ໃນກາລະຄັ້ງໜຶ່ງນານມາແລ້ວຢູ່ທີ່ນະໝູ່ບ້ານແຫ່ງໜຶ່ງຊື່ ປາຈີນວະນະມັດຊະຄາມ ແຫ່ງເມືອງມິຖີລາແຄວ້ນວິເທຫະ ມີເສດຖີທີ່ມີຊື່ວ່າສີຣິວັດທະນະກະ ແລະ ມີພັນລະຍາ ຊື່ ສຸມະນະເທວີ ທັງສອງມີລູກຊາຍຄົນໜຶ່ງຊື່ວ່າ ມະໂຫສົດ ທີ່ໄດ້ຊື່ນີ້ກໍເພາະວ່າເວລາຄອດອອກມານັ້ນມະໂຫສົດກຳຢາອອກມານຳແລ້ວ ສົ່ງໃຫ້ມານດາເພື່ອແຈກໃຫ້ຄົນທີ່ເຈັບໄຂ້ໄດ້ພະຍາດຕ່າງໆທຸກຊະນິດ ເຮັດໃຫ້ຝູງຊົນຕ່າງກໍຫາຍດີຈາກໂຣກຕ່າງໆທີ່ຕົນມີຢູ່. ຂະນະທີ່ມະໂຫສົດເກີດນັ້ນພະເຈົ້າວິເທຫະຣາດຊຶ່ງເປັນກະສັດຊົງພະສຸບິນນິມິດປະຫລາດ ແລ້ວນັກປາດຕ່າງກໍພາກັນທຳນາຍວ່າຈະມີນັກປາດຄົນໃໝ່ທີ່ຫາໃຜມາສະເໝີເໝືອນບໍ່ໄດ້ກຳເນີດຂຶ້ນມາ. ເມື່ອມະໂຫສົດອາຍຸໄດ້ 7ຂວບ ໄດ້ອອກແບບສາຣາຫລັງໃຫຍ່ໄວ້ກາງໝູ່ບ້ານມີລັກ ສະນະແຕກຕ່າງສາຣາທົ່ວໄປແບ່ງເປັນຫ້ອງໆສຳລັບຄົນຍາກຈົນ, ນັກບວດ, ພໍ່ຄ້າ, ແລະຄົນເດີນທາງ ຍິງອານາຖາເກີດລູກ, ອີກຍັງມີສະໜາມກິລາ ແລະ ບ່ອນປະຊຸມ ມະໂຫສົດຍັງອອກແບບສະນໍ້າສຳລັບຄົນພັກອາໄສໄດ້ລົງອາບ. ສ່ວນພະເຈົ້າວິເທຫະຣາດຊົງສົ່ງອຳມາດສີ່ຄົນຊອກຫານັກປາດຕາມທີ່ຕົນໄດ້ສຸບິນນິມິດ. ອຳມາດຄົນໜຶ່ງໄດ້ໄປທີ່ສາລາ ທີມະໂຫສົດອອກແບບໄວ້ຈິ່ງໄດ້ຮູ້ວ່ານັກປາດຄົນນັ້ນຄືມະໂຫສົດກຸມມານ ແລ້ວຈິ່ງໄປກາບທູນພະເຈົ້າວິເທຫະຣາດ, ພະເຈົ້າວິເທຫະຣາດຈິ່ງສັ່ງໃຫ້ສັງເກດການເບິ່ງກ່ອນ. ອຳມາດຕັ້ງໃຈສັງເກດການເບິ່ງ ຈິ່ງໄດ້ເຫັນການແກ້ບັນຫາຫລາຍເລື່ອງດ້ວຍປັນຍາຂອງມະໂຫສົດກຸມມານ ຈິ່ງແນ່ໃຈວ່າເປັນນັກປາດແນ່ນອນຕົວຢ່າງເຊັ່ນເລື່ອງ: ງົວ ມີຊາຍຄົນໜຶ່ງຊື້ງົວມາຈາກບ້ານນອກ ພໍເດີນທາງມາຮອດລະຫວ່າງທາງຈິ່ງພັກຜ່ອນຢູ່ກ້ອງຮົ່ມໄມ້ແຫ່ງໜຶ່ງແລ້ວເຊືອບລັບໄປ, ເມືອຕື່ນຂຶ້ນມາບໍ່ເຫັນງົວຂອງຕົນຈິ່ງໄດ້ແລ່ນໄລ່ຕາມຫາ ຈົນມາເຫັນໂຈນຄົນໜຶ່ງກຳລັງຈູງງົວຂອງຕົນຍ່າງໄປ ແຕ່ໂຈນກໍອ້າງວ່າເປັນຂອງຕົນຖຽງກັນໄປຖຽງກັນມາ ຈົນມາເຖິງສາລາຂອງມະໂຫສົດ. ມະໂຫສົດຈິ່ງຕັດສິນດ້ວຍການຖາມຊາຍທັງສອງວ່າໃຫ້ງົວກິນຫຍັງເປັນຄັ້ງສຸດທ້າຍໂຈນຕອບວ່າໃຫ້ກິນແປ້ງປົນກັບງາ ແລະ ເຂົ້າໜົມ ສົດຕ່າງຕ່າງ ສ່ວນອີກຄົນໜຶ່ງໃຫ້ກິນຫຍ້າຢ່າງດຽວ, ມະໂຫສົດຈິ່ງໃຊ້ໃຫ້ຄົນໄປຫາໃບປະຍົງ ມາເຮັດຢາແລ້ວໃຫ້ງົວກິນປາກົດວ່າງົວຮາກອອກມາເປັນຫຍ້າຄວາມຈິງ ຈິ່ງປາກົດ. ມະໂຫສົດໄດ້ແກ້ບັນຫາເລື່ອງຍາດລູກ, ຢູ່ມາວັນໜຶ່ງຍິງຄົນໜຶ່ງກຳລັງລົງອາບນ້ຳ ແລະ ກໍໄດ້ວາງລູກຂອງຕົນໄວ້ແຄມແມ່ນ້ຳ ຂະນະນັ້ນນາງຍັກສິນິໂຕໜຶ່ງໄດ້ຈຳແລງແປງເພດເປັນຍິງມາຂໍອູ້ມເອົາເດັກແລ້ວກໍຍ່າງລົບຫນີໄປ ແມ່ຂອງເດັກຈິ່ງແລ່ນຕາມ ເກີດໂຕ້ຖຽງກັນມາເຖິງສາລາຂອງມະໂຫສົດ. ມະໂຫສົດຈິ່ງຂີດເສັ້ນລົງ ໃສ່ໜ້າດິນແລ້ວວາງເດັກລົງຂວາງເສັ້ນ ຈາກນັ້ນໃຫ້ ນາງຍັກສິນິຈັບມືເດັກສ່ວນແມ່ຈັບຂາເດັກແລ້ວໃຫ້ດຶງ ຖ້າໃຜຍາດແຍ່ງໄດ້ກໍເປັນລູກຂອງຄົນນັ້ນເມື່ອຕ່າງຝ່າຍຕ່າງດຶງຈິ່ງເຮັດໃຫ້ເດັກນ້ອຍເຈັບ ແລ້ວຮ້ອງໄຫ້ຍິງຄົນທີ່ຈັບຂາກໍຟ້າວປ່ອຍເດັກຄົນນັ້ນແຕ່ອີກຄົນໜຶ່ງບໍ່ຍອມປອ່ຍ ມະໂຫສົດຈິ່ງຕັດສິນວ່າຄົນທີ່ຟ້າວປອ່ຍແມ່ນແມ່ຄົນທີ່ແທ້ຈິງຂອງເດັກເພາະແມ່ມັກມີຈິດໃຈອ່ອນໂຍນໃນເມື່ອເຫັນລູກຕ້ອງໄດ້ຮັບບາດເຈັບ ສ່ວນອີກຄົນຫນຶ່ງເປັນນາງຍັກສິນິ ມະໂຫສົດຈິ່ງແນະນຳໃຫ້ນາງຍັກສິນີ ໃຫ້ຕັ້ງໝັ້ນຢູ່ໃນສິນກິນໃນທຳ. ວັນໜຶ່ງມະໂຫສົດຕ້ອງແກ້ບັນຫາເລື່ອງໄກ່ເພາະພະເຈົ້າວິເທຫະຣາດໄດ້ຮັບສັ່ງໃຫ້ຊາວບ້ານວ່າໃຫ້ສົ່ງງົວເຜືອກ ທີມີເຂົາຢູ່ຂາມີໜອກທີ່ຫົວ ຮ້ອງວັນລະ 3ເວລາ ໄປໃຫ້ ຖ້າບໍ່ໄດ້ຈະປັບໃຫມເປັນເງິນພັນຕຳລຶງ, ມະໂຫສົດຈິ່ງບອກໃຫ້ຊາວບ້ານນຳເອົາໄກ່ຂາວໄປຖວາຍເພາະໄກ່ຂາວມີໜອກທີ່ຫົວເປັນຄືໜອກງົວ ແລະ ມີເດືອຢູ່ຂາຄືເຂົາງົວ ແລ້ວຍັງຂັນວັນລະສາມເວລາ ເມື່ອຊາວບ້ານນຳໄກ່ຂາວມາຖວາຍພະເຈົ້າວິເທຫະຣາດພະອົງສຸດທີ່ດີພະໄທເປັນອັນມາກເພາະໄດ້ຕາມປະສົງ.
ພະເຈົ້າວິເທຫະຣາດຊົງອອກອຸບາຍລັບສັ່ງໃຫ້ສົ່ງແກ້ວມະນີທີ່ນ້ອຍແລະບອບບາງປະມານແປດຄົດ, ສົ່ງໃຫ້ຊາວບ້ານເອົາດ້າຍເກົ່າທີ່ຮ້ອຍຢູ່ນັ້ນອອກແລ້ວຮ້ອຍໃຫມ່ເສຍ ຖ້າເຮັດບໍ່ໄດ້ຈະປັບໄຫມເປັນ ເງິນພັນຕຳລຶງ, ມະໂຫສົດກຸມມານຈິ່ງຮັບອາສາ, ຄືເອົາດ້າຍໃຫມ່ຈຸ່ມນ້ຳເຜິ້ງແຍ່ເຂົ້າໄປຮູຂອງແກ້ວມະ ນີແລ້ວໃຊ້ນໍ້າເຜິ້ງທາແກ້ວມະນີອີກເບື້ອງໜຶ່ງຈາກນັ້ນຈິ່ງໄດ້ນຳໄປໄວ້ໃກ້ກັບຮັງມົກແດງ ມົດແດງໄດ້ກິນຈິ່ງຄາບດ້າຍເຂົ້າໄປໃນຮູຂອງແກ້ວມະນີ ແລະ ຄາບດ້າຍເກົ່າອອກດ້າຍໃຫມ່ຈິ່ງຮ້ອຍເຂົ້າໄປແທນດ້າຍເກົ່າ, ຈາກນັ້ນມະໂຫສົດກຸມມານສັ່ງໃຫ້ຄົນນຳໄປຖວາຍພະເຈົ້າວິເທຫະຣາດພະອົງພໍພະໄທມາກ.
ພະເຈົ້າວິເທຫະຣາດຮັບສັ່ງໃຫ້ມະໂຫສົດເຂົ້າເຝົ້າ ພ້ອມມ້າອັດສະດອນ ມະໂຫສົດເດີນທາງມາພ້ອມບິດາ, ບໍລິວານ ແລະ ລາ, ພະເຈົ້າວິເທຫະຣາດຊົງມີຄວາມເຊື່ອຢູ່ວ່າພໍ່ແມ່ຍ່ອມດີກວ່າລູກສະ ເໝີ ມະໂຫສົດຄັດຄ້ານວ່າບໍ່ເປັນຢ່າງທີ່ພະອົງຄິດສະເໝີໄປ, ນັກປາດທັງສີ່ບໍ່ພໍໃຈທີ່ມະໂຫສົດຄັດຄ້ານແລະ ສະຫລາດກວ່າ ມະໂຫສົດຈິ່ງທູນໄປວ່າລາທີ່ນຳມາໂຕລະເທົ່າໃດ ພະເຈົ້າວິເທຫະຣາດຕັດວ່າປະມານແປດຕຳລຶງ ມະໂຫສົດຈິ່ງຖາມອີກວ່າມ້າອັດສະດອນທີ່ເປັນລູກຂອງລາໂຕນີ້ມີຄ່າເທົ່າໃດພະ ອົງຕັດວ່າ ຫາປະເມີນຄ່າບໍ່ໄດ້ ມະໂຫສົດຈິ່ງກາບທູນວ່າ ເພາະເຫດນີ້ບິດາຫລືມານດາບໍ່ດີກວ່າບຸດສະ ເໝີໄປ ພະເຈົ້າວິເທຫະຣາດດີພະໄທມາກ ພະອົງຈິ່ງຂໍມະໂຫສົດໄວ້ເປັນຣາຊບຸດບຸນທຳຈາກສີຣິວັດທະ ນະກະເສດຖີຜູ້ເປັນບິດາ ແລ້ວໃຫ້ຢູ່ເປັນຂ້າເຝົ້າຮັບຮາຊການຕໍ່ໄປ. ມະໂຫສົດຮັບຣາຊການຖວາຍພະເຈົ້າວິເທຫະຣາດຈົນມີອິດສະຣິຍາຍົດ ແລະ ບໍລິວານມາກມາຍ. ເມື່ອມະໂຫສົດອາຍຸໄດ້ 16 ປີ ພະ ນາງອຸທຸມ ພອນມະເຫສີຂອງພະເຈົ້າວິເທຫະຣາດ ຈະຈັດຫາຍິງມາໃຫ້ເປັນຄູ່ຂອງມະໂຫສົດແຕ່ມະໂຫສົດຂໍເລືອກເອງຈິ່ງປອມຕົວເປັນຊ່າງຊຸນຜ້າ ເດີນທາງໄປເຖິງໝູ່ບ້ານອຸດຕະຣະວະຍະມັດສະຄາມ.ໃນລະຫວ່າງທາງນັ້ນເອງ ມະໂຫສົດໄດ້ສວນທາງກັບນາງອະມອນເຊິ່ງເປັນທິດາຂອງຕະກຸນເສດຖີທຸກຍາກ ກຳລັງນຳເຂົ້າຕົ້ມໄປສົ່ງບິດາ ຢູ່ທີນາແຕ່ນາງເປັນຄົນທີ່ສະຫລາດປາດເປືອງດ້ວຍປັນຍາເໝາະສົມທີຈະເປັນຄູ່ຄອງຂອງຕົນ, ຕໍ່ມາທັງສອງພະເຈົ້າວິເມຫະລາດກໍໄດ້ຈັດງານແຕ່ງງານໃຫ້ທັງສອງຢ່າງສົມກຽດ. ຕັ້ງແຕ່ນັ້ນມານາງອະມອນ ແລະ ໂຫສົດກໍຢູ່ດ້ວຍກັນໂດຍຜາສຸກ. ສ່ວນມະໂຫສົດໄດ້ເປັນເສບໍດີຜູ້ທີ່ທຸກຄົນຮວ່ມທັງພະມະຫາກະສັດກໍນັບຖືເປັນຢ່າງຍິ່ງເຂົາໄດ້ຮັບຣາດຊະການສະໜອງພະເດດພະຄຸນມາຕາບຈົນອາຍຸໄຂຂອງຕົນ.