"ມໍລະດົກລ້ານຊ້າງ ຫລວງພຣະບາງ"
ໜ້າປື້ມຂອງຂອ້ຍ
  • ທຳອິດ
  • ວັດຕ່າງໆໃນຫລວງພຣະບາງ
  • ຮີດຄອງປະເພນີ
  • ແຫລ່ງທຳມະຊາດ
  • ບົດກອນສອນໃຈ
  • ສາລະຄວາມຮູ້
  • ນິທານຊາດົກ
    • 2. ພຣະຊະນົກ
    • ເລື່ອງ ສຽວສະຫວາດ
    • ເລື່ອງ ປູ່ເຍີ
    • ເລື່ອງ ທ້າວ ຈັນທະພານິດ
    • ເລື່ອງ ພູທ້າວ ແລະ ພູນາງ
  • ຕິດຕໍ່


ຍອດນິທານ ຊາດົກ ພຣະເຈົ້າ 10 ຊາດ

    ນີທານ ທີ່ພວກທ່ານຈະໄດ້ອ່ານ ຂ້າງລຸ່ມນີ້ແມ່ນນິທານ ທີ່ໄດ້ມາຈາກຝາຜະໜັງ ຕາມວັດຕ່າງໆພາຍໃນເມືອງ ລວງພຣະ ບາງ ທີ່ໄທເຮົາເຈົ້າຂ້ອຍເຄີຍໄດ້ສຳພັດມານັ້ນແຫຼະ ເປັນ ຍອດ ຊາ ດົກ ເລື່ອງຂອງພະພຸດທະເຈົ້າ ໃນ 10 ຊາດ ກ່ອນໜ້າ ທີ່ຈະມາ ເກີດເປັນ ເຈົ້າຊາຍສິດທັດທະ ພະສຳມາສຳພຸດທະ ເຈົ້າທີ່ ພວກ ເຮົາໄດ້ຮູ້ ແລະ ເຫັນມາຈົນປັດຈຸບັນ.
Picture
ພຣະເຕເມໃບ້
Picture
ພຣະມະຫາຊະນົກ
Picture
ພຣະເນມີຣາຊ
Picture
ພຣະມະໂຫສົດບັນດິດ
Picture
ພຣະເວດສັນດອນ
Picture
ພຣະສຸວັນນະສາມ
Picture
ພຣະວິທູນ
Picture
ພຣະນາຣະທະ
Picture
ພຣະຈັນທະກຸມມານ
Picture
ພຣະພູຣິທັດ

1. ພຣະ ເຕເມໃບ້ (ຊາດທີ່ຍິ່ງດ້ວຍ ເນກຂັມມະ ປາຣະມີ)

Picture

​     ​ເປັນ​ເວລາ​ອັນ​ເຫິງ​ນານ​ມາ​ແລ້ວ ຍັງ​ມີ​ພະ​ລາຊາ​ຜູ້​ຍິ່ງ​​ໃຫຍ່​ອົງ​ໜຶ່ງ ຊື່​ວ່າ: ​ເຈົ້າກາສິກະ​ລາດ ຜູ້​ເປັນ​ເຈົ້າປົກຄອງ​ເມືອງພະ​ລາ​ນະ​ສີ​ ພ້ອມ​ດ້ວຍ​ມະ​ເຫ​ສີ​ຜູ້ມີ​ພະນາ​ມວ່າ ພຣະນາງ​ຈັນທາ​ເທວີ.
     ​ເຖິງ​ວ່າ​ກະສັດ​ອົງ​ນີ້​ຈະ​ມີ​ມະ​ເຫ​ສີ​ທີ່​ງາມ​ເລີດ​ພ້ອມ​ດ້ວຍ​ສະໜົມ​ເປັນ​ຈຳນວນ​ຫລາຍ​ກໍ​ຕາມ ​ແຕ່​ກໍ​ຍັງ​ບໍ່ມີ​ຄວາມ​ສຸກ​ຍ້ອນ​ວ່າ​ບໍ່ມີ ​ໂອລົດ​ ຫລື​ ທິດາ​ທີ່​ຈະ​ມາ​ສືບ​ເຊື້ອ​ແທນ​ແນວ. ມາ​ວັນ​ໜຶ່ງ​ຊາວ​ເມືອງ​ທັງຫລາຍ​ຮີບ​ຮ້ອນ​ໃຈ​ຢ້ານຣາດຊະ​ວົງ​ຈະ​ສູນ​ສິ້ນບໍ່​ມີ​ຜູ້​ສືບ​ແທນ​ຕໍ່​ໄປ​ຈຶ່ງ​ກາບ​ທູນ​ໃຫ້​ພະ​ອົງ​ເຮັດ​ພິທີ​ບວງສວງ​ສັງ​​ເວີຍ​ເທບ​ທິດາ​ຟ້າ​ດິນ​ເພື່ອ​ຂໍ​ບຸດ​ໂດຍ​ທົ່ວ​ກັນ. ​ແຕ່​ປາກົດ​ວ່າ​ບໍ່​ມີ​ໃຜ​ຈະ​ໄດ້​ສົມ​ປະສົງ​ຈັກ​ຄົນ. ສ່ວນ​ນາງ​ຈັນທາ​ເທວີ ຜູ້​ເປັນ​ອັກຄະມະ​ເຫ​ສີ ​ໄດ້​ຖື​ປະຕິສົນທິ​ແຕ່​ພຽງ​ຜູ້​ດຽວ.​ ໂດຍ​ແມ່ນ​ເທບພະ​ບຸດ​ຜູ້​ທີ່​ເຄີຍ​ເປັນ​ເຈົ້າກຸງ​ພະ​ລາ​ນະ​ສີມາ​ກ່ອນ.​ ເມື່ອ​ເຈົ້າກາ ສິກະ​ລາດ​ຊົງ​ຊາບ​ກໍ່​ປື້ມປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ
     ​ເມື່ອ​ຄົບ 10 ​ເດືອນ ນາງ​ກໍ​ໄດ້​ປະສູດ​ໂອຣົດອອກ​ມາ ພ້ອມ​ດ້ວຍ​ເມຍ​ຂອງ​ເຫຼົ່າ​ອຳມາດ​ທັງ 500 ຄົນ​ກໍ​ປະສູດ​ບຸດ​ພ້ອມ​ກັບ​ນາງ​ຈັນ​ທາ​ເທວີ, ພະ​ເຈົ້າກາສິກະ​ລາດ​ຈິ່ງ​ເອົາ​ກຸມມານ​ເຫຼົ່ານັ້ນມາ​ເປັນ​ເພື່ອນ​ຂອງ​ໂອລົດ​ຕົນ​ທັງ​ໝົດ​ພ້ອມ​ກັບ​ເອົາ​ນາງ​ນົມ​ມາ​ລ້ຽງ​ເຖິງ 65 ຄົນ. ຈາກ​ນັ້ນພະ​ອົງ​ກໍ​ໃຫ້​ໂຫນຣາຈານທັງຫລາຍ​ມາ​ໃສ່​ຊື່​ໃຫ້​ໂອຣົດ. ​ໂຫຣາຈານ​ທູນ​ພະຍາກອນ​ວ່າ​ເປັນ​ຜູ້​ຊົງ​ບຸນຍາ​ທິການ​ອັນ​ປະ​ເສີດ​ອາດ​ເປັນ​ພະຣາຊາ​ທິລາດ​ເຖິງ 4ທະວີບ​ທັງ​ຈະ​ບໍ່​ມີ​ອັນຕະລາຍ​ມາ​ພ້ອງ​ພານ​ດ້ວຍ, ດັ່ງນັ້ນ​ໃນ​ການ​ທີ່​ພຣະຣາດຊະ​ກຸ​ມມານ​ປະສູດ​ມີ​ຝົນຕົກ​ທົ່ວ​ລາຊະ​ອານາຈັກ​ໃຫ້​ຄວາມ​ຊຸ່ມ​ເຢັນ​ແກ່​ຄົນ, ສັດ ​ແລະ ​ພືດ​ຕ່າງໆ​ໂຫຣາຈານ​ຈິ່ງ​ພ້ອມ​ກັນ​ຖວາຍ​ພຣະນາມ​ວ່າ: ພຣະ​ເຕ​ເມ.
     ​ເມື່ອ​ອາຍຸ​ໄດ້ 11​ເດືອນ ພຣະ​ເຕ​ເມ​ພ້ອມ​ດ້ວຍ​ນາງ​ນົມ​ທັງຫຼາຍ​ມາ​ເຂົ້າ​ເຝົ້າພະລາດ​ຊະ​ບິດາ,​ເມື່ອນັ້ນພຣະ​ເຕ​ເມ​ເຫັນ​ພໍ່​ຂອງ​ຕົນ​ຕັດ​ສັ່ງ​ໃຫ້​ລົງ​ໂທດ​ອາຍາ​ແກ່​ໂຈນທັງ 4, ຈິ່ງ​ນຶກ​ໄດ້ວ່າ: ​ໂອ! ​ພະລາດ​ຊະ​ບິດາ​ຂອງ​ເຮົາ​ຕ້ອງ​ໄປສະ​ເຫວີຍ​ທຸກ​ຢູ່​ທີ່​ນະຣົກ​ແນ່ນອນ.
    ຄັນ​ແລ້ວ​ເມື່ອ​ກັບ​ທີ່​ຂອງ​ຕົນ​ເອງ ຈຶ່ງ​ລະ​ລຶກຊາດ​ປາງ​ກ່ອນ​ຂອງ​ຕົນ​ເອງ​ໄດ້​ວ່າ ​ໃນ​ຊາດ​ອາ​ດີດ​ຕະການ​ຕົນ​ເຄີຍ​ເປັນ​ເຈົ້າຄອງ​ນະຄອນ​ແຫ່ງ​ນີ້ ​ແລະ ​ໄດ້​ເຫັນ​ພໍ່​ຂອງ​ຕົນ​ຕັດສິນ​ອາຍາ​ແກ່​ໂຈນ​ນັ້ນອີກ​ອັນ​ເປັນ​ເຫດ​ໃຫ້​ເຮົາ​ໄປ​ຕົກ​ນະຣົກ​ແນ່ນອນ. ​ເມື່ອຊົງ​ດຳຣິ​ເຊັ່ນ​ນັ້ນຈິ່ງ​ສະດຸ້ງ​ຕື່ນ​ຢ້ານ​ກວາ​ເປັນ​ຍິ່ງ​ໜັກ​ ແລ້ວ​ຈິ່ງ​ຄິດ​ຕໍ່​ໄປ​ວ່າ​ເຮັດ​ແນວ​ໃດ​ນໍ​ເຮົາ​ຈິ່ງ​ຈະ​ພົ້ນຈາກ​ລາດ​ຊະ​ມົນທຽນ​ແຫ່ງ​ນີ້. ຄາວໜຶ່ງ​ກໍ່​ມີ​ເທບ​ພະ​ທິດາ​ຜູ້​ເຄີຍ​ເປັນ​ແມ່​ຂອງ​ພະ​ອົງ​ໃນ​ຊາດ ປາງກ່ອນ​ປະກົດ​ຕົວ​ອອກ​ມາ​ແລ້ວ​ຕັດ​​ໃຫ້​ຄຳ​ແນ​ະນຳ​ວ່າ: ​ໃຫ້​ທຳ​ຕົນ​ເປັນ​ຄົນ​ເປ້ຍ​ລ່ອຍງ່ອຍ​ງະ​ບ້າ​ໃບ້​ ​ແລ້ວ​ເຂົາ​ກໍ​ຈະ​ເຂ່ຍ​ອອກ​ລາດ​ສົມບັດ​ໄປ​ດັ່ງ​ປະສົງ​ແທ້​ແລ້ວ.
    ຕໍ່​ນັ້ນມາລາ​ດຊະ​ກຸມມານ​ກໍ​ບໍ່​ສະ​ແດງ​ອາການ​ໃດໆທັງ​ສິ້ນ ​ແມ້ກະທັ້ງຢາກ​ນົມ​ກໍ່ບໍ່​ຮ້ອງບໍ່​ໄຫ້​ ແລະ ​ກໍ່​ບໍ່​ເຄື່ອນ​ໄຫວ​ໃດໆທັງ​ສິ້ນຈົນ​ນາງ​ນົມ​ທັງຫລາຍ​ລົງ​ຄວາມ​ເຫັນ​ວ່າ​ເປັນ​ຄົນ​ເປ້ຍ​ລ່ອຍ​ງ່ອຍ​ໃບ້, ດັ່ງນັ້ນຈິ່ງ​ທົດ​ລອງ​ໃຫ້​ສະ​ເຫວີຍ​ນົມ​ທິບເປັນ​ເວລາ 1 ປີ​ກໍ​ຍັງ​ຄົງ​ເຊັ່ນ​ນັ້ນ. 2 ປີ ຕໍ່​ມາ​ທົດ​ລອງ​ດ້ວຍ​ການ​ເອົາ​ເຂົ້າໜົມມາ​ອອຍ ກໍ​ຍັງ​ເຊັ່ນ​ເຄີຍ ບໍ່​ມີ​ທ່າ​ທີ​ໃດໆ. 3 ປີ​ທົດ​ລອງ​ດ້ວຍ​ຜົນລະ​ໄມ້. 4 ທົດ​ລອງ​ດ້ວຍ​ຂອງ​ຫລິ້ນ. 5 ປີ​ ທົດ​ລອງ​ດ້ວຍ​ດົນຕີ​ມະ​ໂຫລີ​ຕ່າງໆ ​ແຕ່​ກຸມມານ​ກໍ​ຍັງ​ບໍ່​ສົນ​ພະ​ໄທ. 6 ປີ​ ທົດ​ລອງ​ດ້ວຍ​ການ​ເອົາ​ກຸມມານ ແລະ​ ເດັກ​ທັງ 500​ ຄົນ​ໄປ​ໄວ້​ເຮືອນ​ໃບ​ລານ ​ແລ້ວ​ຈູດ​ໄຟ​ຂຶ້ນ, ​ເດັກ​ນ້ອຍ​ຄົນ​ອື່ນ​ແລ່ນ​ໜີ​ອອກ​ມາໝົດ​ ແຕ່​ກຸມມານ​ຍັງ​ນິ້ງ​ເສີຍ. 7 ປີ ທົດ​ລອງ​ດ້ວຍ​ຊ້າງ​ຕົກ​ມັນ. 8 ປີ ​ທົດ​ລອງ​ດ້ວຍ​ໃຫ້​ງູ​ກ້ຽວ​ພັນ.
     ເຖິງ​ວ່າ​ພະ​ລາຊາ​ຜູ້​ເປັນ​ພໍ່​ຈະ​​ໃຫ້ການ​ທົດ​ລອງ​ດ້ວຍ​ວິທີ​ການ​ຕ່າງໆນາ​ເຊິ່ງອັນ​ເປັນ​ຜົນ​ຮ້າຍ​ໃຫ້​ແກ່​ກຸມມານ​ແຕ່​ກຸມມານ​ກໍ​ຍັງ​ນິ້ງ​ເສີຍ. ຈົນ​ມາ​ຮອດ​ອາຍຸ​ໄດ້ 14​ ປີ ​ພະ​ລາຊາ​ ກໍ​ຍັງ​ບໍ່​ລົດ​ລະ​ຄວາມ​ພະຍາຍາມ​ຈິ່ງ​ທົດ​ລອງ​ດ້ວຍ​ໃຫ້​ໄປ​ນອນ​ເກືອກ​ກົ້ວອຸດ​ຈະລະ. ອາຍຸ 15​ ປີ ​ໃຫ້​ໄປ​ນອນ​ເທິງ​​ແທ່ນ​ທີ່​ມີ​ຖ່ານ​ໄຟ​ແຕ່​ພະ​ກຸມມານ​ກໍ​ຍັງ​ອົດ​ກັ້ນ​ໄດ້.
     ຈົນ​ລ່ວງ​ເຂົ້າອາຍຸ​ໄດ້ 16 ປີ ຕອນ​ນີ້ພະ​ກຸມມານ​ເປັນ​ໜຸ່ມ​ແລ້ວ​ພະ​ລາຊາ​ຈິ່ງ ​ໃຫ້​ເອົາ​ສາວ​ທີ່​ສວຍ​ທີ່​ສຸດ​ຫລາຍ​ຕໍ່​ຫລາຍ​ຄົນ​ມາ​ປະ​ເລົ້າປະ​ລົມ​ແຕ່​ສຸດ​ທ້າຍ​ກໍ​ບໍ່​ໄດ້ຜົນ​ອີກ​ເຊັ່ນ​ເຄີຍ. ພະ​ເຈົ້າກາສິກະ​ລາດຈິ່ງ​​ໄດ້​ໃຫ້​ໂຫຣາຈານ​ມາ​ທຳນາຍ​ອີ​ກຄັ້ງ ​ໂຫຣາຈານ​ຈິ່ງ​ຕັດ​ວ່າ ຖ້າ​ຂືນລ້ຽງ​ໄວ້​ຈະ​ເປັນ​ກາລະ​ກີ​ຈະ​ເກີດ​ອາ​ເພດ​ຂຶ້ນສາມ​ປະການ: ​ໜຶ່ງ ຈະ​ເປັນ​ອັນຕະລາຍ​ແກ່​ພະ​ຊົນ​ຊີບ​ຂອງ​ພະ​ອົງ ສອງ ຈະ​ເປັນ​ອັນຕະລາຍ​ແກ່​ເສດຕະສັດ​ຂອງ​ພະ​ອົງ ​ແລະ ​ສາມ ​ແມ່​ນອັນຕະລາຍ​ແກ່​ມະ​ເຫ​ສີ​ຂອງ​ພະ​ອົງ ​ເມື່ອ​ເປັນ​​ເຊັ່ນ​ນັ້ນພະ​ລາຊາ​ຈິ່ງ ຕັດ​ສັ່ງ​ຂັບ​ໄລ່​ໜີ​ອອກ​ຈາກ​ວັງ​ແຕ່​ນາງ​ຈັນທາ​ເທວີ​ຈິ່ງ​ອ້ອນວອນ​ຂໍ​ໄວ້​ຖ້າ​ຈະ​ຂັບ​ໄລ່​ໄສ​ສົ່ງ​ກໍ​ຂໍໃຫ້​ລູກ​ຂອງ​ຕົນ​​ເອງ​ໄດ້​ສະ​ເຫວີ​ຍລາດ​​ໄດ້7​ປີກ່ອນ.​ ແຕ່​ພະ​ລາຊາ​ບໍ່​ຍອມ. ມະ​ເຫ​ສີ​ກໍ​ບໍ່​ລົດ​ລະ​ຄວາມ​ພະຍາ​ມ,ດ້ວຍ​ເຫດ​ນັ້ນພະ​ລາຊາ​ຈິ່ງ​ຕັດ​ໃຫ້​ສະ​ເຫວີ​ຍ ລາດ​ພຽງ 7ວັນ​ ຕາມ​ຄຳ​ອ້ອນວອນ​ຂອງ​ມະ​ເຫ​ສີ.
    ຕໍ່​ມາພະ​ຊາ​ລາຊາ​ກໍ​ໄດ້​ທຳ​ພິທີ​ລາຊາພິ​ເສກ​ໃຫ້​ແກ່​ກຸມມານ​ຂອງ​ຕົນ ຈົນ​ເຖິງ​ວັນ​ຖ້ວນ​ເຈັດ​ແຫ່ງ​ການ​ຄອງ​ລາດຊະ​ສົມບັດ ​ແລະ ​ເປັນ​ວັນ​ແຫ່ງ​ຄວາມ​ຕາຍ​ຂອງ​ພະ​ເຕ​ເມ​ກໍ​ມາ​ເຖິງ. ນາຍ​ສຸນັນ ສາຣະຖີ ​ໄດ້​ຮັບ​ລາດ​ຊະ​ອົງການ​ໄປ​ຝັງ​ເສຍ​ທີ່​ປ່າຊ້າ​ຜີ​ດິບ​ ຕາມ​ຄຳ​ແນະນຳ​ຂອງ​ໂຫຣາຈານ​ແຕ່​ເຊົ້າໆ ທ່າມກາງ​ສຽງ​ຮ້ອງ​ໄຫ້​ອາ​ໄລ​ອາ  ວ​ອນຂອງ​ຜູ້​ເປັນ​ແມ່.​ ເມື່ອ​ນາຍ​ສາຣະຖີຂັບ​ລົດ​ອອກ​ມາ​ແທນ​ທີ່​ຈະ​ໄປ​ທາງ​ທິດຕາ​ເວັນ​ຕົກ​ກັບ​ໄປ​ທາງ​ທິດຕາ​ເວັນ​ອອກ.​ ເມື່ອຣົດຂອງ​ກຸມມານ​ພົ້ນຈາກ​ປະຕູ​ເມືອງ ກໍ​ປື້ມພະ​ໄທ ຄວາມ​ປະສົງ​ຂອງ​ເຮົາ​ໄດ້ມາ​ເຖິງ​ທີ​ສຸດ​​ແລ້ວ. ຝ່າຍ​ນາຍ​ສາຣະຖີຂັບ​ລົດ​ມາ​ໄກ​ແລ້ວ ​ກໍ​ແວະ​ເຂົ້າປ່າຊ້າ​ອີກ​ແຫ່ງ​ໜຶ່ງ​ທີ່​ບໍ່​ແມ່ນ​ປ່າຊ້າ​ຜີ​ດິບ,​ແລ້ວ​ລົງ​ຈາກ​ລົດ​ໄປ​ຂຸດ​ຂຸມ​ເພື່ອ​ທີ່​ຈະ​ຈັດການ​ຝັງ​ສົບ​ຂອງ​ເຕ​ເມ​ກຸມມານ. ພະ​ເຕ​ເມ​ກໍ​ທົດ​ລອງ​ເຄື່ອນ​ໄຫວ​ທຸ​ກສ່ວນ​ຂອງ​ຮ່າງ​ກາຍ​ເບິ່ງ​ເມື່ອ​ເຫັນ​ວ່າ​ຍັງ​ໃຊ້​ການ​ໄດ້​ຢູ່​ຈິ່ງ​​ໂດດ​ລົງ​ຈາກ​ລົດ ​ແລ້ວ​ມຸ່ງ​ໜ້າ​ໄປ​ຫາ​ນາຍ​ສາຣະຖີ ​ແລ້ວ​ຖາມ​ວ່າ : ທ່ານ​ຂຸດ​ຂຸມ​ສີ່ຫຼ່ຽມນີ້​ເພື່ອ​ອັນ​ໃດ? ນາຍ​ສາຣະຖີຈິ່ງ​ຕອບ​ວ່າ ຈະ​ຝັງ​ສົບ ພຣະກຸມມານ​ບ້າ​ໃບ້ ພ້ອມ​ທັງ​ແຫງນ​ໜ້າ​ຂຶ້ນ​ເບິ່ງ​ແຕ່​ກໍ່​ຍັງ​ຈຳ​ບໍ່​ໄດ້​​ແລ້ວ​ຖາມ​ວ່າ ທ່ານ​ເປັນ​ເທວະ​ດາ​ ຫລື​ ວ່າ​ຄົນຫັ້ນ. ​ເຮົາ​ກໍ​ເປັນ​ຜູ້​ທີ່​ທ່ານ​ຈະ​ຝັງ​ນັ້ນ​ແຫລະ.ບໍ່​ຕ້ອງ​ສົງ​ໄສ​ດອກ​ທ່ານ ​ເຮົາ​ຄື​ເຕ​ເມ​ຜູ້​ທີ່​ທ່ານ​ຈະ​ຝັງ​ນັ້ນ​ແຫຼະ ພະ​ກຸມມານ​ຫົວຂຶ້ນ​ແລ້ວ​ຕັດ​ສັ່ງ​ຕໍ່​ໄປ​ວ່າ : ​ຄວາມ​ຈິ່ງ​ແລ້ວ​ເຮົາ​ບໍ່​ໄດ້​ເປັນ​ຄົນ​ເປ້ຍ​ລ່ອຍ​ງ່ອຍ​ໃ​ບ້ດອກ ​ເຮົາ​ບໍ່​ຢາກ​ຈະ​ເປັນ​ພະ​ເຈົ້າ​ແຜ່ນດິນ ​ເພາະ​ກົວ​ຈະ​ຕົກ​ນະຣົກຈິ່ງ​ໄດ້​ແກ້ງ​ທຳ​ເພື່ອ​ໃຫ້​ລາດ​ຊະ​ບິດາ​ເຂ່ຍ​ອອກ​ຈາກ​ລາດຊະ​ສົມບັດ​ເສຍ​ ຊຶ່ງ​ທຸກ​ຢ່າງ​ກໍ​ສຳ​ເລັດ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ. ນາຍ​ສາຣະຖີທັງ​ງົງ​ພ້ອມ​ທັງ​ຫຼຽວ​ໄປ​ເບິ່ງ​ທີ່​ລົດ​ເພື່ອ​ຄວາມ​ແນ່​ໃຈ. ​ເພື່ອ​ຄວາມ​ແນ່​ໃຈ​ພະ​ເຕ​ເມ​ຈິ່ງ​ຕັດ​ສັ່ງ​ໃຫ້​ນາຍ​ສາຣະຖີ​ໄປ​ສຳ​ຫຼວດ​ເບິ່ງ​ທີ່​ລົ​ດ. ຈາກ​ນັ້ນພະ​ເຕ​ເມ​ຈິ່ງ​ໄດ້ດຳລິ​ໃຫ້​ນາຍ​ສະຣະຖີ ​ເຖິງ​ເລື່ອງການ​ກະທຳ​ຂອງ​ພະ​ເຈົ້າ​ແຜ່ນດິນ​ທີ່​ຈະ​ສົ່ງ​ຜົນ​ໄປ​ຕົກ​ນະ​ຣົກ​​ໃຫ້​ຟັງ.
     ຄັນ​ແລ້ວພະ​ເຕ​ເມ​ກໍ່​ເວົ້າອີກ​ວ່າ ​ເຮົາ​ຈະ​ຂໍ​ບວດ​ດີກ​ວ່າ ຈະ​ບໍ່​ໄດ້​ຕົກ​ນະຣົກອີກ​ຕໍ່​ໄປ​ເຮົາ​ບໍ່​ຢາກ​ເປັນ​ດອກ​ພະ​ເຈົ້າ​ແຜ່ນດິນ​ນັ້ນ.​ ເມື່ອ​ເປັນ​ເຊັ່ນ​ນັ້ນນາຍ​ສາຣະຖີກໍ​ຂໍ​ບວດ​ຕາມ.​ ແຕ່​ພະ​ເຕ​ເມ​ກໍ​ບໍ່​ປະຕິ​ເສດ​ແຕ່​ວ່າ​ຕ້ອງ​ໄດ້​ໄປ​ບອກ​ບິດາ​ມານ​ດາ​ຂອງ​ເຮົາ​ກ່ອນ​ແລ້ວ​ທ່ານ​ຈິ່ງ​ກັບ​ມາບ​ວດນຳ​ເຮົາ ​ເຮົາ​ຈະ​ລໍ​ທ່ານ​ຢູ່​ທີ່​ນີ້.
    ເມື່ອ​ນາຍ​ສາ​ຣະຖີກັບ​ໄປ​ແລ້ວ ພະ​ເຕ​ເມ​ກໍ​ໄດ້​ບວດ​ເປັນ​ລື​ສີ ຢູ່​ໃນ​ອາສົມ​ທີ່​ພະ​ວິສະນຸ ​ໄດ້​ສ້າງ​ຖວາຍ​ນັ່ງ​ບຳ​ເພັນ​ພຽນ​ຢູ່. ນາຍ​ສາຣະຖີ​ໄດ້​ເຂົ້າ​ໄປ​ກາບ​ທູນ​ແລ້ວ​ເລົ່າ​ເລື່ອງ​ທີ່​ຕົນ​ໄດ້​ພົບ​ໃຫ້​ພະ​ລາຊາ​ ແລະ ​ມະ​ເຫມີ​ຟັງທຸກ​ປະການ ​ເມື່ອ​ຮູ້​ດັ່ງນັ້ນມະ​ເຫ​ສີ​ກໍ​ດີ​ໃຈ​ເປັນ​ທີ່​ສຸດ ຈິ່ງ​ອອກ​ເດີນທາງ​ໄປ​ຫາ​ພະ​ເຕ​ເມ​ກ່ອນ​ໝູ່ ຮວມທັງ​ສະ​ໜົມ 16 000 ນາງ. ສ່ວນ​ພະ​ລາຊາກໍ​ຕາມ​ຫລັງ​ມາ​ເຊັ່ນກັນ ​ແລ້ວ​ພະ​ລາຊາ​ກໍ​ໄດ້​ວອນ​ໃຫ້​ພະ​ເຕ​ເມ​ກັບ​ໄປສະ​ເຫວີຍ​ລາດຕື່ມ, ​ແຕ່​ພະ​ເຕ​ເມ​ກໍ​ປະຕິ​ເສດ​ແລ້ວ​ຍັງ​ໄດ້​ເລົ່າ​ເລື່ອງ​ຜົນ​ແຫ່ງ​ກຳ​ທີ່​ຈະ​ເປັນ​ເຫດ​ໃຫ້​ໄປ​ຕົກ​ນະຣົກ​ໃຫ້​ທຸກ​ຄົນ​ຟັງ​ໃນ​ນະ​ທີ່​ນັ້ນ.​ເມື່ອ ທຸກ​ຄົນ​ໄດ້​ຟັງ​ແລ້ວ​ກໍ​ສະ​ລົດ​ໃຈ ຈາກນັ້ນກໍ​ພາກັນ​ບວດນຳ​ລື​ສີ​ເຕ​ເມໝົດທຸກ​ຄົນ​ລວມທັງ​ພະ​ລາຊາ​ ແລະ ​ມະ​ເຫ​ສີ​ນຳ ຈົນ​ເຮັດ​ໃຫ້​ພະນະ​ຄອນ​ຈະ​ຫວ່າງ​ເປົ່າ​ໄປ​ດ້ວຍ​ຜູ້​ຄົນ. ປະຊາຊົນ​ໃນ​ເມືອງ ​ເມື່ອ​ຮຼ້ຂ່າວ​ວ່າ ​ພະ​ເຈົ້າ​ແຜ່ນດິນ​ຂອງ​ຕົນ​ອອກບວດ​ກໍ່​ຄ້ອຍ​ຕາມ​ໄປ​ບວດ​ນຳ​ກັນໝົດທຸກ​ຄົນ. ນະປ່າ​ແຫ່ງ ນັ້ນກໍ​ເຕັມ​ໄປ​ດ້ວຍ​ອາສົມ​ລື​ສີ​ສ່ວນ​ສັດສາ​ວາ​ສິ່ງ​ຕ່າງໆກໍ​ປ່ອຍ​ເຂົ້າປ່າ​ໄປໝົດ. ລື​ສີ​ທັງໝົດພາຍ​ໃຕ້​ການ​ນຳ ພາ​ຂອງ​ພະ​ເຕ​ເມ​ໄດ້​ພາກັນ​ຕັ້ງ​ໃຈ​ບຳ​ເພັນ​ພຽນ​ຈົນ​ໄດ້​ຊານ​ສະມາບັດ ​ແລ້ວ​ໄດ້​ໄປ​ເກີ​ດ​ໃນ​ພົມມະ​ໂລກ​ໃນ​ທີ່​ສຸດ.


                                        2 ພຣະມະຫາຊະນົກ
    ໃນຊາດ​ນັ້ນພະ​ອົງ​ຊົງ​ເກີ​ດ​ເປັນ​ໂອລົດ​ຂອງ​ພະ​ເຈົ້າ ອະລິ​ດຖະຊະນົກ​ ແຫ່ງ​ເມືອງ​ມິ​ຖິລາ, ພະ​ບິດາ​ສະ ຫວັນ​ນະ​ຄົດ​ຕັ້ງ​ແຕ່​ພະ​ອົງ​ຍັງຢູ່​ໃນ​ພະຄັນ ​ເນື່ອງຈາກ​ເຮັດ​ສົງຄາມ​ກັບ​ພະ​ເຈົ້າ​ໂປ​ລະ​ຊະນົກຜູ້​ເປັນ​ພະ​ອານຸຊາ​ແລ້ວ​ ເສຍ​ໄຊ​ໃນ​ສະໜາມຮົບ, ພະ​ມານ​ດານ​ຊົງ​ລົບ​ລີ້ໄພ​​ແລ້ວ​ເດີນທາງໄປ​ເມືອງ ກາ ລະຈໍາປາ. ອາຈານ​ທິສາປາ​ໂມກ​ ເດີນທາງ​ຜ່ານ​ມາ​ພົບ​ພະນາ​ງ​ແລ້ວ​ເກີດ​ສົງສານ​ເລີຍ​ຮັບ​ເອົາ​ເປັນ​ນ້ອງ​ສາວ​ ໃຫ້​ດຳລົງ​ຊີວິດ​ຢູ່​ກັບ​ຄອບ ຄົວ​ຂອງ​ຕົນ. (ອ່ານຕໍ່...)

Powered by Create your own unique website with customizable templates.