກ້າເກິ່ງຄຸນ ຄູແລ້ວ ອັນວ່າຄວາມທຸກຮ້ອນ ໃຫ້ຈຳຈາກຈອນໜີ ຄູທ້ອນ ງາມຄ່າຄຸນຄວາມດີ ທີ່ທ່ານຊົງມີໄວ້ ຂໍໃຫ້ມາສະໜອງຄ້ຳ ຄ້ຳຊູຊວ້ານຊ່ວຍໃຫ້ຄູລ້ຳຄູລວຍ ທັງປັນຍາກໍສ້ຽມ ທຽມເຈົ້າແມ່ນບໍ່ມີອີກແລ້ວ ພອນກະວີບົດນີ້ ໃຫ້ທຸກທ່ານຄູອາຈານ ປຸນປຽບພວງມາໄລຫອມ ມອບສົ່ງພອນແຖມທ້າຍ ຂໍໃຫ້ຄູສຳລານເລື້ອຍ ຢ່າມີຍາມເອົ້າອັ່ງ ສິ່ງໃດຫວັງຄາດໄວ້ ໃຫ້ຄູໄດ້ດັ່ງປະສົງ ນັ້ນທ້ອນ ຈັງວ່າໃນວັນນີ້ ສິດນ້ອມສົ່ງພອນໄຊ ອີກເທືອນໜຶ່ງຂໍໃຫ້ຄູສຸກສົມ ທຸກທ່ານອົງສະເໝີຜ້ຽງ ຄູຈົ່ງທົງສະຖຽນໝັັ້ນ ຈິດຫັນສາຊ້ອຍຊື່ນ ແສນໝື່ນວັນບໍ່ຮູ້ເສົ້າ ຜອງເທົ້າຊົ່ວນິລັນ ພຸ້ນທ້ອນ ງາມຍ້ອນແຕ່ງ ໄກ່ທີ່ມີປີກເຫຼື້ອມ ຂົນລຽບຫາງຍາວ ງາມເດັ່ນແວວວາວສີ ແຕ້ງລາຍຊອນຊ້ອນ ຍ້ອນຂົນແປງຊົງໄວ້ ຄວາມງາມເລີຍເດັ່ນ ຂົນໄກ່ເປັນເຄື່ອງເອ້ ງາມໄດ້ດັ່ງໝາຍ ຄົນແຕ່ງກາຍໃສ່ເສື້ອ ໂຕໃໝ່ແຊມສີ ງາມຄົນມີຜືນແພ ໄກ່ງາມຂົນຊ້ອນ ຍ້ອນມີແຫວນມີສ້ອຍ ຄວາມງາມສາຍອອກ ແຕ່ງນອກໂດຍເຄື່ອງເອ້ ດີລ້ວນຄ່າຄຳ ແຕ່ງຜິວໂດຍເຄື່ອງແປ້ງ ເສີມໃສ່ສີໃສ ກາຍສ່ອງງາມປານອິນ ແຕ່ງຂຽນເຄີຍເວົ້າ ແຕ່ງຕື່ມໃຈເຮົາໃຫ້ ຄວາມງາມເກີນໄກ່ ໃຈແຕ່ງເຕີມເດັ່ນໄດ້ ງາມຊ້ອນເຊື່ອງໃນ ແຕ່ງກາຍງາມນອກແຈ້ງ ໃຈແຕ່ງງາມໃນ ໃຫ້ມີງາມທາງໃຈ ທ່ານທຳເອງໄດ້ ງາມນິ້ວມືງາມຍ້ອນ ງາມຜົນຂອງວຽກ ດີເດັ່ນເຕີມແຕ່ງແຕ້ມ ຄົນໃຫ້ໂດ່ງດັ່ງ ຄືດັ່ງດວງດອກດົ້ວ ມີກີບສີໃສ ດວງໃດມີຄວາມຫອມ ຄ່າສູງເສີມຊ້ອນ ບຸບຜາມີສີເອ້ ຫລາຍສີດູອາດ ຜາກົດເຫັນຮູບແຈ້ງ ງາມໄດ້ຈາກຕາ ທັງດອກງາມກີບກ້ານ ໃນນອກສົມບູນ ງາມດອກທັງຫອມຫວນ ເດັ່ນຄວນຍໍຍ້ອງ ທັງກິ່ນທັງສີພ້ອມ ເກີນພໍພາເດັ່ນ ຫອມກັບງາມຄູຂ້າງ ກາຍພ້ອມພໍ່າໃຈ ແທ້ແລ້ວ ຄົນບໍ່ອົດທົນ ຄົນບໍ່ອົດຄືດັ່ງໄມ້ ຫັກແລ່ງທາງກາງ ຈີກຈ່າງລົງຈຳດິນ ຍາກຊິເງີຍໂງຟື້ນ ພາຍຸຝົນຜະຫລຽງທື້ນ ໂທມແຮງຫັກລ່າວ ລົ້ມທ່າວຕາຍບໍ່ຂຶ້ນ ບໍ່ຄືນໄດ້ດັ່ງເດີມ ຄົນບໍ່ອົດຄືດັ່ງມ້າ ເດີນແລ່ນຊຳແສະ ແສ້ໜໍ່າລົງຮຸນແຮງ ພັດແຮງເຊຊຳຊ້າ ປະປ່ອຍສັກສີຖິ້ນ ເສຍເຊິງນັກເລງແລ່ນ ເຈົ້າຂອງບັກແບ່ນຄ້ອນ ຊ້ອນແສ້ມໃສ່ບໍ່ເຊົາ ຄົນບໍ່ອົດຄືດັ່ງພ້າ ຄົມບ່ານບໍ່ເປັນຢາ ກ້ານກັ່ນຫັກຄາຄຸງ ແຂ່ວຈົນຈຳດ້າມ ເຂົາບໍ່ຖາມເອົາໃຊ້ ໃຜເຫັນເປັນຕາເບື່ອ ເຫຼືອເປັນເຫລັກເສດຖິ້ມ ສະໝິມໝ້ຽງມ່ວນຢາກຊີມ ຄົນບໍ່ອົດຄືດັ່ງເຊື້ອ ສັດຊື່ນາມແມວ ແມວໆຍາມມັນຫິວ ຊອກສະແຫວງປາຢ້າງ ລາງເທື່ອວາງສະກັດລີ້ ແຈເຮືອນພົກຈອບ ຄຸບໄດ້ໜູສວາບແລ້ວ ມັນຍັງຮ້ອງແສນຊິຕ້ອງເພິ່ນບໍ່ຕີງ ຄົນບໍ່ທົນຄືດັ່ງແກ້ວ ມະນີຢູ່ໃນຕົມ ອົມແຕ່ຄວາມຄາວເໝັນ ສາບກຸຍສະເອືອນເອົ້າ ເຂົາບໍ່ເອົາມາລ້າງ ຜັດສີກໍ່ດາຍເປົ່າ ເມົາແຕ່ຝັງຢູ່ເຝົ້າ ເນົາພື້ນແຜ່ນບໍ່ເຮືອງ ແທ້ແລ້ວ ອັນຕະລາຍໄພສັງຄົມ ໄພສັງຄົມຍຸກນີ້ ມີຫຼາກຫຼາຍປະການ ໃນນັ້ນແສນກັນດານ ແມ່ນໄພສິນຈ້າງ ໄພນີ້ພາເພມ້າງ ນິຕິທຳທຸກຢ່າງ ກົດໝາຍວາງອອກແລ້ວ ເປັນເຈ້ຍເສດເຫຼືອ ຖືກທຸບເຖືອຍິກຍັ້ນ ຍີຍໍ່າທຳລາຍ ເຮັດໃຫ້ກາຍເປັນໝັນ ຂາດຄວາມເຄັມກ້າ ຫລາຍຄະດີຄາຄ້າງ ກາງຄັນອ່າງຍ່າງ ບາງເທື່ອຍັງຕ່າວປີ້ນ ດຳແຫຼ້ພັດວ່າຂາວ ມັນເຖິງຄາວຕ່າວຕ້ານ ໄພໃໝ່ຕົວຍົງ ຈົ່ງພ້ອມພາກັນເຜີຍ ພິດໄພສິນຈ້າງ ຊອກຫາໂຕການສ້າງ ສິນບົນອຸບາດ ແລ້ວປະກາດປ່າວໂປ້ງ ປະຈານໜ້າຕໍ່ສານ ອີກປະການໜຶ່ງນັ້ນ ຜູ້ຮັບສິນບົນ ກໍ່ແມ່ນຄົນໂລເລ ຊົ່ວຊາມນາມຮ້າຍ ກົດໝາຍລາວລະບຸໄວ້ ໃຫ້ທຳການລົງໂທດ ທັງຜູ້ຮັບແລະຜູ້ໃຫ້ ສິນຈ້າງພິດໄພ ມັນຈຳເປັນຕ້ອງໄດ້ ລົງໂທດທັງສອງ ສົມດັ່ງຄວາມຄອຍຄອງ ທົ່ວປະຊາຊາວບ້ານ ເຮັດໃຫ້ຝູງໂຈນຢ້ານ ຢຸດເຊົາຈອບອ່ອຍ ເຊົາສຳອອຍຊື້ຈ້າງ ເມືອງບ້ານຈິ່ງຈະເລີນ ລາວຈຶ່ງເດີນດຸ່ງດັ້ນ ຖືກຮ່ອມທາງໝາຍ ຈຶ່ງສະສາຍສາງສີ ເດັ່ນຄືຈັນແຈ້ງ ຈຶ່ງບໍ່ມີບົກແຫ້ງ ຈິດໃຈຮັກຊາດ ຈຶ່ງສາມາດກອບກູ້ ຊູຊວ້ານຊື່ລາວ ແທ້ແລ້ວ ວ່າຍາກສອນຍາກ ຄົນຜູ້ວ່າຍາກນັ້ນ ຄືດັ່ງຟັນຫີນ ບ້ຽວບິ່ນເສຍຄົມຂວານ ອອກແຮງສະດຸດຕ້ອງ ແຂນທັງສອງຕຳຕຶ້ງ ພໍປານດູກຊິແຕກ ຍາກກວ່າພ້າຜ່າໄມ້ ຂະຍູງແຕ້ດູ່ແດງ ຄົນຜູ້ວ່າຍາກນັ້ນ ມັນຍາກເຫຼືອຫຼາຍ ຮ້າຍກວ່າເຍິງຍໍຄົກ ຂະໜາດສອງສາມອູ້ມ ກຸມຊຸກຊູໂຊມຂຶ້ນ ຜາສູງສຸດຍອດ ແນມໄປຊັນທີ້ລີ້ ບໍ່ມີມົ້ມມັບຕາຍ ແນ່ແລ້ວ ຄົນເວົ້າຍາກປຽບໄດ້ ສະເໝີດັ່ງນອນໜາມ ປັກສຽວຕາມໂຕເຈັບ ທັ່ງແທງນູມເນື້ອ ຫລາຍເທື່ອທີ່ສຸມຊ້ອນ ສຳມະນາສອນບອກ ອອກນອນກັບປອກປີ້ນ ຂີນຂ້ອງບໍ່ກະທຳ ນັ່ງເຮັດໜ້າຊໍ່າງໍ້າ ບໍ່ຈຳຈື່ຄຳສອນ ເອົາແຕ່ເນົນອນເວັນ ຄໍ່າມາພັດງົມງ້ວງ ບໍ່ຫ່ວງ ໂວຫານເວົ້າ ຫາກມຶນທືນຄືເກົ່າ ຕິຫລາຍເຮັດເຄົ້າເມົ້າ ເສືອເຖົ້າບໍ່ສະເທືອນ ແທ້ໄດ໋ ເຕືອນຫຼາຍສຶກຊາກຮ້າຍ ຕຶ່ງຕັ່ງຕືງຕາງ ທັງມືທັນແນວໃດ ກໍທຸບຕີແນວນັ້ນ ຄັນແມ່ນຕີນເຕາະຕ້ອງ ຕຳຫຍັງເຕະຕື່ມ ປື້ມເບັ່ງບັກແບ່ນໜ້າ ຈາທ້າດ່າຜູ້ເຕືອນ ຄັນແມ່ນເຮືອນພີ່ນ້ອງ ພົງເຜົ່າພັນສະຫາຍ ອ້າຍພີ່ຊຸມຊາຍສາວ ບ່າວຄະນອງນາມນ້ອງ ຮ້ອງມ່ວນພານພາກ້ອຍ ກິນກັນເກີນແຊບ ເພິ່ນກໍປັບແປັບເຂົ້າ ແປະໃກ້ແກ່ມທຸກແນວ ກິນແລ້ວຄານໂກ່ງໂກ້ຍ ໂຖກຖີຖ່ອຍຖອຍໜີ ມີສຸລາຖາມແຖມ ຊອບຊຸມແຊວຈຸ້ມ ເປັນກຸ່ມລຸມລິນເຫຼົ້າ ເມົາຍັງຢາຍແຈກ ບໍ່ມີຍາມແຍກຍ້າຍ ສະບາຍແກ້ມໄກ່ແກມ ແມ່ມາວ່າລຸກທ້ອນ ເມື່ອຮໍ່າຮຽນໜັງສື ລູກເອີຍ ເພີ່ນກໍພືພຶ່ງຄໍ ແກ່ວງຫົວຫຶນຮ້າຍ ວາງທ່າໂວຍວາຍທ້າ ວາຈາຈົງຕອບ ບອກວ່າຢ່າຊຸເອີ້ນ ເກີນວ່າຊັງແທ້ໆເຊີນແມ້ອີ່ແມ່ເມືອ ວ່າເດ ຄຳສອນຂອງແມ່ ນັບວ່າເປັນໂຊກແທ້ ມີແມ່ຄອຍຮັກ ຫວັງໃຫ້ຄຳແພງຂວັນ ຮໍ່າຮຽນໄກກ້າວ ຕັ້ງແຕ່ຍັງເຍົານ້ອຍ ດູແລໃຫ້ລູກໃຫຍ່ ທຸກປານໃດແມ່ຂ້ອຍ ພຽນລ້ຽງລູກແພງ ແມ່ເຄີຍສອນລູກໃຫ້ ຮູ້ແຫ່ງຄຸນຄົນ ເຖົ້າແກ່ລຸງອາວອາ ຍ່າຍາຍທັງປ້າ ຄູອາຈານສອນຊີ້ ວິຊາດີຍອດຍິ່ງ ກະຕັນຍູຕອບໃຫ້ ຄຸນແກ້ວຄູ່ຄົນ ແມ້ວ່າຄູປຽບດ້ວຍ ຄືແມ່ທີ່ສອງ ຮອງຈາກມານດາຕົນ ແມ່ນຄູຄຸນລົ້ນ ເພາເພິ່ນນຳຄວາມຮູ້ ຊູເຮົາໃສສ່ອງ ພົ້ນຈາກຄວາມໂງ່ຈ່າ ຕົນເຈົ້າຈຶ່ງຜ່ອງໃສ ລູກຍັງຈຳຈື່ໄດ້ ຄຳແມ່ເຕືອນສອນ ຍັງຮໍ່າຮຽນໃນໃຈ ບໍ່ລືມລົງໄດ້ ນອກຈາກມານດາໃຫ້ ຊີວາລູກໃຫຍ່ ຄູກໍ່ສອນສັ່ງຊີ້ ເຮົາໃຫ້ສ່ອງໃສ ອວຍພອນຄູ ເຈັດຕຸລາເລີດລ້ຳ ວັນປະເສີດຄຸນຄູ ເປັນວັນຫວນຈາລຶກ ຄ່າຄຸນຄູໄວ້ ຄູປຽບເໝືອນແສງທຽນໄຕ້ ເຍືອງທາງໃຫ້ສິດທ່ອງ ດັບຄວາມມືດບອດໃບ້ ອະວິດຊາເປົ່າປູ້ ໃຫ້ສິດຮູ້ຮ່ອມວິຊາ. ຄຸນຄູຄູນຄ່າເລີດ ປະເສີດສົ່ງສູງສັກ ປຽບຂຸນເຂົາພະນາດອນ ແມ່ນະທີສະມຸດກ້ວາງ ກັບທັງດວງດາວເຫຼື້ອມ ແວວວາວໃສສ່ອງ ປຽບດັ່ງດວງຈັນ ອາທິດພ້ອມ ຜູ້ເຍືອງແສງສ່ອງສິ້ງ ເຍືອງທາງຄົນໃຫ້ຮຸ່ງແຈ້ງ ແປງທາງຄົນໃຫ້ໄຕ່ເຕົ້າ ເຖິງຫ້ອງປ່ອງວິຊາ. ຄູປຽບເໝືອນຜູ້ສ້າງ ວິຊາຊີບເມືອງມະນຸດ ເຮົານີ້ ຄົນເປັນໝໍ ເປັນທະຫານ ເປັນຕຳຫຼວດ ຫຼື ນາຍບ້ານ,ນາຍຊ່າງ ວິຊະວະກອນ ທັງຜູ້ນຳແນວໜ້າ ໃນສັງຄົມ ໃນປະເທດ ລ້ວນແຕ່ເຄີຍຜ່ານຫ້ອງ ຮຽນຮູ້ຈາກຄູ ຫັ້ນແລ້ວ. ຄູປຽບເໝືອນແສງໄຟ ສ່ອງທາງຂອງຊີວິດ ຊ່ວຍຊີ້ທິດ ຊ່ວຍພາທາງ,ຊ່ວຍສ້າງສັນ ໃຫ້ຄວາມຮັກ,ໃຫ້ຄວາມຮູ້ ສູ່ຊີວັນ ໃຫ້ສິດນັ້ນຈຳໝັ້ນ ກະຕັນຍູຮູ້ແທນຄຸນ ສະນັ້ນ, ພໍເມື່ອເຖິງຂວບຂັ້ນ ວັນປະເສີດຂອງຄູ ສິດຂໍຍໍມືນົບ ຫວ່າງສຽນສະເໝີຄິ້ວ ເອັງຊູລີວັນທາໄຫວ້ ຄຸນຄູຜູ້ສອນສັ່ງ ໃຫ້ສິດຕາສະວ່າງແຈ້ງ ຮຽນຮູ້ສາດຕະສິນ. ຂໍໃຫ້ຄູລື່ນລົ້ນ ລາບຍົດສັນລະເສີນ ອາຍຸຍືນຍາວນານ ຂວບວັດສາເຖິງຮ້ອຍ ເປັນແວ່ນແຍງໃຫ້ສິດຮູ້ ເຍືອງທາງທຽວໄຕ່ ເປັນຮົ່ມໂພຮົ່ມໄຮ ສ້າງສິດດີໃຫ້ເດັ່ນກ້າວ ພັດທະນາລາວໃຫ້ເດັ່ນໄດ້ ຈະເລີນແທ້ລື່ນຫລັງ ຊອບແລ້ວ. |