"ມໍລະດົກລ້ານຊ້າງ ຫລວງພຣະບາງ"
ໜ້າປື້ມຂອງຂອ້ຍ
  • ທຳອິດ
  • ວັດຕ່າງໆໃນຫລວງພຣະບາງ
  • ຮີດຄອງປະເພນີ
  • ແຫລ່ງທຳມະຊາດ
  • ບົດກອນສອນໃຈ
  • ສາລະຄວາມຮູ້
  • ນິທານຊາດົກ
    • 2. ພຣະຊະນົກ
    • ເລື່ອງ ສຽວສະຫວາດ
    • ເລື່ອງ ປູ່ເຍີ
    • ເລື່ອງ ທ້າວ ຈັນທະພານິດ
    • ເລື່ອງ ພູທ້າວ ແລະ ພູນາງ
  • ຕິດຕໍ່

ຮຽນພາສາລາວແບບຕົ້ນໆ

ແບບອ່ານພະຍັນຊະນະລາວ Reading

ແບບຂຽນພະຍັນຊະນະລາວ Writing

ຄວາມຮູ້ຄູ່ຊີວິດ

1.    ຫົວ​ໃຈ​ຂອງ​ຄົນ​ໃຫຍ່​ເທົ່າ​ກຳປັ້ນຂອງ​ຄົນ​ຄົນ​ນັ້ນ
2.    ນາທີ​ໜຶ່ງຫົວ​ໃຈ​ຂອງ​ຄົນ​​ເຕັ້ນ ຍິງ 80 ​ເທື່ອ ຊາຍ 72 ​ເທື່ອ
3.    ໜຶ່ງ​ຊົ່ວ​ໂມງ​ຫົວ​ໃຈ​ສູບ​ຊີດ​ໂລຫິດ​ໄປ​ຫາ​ປອດ​ປະມານ 550 ລີດ
4.     ​ເສັ້ນຜົມ​ຂອງ​ຄົນ​ມີ​ປະມານ 100 000​ ເສັ້ນ
5.    ໄສ້​ຄົນ​ຍາວ​ປະມານ​ 8 ​ແມັດ
6.     ກະດູກ​ຂອງ​ຄົນມີ 211 ຊິ້ນ .ສ່ວນ​ຫົວ 30 ຊິ້ນ ສ່ວນ​ເລົາຄີງ ມີ 45 ສ່ວນ​ແຂນ​ມີ 64 ສ່ວນ​ຂາ​ມີ 60 ​ແລະ ​ສ່ວນ​ກະດູກ​ຂ້າງ​ມີ 12 ຄູ່.
7.     ມື້ໜຶ່ງ​ຄົນ​ເຮົາ​ຈະ​ມີນ້ຳ​ໄຫລ​ອອກ​ຈາກ​ຮ່າງກາຍ​ປະມານ 1,136 ລີດ
8.     ຄົນ​ອົດ​ອາຫານ​ໄດ້​ດົນ​ທີ່ສຸດ 80 ວັນ ຈິ່ງ​ຕາຍ.
9.     ປອດ​ບັນຈຸ​ອາກາດ​ໄດ້ 4 ລີດ
10.   ຜົມ​ຍາວ​ອອກ​ປະມານ 0,4341ຊັງ​ຕີ​ແມັດ ​ຕໍ່​ວັນ
11.   ​ເລັບຕີນ ​ເລັບມື​ຍາວ​ອອກ​ປະມານ 0,000115 ຊັງ​ຕີ​ແມັດ​ ຕໍ່​ວັນ​
12.   ຄົນ​ເຮົາ​ມີ​ການ​ປາກ​ເວົ້າ 5.000 ຄຳ ​ຕໍ່ວັນ.
13.   ຫາຍ​ໃຈ​ປະມານ 23.000​ເທື່ອ ຕໍ່​ວັນ
14.   ຫົວ​ໃຈ​ເຕັ້ນປະມານ 100.000​ເທື່ອ ຕໍ່​ວັນ.
15.   ຄົນ​ເຮົາ​ດື່ມນ້ຳສະ​ເລ່ຍ 1,5 ລີດ ຕໍ່​ວັນ.
16.   ກິນ​ອາຫານ​ປະມານ 1,359 ກິ​ໂລ ຕໍ່​ວັນ


                                            ຫາຍ​ໃຈ​ເພື່ອ​ສຸຂະພາບ
        ອາກາດ​ມີ​ຄວາມ​ຈຳ​ເປັນ​ຢ່າງຍິ່ງ ​ແລະ ສຸຂະພາບ​ຂອງ​ມະນຸດ ພຽງ 2-3 ນາທີ​ບໍ່​ຫາຍ​ໃຈ​ກໍ່​ຕາຍ​ທັນ​ທີ. ທຸກ​ມື້​ນີ້​ມະນຸດ​ຫາຍ​ໃຈ​ເຂົ້າປອດ​ບໍ່​ເຕັມ ​ເພາະ​ກັງວົນ ​ແລະ ​ເຄັ່ງ​ຄຽດ​ຢູ່​ກັບ​ວຽກ​ງານ ມະນຸດ​ຈິ່ງ​ເຖົ້າ​ໄວ ທັງ​ສຸຂະພາບ​ກໍ່​ບໍ່​ດີ ມີ​ອາກາດ​ຖ່າຍ​ເທ​ຢູ່​ໃນ​ຮ່າງກາຍ​ບູດ​ເນົ່າ ​ແລະ ບໍ່ພຽງພໍ​ກັບ​ຄວາມ​ຕ້ອງການ. ສະນັ້ນ​ເພື່ອ​ໃຫ້​ສຸຂະພາບ​ດີ​ຢູ່​ສະ​ເໝີ ທຸກ​ມື້ຕ້ອງ​ພົ່ນ​ລົມ​ຫາຍ​ໃຈ​ທີ່​ບູດ​ເນົ່າ​ໃນ​ພວງ​ປອດ​ນັ້ນອອກ ​ແລ້ວ​ສູບ​ເອົາ​ອາກາດ​ສົດ​ເຂົ້າ​ໄປ​ແທນ​ທີ່​ຢ່າງ​ສະໝໍ່າສະ​ເໝີດ້ວຍ​ວິທີ​ງ່າຍໆ: ກຳລັງ​ນັ່ງ​ເຮັດ​ວຽກ ນັ່ງ​ພັກຜ່ອນ ​ເບິ່ງ​ໂທລະພາບ ຫລິ້ນຄອມ​ພິວ​ເຕີ​ ຫລື​ ຈະ​ນັ່ງຈະ​ຢືນ​ຢູ່​ທີ່​ໃດ​ກໍ​ຕາມ,​ເມື່ອ​ເຫັນ​ວ່າ​ເປັນ​ທີ່​ໂລ່ງ​ກໍ​​ໃຫ້​ສູບ​ລົມ​ເຂົ້າປອດ​ເລິກໆຊ້າໆ ປະມານ 15-30 ວິນາທີ ​ແລ້​ວພົ່ນ​ອອກ​ທາງ​ປາກ ຫຼື ທາງ​ດັງ​ຊ້າໆ 15 ວິນາທີ 3 ​ເທື່ອ ທ່ານ​ກໍ​ຈະ​ໄດ້​ອາກາດ​ພຽງພໍ​ຕໍ່​ຮ່າງກາຍມຸກ​ວັນ ຈິດ​ໃຈ​ກໍ​ຈະ​ແຈ່ມ​ໃສ ຄວາມ​ອຸກ​ອັ່ງ​ກໍ​ບໍ່​ມີ​ ຜິວ​ພັນ​ເນື້ອໜັງ​ດີ​ຢ່າງ​ບໍ່​ໜ້າ​ເຊື່ອ.

                                                   ກ່ອນ​ຕື່ນ​ນອນ
        ພໍ​ຮູ້​ເມື່ອ​ຄີງ​ຕອນ​ເຊົ້າ ກ່ອນ​ຈະ​ລຸກ​ຈາກ​ທີ່​ນອນ ຄວນ​ນອນໝູບໜ້າ​ລົງ​ປະມານ 5-10 ນາທີ ​ເພື່ອ​ເຮັດ​ໃຫ້​ເລືອດ​ທີ່​ເຕັມ​ຢູ່​ທາງ​ເບື້ອງຫຼັງ​ໝູນວຽນ​ໄຫຼ​ໄປ​ໃຫ້​ທົ່ວ​ຮ່າງກາຍ​ເບື້ອງໜ້າ​ຄືນ ຫາຍ​ໃຈ​ເລິກໆ​ເຂົ້າອອກ ສາມ ​ເທື່ອ​ເພື່ອ​ຖ່າຍ​ເທ​ອາກາດ​ທີ​່ບູດ​ເນົ່າອອກ​ຈາກ​ຮ່າງກາຍ ພ້ອມ​ກັບ​ເອົາ​ມື​ລູບ​ໜ້າ​ສາມ​ເທື່ອ​ເພື່ອ​ກະຕຸກ​ໃຫ້​ເລືອດ​ລົມ​ຢູ່​ໃບ​ໜ້າ​ແລ່ນ​ໄຫຼ​ດີ ​ໃບ​ໜ້າ​ກໍ​ຈະ​ມີ​ສີສັນ​ຜ່ອງ​ໃສ​ຂຶ້ນທຸກ​ວັນ ຮູ້​ເມື່ອ​ຄີງ​ຕອນ​ເຊົ້າບໍ່​ໃຫ້​ລຸກ​ຢືນ ​ແລ້ວ​ຍ່າງ​ທັນທີ​ໂລດ ຄວນ​ລຸກ​ນັ່ງປະມານ​ສາມ​ຊົ່ວ​ອຶດ​ໃຈ ​ເພື່ອ​ປັບ​ອຸນ ຫະພູມ​ ແລະ​ ຄວາມ​ເໜັງ​ຕີງ​ຂອງ​ເລືອດ​ລົມ​ເຂົ້າສູ່​ຄວາມ​ເປັນ​ປົກກະຕິ​ຂອງ​ຮ່າງກາຍ​ກ່ອນ​ຈະ​ພວດ​ພາດ​ລຸກຂຶ້ນ​ໄປ​ຈາກ​ບ່ອນ​ນອນ.

                                                    ຫຼັງ​ຕື່ນ​ນອນ
        ຄວນ​ອອກ​ໄປ​ທີ່​ໂລ່ງ​ມີ​ອາກາດ​ປອດ​ໂປ່​ງດີ​ແລ້ວ​ຫາຍ​ໃຈ​ເລິກໆຍາວໆ​ເຂົ້າປອດ 5-7 ​ເທື່ອ​​ແລ້ວ​ອອກ​ໄປ​ຫັດກາຍ ​ຕອນ​ເຊົ້າປະມານ 30- 45 ນາທີ​ດ້ວຍ​ລັກ​ຊະນະ​ທ່າ​ທາງ​ຕາມ​ໄວ​ສັງຂານ​ທີ​ເປັນ​ຢູ່. ພໍ​ກັບ​ມາ​ເຮືອນ​ພາຍ​ໃນ 1 ຊົ່ວ​ດື່ມນ້ຳ​ໃຫ້​ໄດ້​ໜຶ່ງ​ລີດ ( 3 ຈອກ )ພັກຜ່ອນ​ 10-15ນາທີ ກ່ອນກຽມ​ຕົວ​ເຂົ້າຫ້ອງ​ນ້ຳຊຳລະ​ຮ່າງກາຍ.

                                                    ອາບນ້ຳຕອນ​ເຊົ້າ
        ກ່ອນ​ຈະ​ອາບນ້ຳຄວນ​ເອົາ​ນ້ຳຫົດ​ໃສ່​ເຄິ່ງຕົວ ​ແຕ່​ຄ່າ​ບັ້ນ​ແອວ​ລົງ​ຫາ​ຕີນ​ເສຍ​ກ່ອນ (ບໍ່​ຄວນ​ຫົດ​ນ້ຳ​ໃສ່​ຕົນ​ຕົວ​ທັງໝົດບາດ​ດຽວ ອາດ​ຈະ​ເຮັດ​ໃຫ້​ເລືອດ​ລົມ​ຢຸດ​ສະ​ງັກໄດ້) ​ແລະ​ການ​ຫົດ​ນ້ຳ​ໃສ່​ແຕ່​ບັ້ນ​ແອວລົງ​ໄປ​ກໍ​ເພື່ອ​ໃຫ້​ຮ່າງກາຍ​ຮັບ​ເອົາ​ການ​ກະທົບ​ຈາກ​ຄວາມ​ເຢັນ​ເທື່ອ​ລະ​ຂັ້ນຕອນ ( ບໍ່​ໃຫ້​ຮ່າງ ກາຍ​ກະທົບ​ຄວາມ​ເຢັນ​ແຮງ​ບາດ​ດຽວ ຊຶ່ງ​ມີ​ບາງ​ກໍລະນີ​ເກີດ​ອາການ​ຫົວ​ໃຈ​ສະບັ້ນຂາດ​ໃຈ​ຕາຍ​ໄປ​ເລີຍ​ກໍ່​ມີ ) ຫຼື​ ບໍ່​ຂາດ​ໃຈ​ຕາຍ​ບຶດໜຶ່ງ​ຍາມ​ດຽວ ​ແຕ່​ກໍ​ເປັນ​ການ​ເລີ່​ມຕົ້ນສະ​ສົມ​ອາການ​ທາງ​ຫົວ​ໃຈ​ເທື່ອ​ລະ​ນ້ອຍ​ເຊັ່ນ​ດຽວ​ກັນ. ການ​ອາບນ້ຳຕອນ​ເຊົ້າມີ​ຄວາມ​ຈຳ​ເປັນ​ຕໍ່​ຮ່າງ​ກາຍ ​ແລະ ​ຕໍ່​ສຸຂະພາບ​ຂອງ​ມະນຸດ​ຢ່າງ​ຫລວງ​ຫຼາຍ​ພາຍ​ມາກ ​ເພາະ​ຕະຫລອດ​ທັ້ງຄືນ​ທ່ານ​ຮູ້​ຫຼື​ບໍ່ ​ເວລາ​ຄົນ​ນອນ​ຫລັບ​ໄຫຼ​ທັງ​ຄືນ​ນັ້ນ​ເຫື່ອ​ໄຄ​ຄ້າວ​ຈະ​ໄຫຼ​ອອກ​ມາ​ອາບ​ທົ່ວ​ຮ່າງກາຍ ຕອນ​ເຊົ້າຄວນ​ຊຳລະ​ລ້າງ​ອອກ​ໃຫ້ໝົດຈະ​ເປັນ​ການ​ດີ​ທີ່​ສຸດ. ​ເວ​ລາ​ຫົດ​ນ້ຳ​ໃສ່​ທົ່ວ​ຮ່າງກາຍ​ເທື່ອ​ທຳ​ອິດ ຄວນ​ເອົາ​ທັງ​ສອງ​ຝາ​ມື​ຟອກ​ຖູ​ໄປ​ທົ່ວ​ແຂນ​ຂາ​ ແລະ​ ຕົນ​ຕົວ​ອ່າວ​ແຮງ ​ໃຫ້​ທົ່ວ​ເພື່ອ​ຟອກ​ເລືອດ​ລົມ​ເຮັດ​ໃຫ້​ເລືອດ​ລົມ​ທົ່ວ​ຮ່າງກາຍ​ດີ ແລະ​ແຂງ​ແຮງ​ຕະຫລອດ​ການ. ​ແລ​ະອີກ​ສິ່ງ​ໜຶ່ງ​ທີ່​ມະນຸດ​ເຮົາ​ມອງ​ຂ້າມ​ໃນ​ການ​ອະນາ​ໄມ​ຮູ​ທະວານ ​ເວລາ​ຟອກ​ສະບູ​ໃຫ້​ໃຊ້​ນິ້ວຊີ້ມື​ແຍ່​ເຂົ້າຮູ​ທະວານ​ຈົນຈຳ​ ເພື່ອ​ປ້ອງກັນ​ການ​ເກີດ​ລີດ​ສະ​ດວງ​ທະວານ​ ແລະ​ຍັງ​ເປັນ​ການ​ທຳລາຍ​ການວາງ​ໄຂ່​ຂອງ​ພະຍາດ​ຕົວ​ເຂັມ​ອີກ​ດ້ວຍ.

                                            ຮັກສາ​ຕາ​ແບບ​ງ່າຍໆ
        ປີ​ໜຶ່ງ​ເອົາໝາກນາວ​ໜ່ວຍ​ງາມ​ໜ່ວຍໜຶ່ງ ອະນາ​ໄມ​ມີດ​ທີ່​ຈະ​ເອົາ​ມາ​ປາດ​ໃຫ້​ດີ ​​​ແລ້ວ​ປາດ​ເອົາ​ໝາ​ກນາ​ວປ່ຽງ​ໜຶ່ງ ບີບໝາກນາວ​ລົງ​ໃສ່​ຕາ​ເບື້ອງ​ລະ​ຢອດ ​ເຮັດ​ແບບ​ນີ້ຈະ​ບໍ່​ເກີດ​ພະຍາດ​ໂລກ​ຕາໃດໆທັງ​ສິ້ນ.

                                              ເຄັດ​ລັບ​ເງິນ​ໄຫລ​ມາ​ເທ​ມາ: ​
        ໃຫ້​ຕົວ​ເຮົາ​ມີ​ສິນ​ທຳ ມີ​ຈິດ​ໃຈ​ເມດ​ຕາ​ກະລຸນາ ບໍ່​ບຽດບຽນ​ມະນຸດ ​ແລະ​ສັດ​ໂລກ​ທັງຫລາຍ​ທັງ​ປວງ. ​ເມື່ອ​ຫາ​ເງິນ​ໄດ້​ແຕ່​ລະມື້ ​ແຕ່ລະ​ເທື່ອ ຫຼື ​ແຕ່ລະ​ເດືອນ ຈະ​ແມ່ນ​ກ້ອນ​ໃຫຍ່ ຫລື ກ້ອນ​ນ້ອຍ​ກໍ​ຕາມ ບໍ່​ຄວນ​ເອົາ​ໄປ​ຈ່າຍ​ໂລດ​ບາດ​ດຽວ ຕ້ອງ​ເອົາ​ເງິນ​ເກັບ​ມ້ຽນ​ໄວ້​ຕູ້​ເຊັບ ຫີບ​ຫໍ່ ​ເມື່ອ​ມີ​ຄວາມ​ຈຳ​ເປັນ​ຕ້ອງການ​ໃຊ້​ຈ່າຍ ​ໃຫ້​ເອົາ​ເງິນ​ທີ່​ໄດ້​ເກັບ​ມ້ຽນ​ໄວ້​ກ່ອນ​ແລ້ວນັ້ນອອກ​ມາ​ຈ່າຍ ​ເພື່ອ​ເຮັດ​ໃຫ້​ເງິນ ໝູນວຽນ​ເຂົ້າມາ​ຫາ​ຫລາຍ​ຂຶ້ນ​ເລື້ອຍໆ. ​ແຕ່ລະຄົນ​ມີ​ມື້​ເງິນ​ເຂົ້າຫາ​ແຕກ​ຕ່າງ​ກັນ ພໍ​ຮອດ 4 ​ໂມງ​ເຊົ້າຂອງ​ມືນັ້ນ​ໃຫ້​ລຸກຂຶ້ນມາ​ໄຂ​ຕູ້​ເຊັບ ຫິບ​ຫໍ່​ອອກ​ມາ​ນັບ ສ່ວນ​ທີ່​ມີ​ໜ້ອຍ​ກໍ​ນັບ​ເທື່ອ​ລະ​ໃບ​ ສ່ວນ​ທີ່​ມີ​ຫລາຍ​ກໍ​ນັບ​ເປັນ​ຫົວ​ເປັນ​​ແໜບ ນັບ​ທັງ​ແກ້ວ​​ແຫວນ ​ແລະ ທອງຄຳ ດ້ວຍ​ວັນ​ຊັບ​ເຂົ້າມາ​ຫາ​ຄື: ຄົນ​ເກີດ​ວັນ​ອາທິ ​ແມ່ນ​ວັນ​ພຸດ ຄົນ​ເກີດ​ວັນ​ຈັນ​ແມ່ນ​ວັນ​ຈັນ ຄົນ​ເກີດ​ວັນ​ອັງ​ຕຄານ​ແມ່​ນວັນ​ພະຫັດ ຄົນ​ເກີດ​ວັນ​ພຸດ​ແມ່ນ​ວັນ​ອັງຄານ​ ຄົນ​ເກີດ​ວັນ​ພະ​ຫັດ​ແມ່ນ​ວັນ​ອາທິດ ຄົນ​ເກີດ​ວັນ​ສຸກ​ແມ່ນ​ວັນ​ອັງຄານ ​ແລະ ຄົນ​ເກີດ​ວັນ​ເສົາ​ແມ່ນ​ວັນ​ສຸກ (​ເພື່ອ​ຄວາມ​ແນ່ນອນ ກໍ​ຕ້ອງຕິດຕາມ​ເບິ່ງ​ຕົວ​ຈິງ​ຕື່ມ). ​ເວລາ​ຮັບ​ເອົາ​ເງິນ​ຈາກ​​ໃຜ​ກໍ​ຕາມ ​ເມື່ອ​ເຫັນ​ວ່າ​ແຫລບ​ເງິນ​ບໍ່​ຄົບ​ຫລື​ມີ​ການ​ປອມ​ແປງ​​ໃບ​ເງິນ​ປົນ​ເປ​ຢູ່ ກໍ​ໃຫ້​ເອົາ​ເງິນ​ຂອງ​ເຮົາ​ໃສ່​ຖືກຕ້ອງ​ຄົບ​ຖ້ວນ ​ເພາະ​ການ​ເຮັດ​ບໍ່​ດີ​ປອມ​ແປງ​ແນວ​ໃດ​ກໍ​ຕາມ​ກ່ຽວ​ກັບ​ເງິນ ​ເງິນ​ກໍ​ຈະ​ບໍ່​ໄຫລ​ມາ​ຫາ​ຄົນ​ທີ່​ມີ​ໃຈ​ຄົດ​ລ້ຽວນັ້ນ ​ແລະ ຈະ​ຫາ​ເງິນ​ບໍ່​ຂຶ້ນ. ​ເມື່ອ​ມີ​ເງິນ​ຫລາຍ( ພໍ​ໃຊ້​ເຫຼືອ​ຈ່າຍ) ຄວານ​ຈະ​ກິນ​ທານ​ສ້າງ​ວັດວາອາ​ຮາມ ຫຼື​ໃຫ້​ທານ​ແກ່​ຄົນ​ຍາກຈົນ ສ້າງສາ​ທາ​ລະນະ​ປະ​ໂຫຍ​ດ ​ໃຫ້​ແກ່​ສ່ວນ​ລວມ ​ແລະ​ ປະ​ເທດ​ຊາດ.





ຂອງຂວັນຈາກໃຈ

  • What does not destructiveF time destroy ສິ່ງທີ່ບໍ່ມີອັນໃດທຳລາຍ ໃນທີ່ສຸດກໍຖືກເວລາທຳລາຍ
  • To greater crime, than lost of time ບໍ່ມີໂທດອັນໃດຮ້າຍແຮງໄປກວ່າການເສຍເວລາ
  • The world is his who has patience      ໂລກນີ້ ເປັນຂອງຄົນທີ່ມີຄວາມອົດທົນ
  • Soon ripe soon rotten ຮັກງ່າຍໜ່າຍໄວ
  • When in love everything is sweet ເມື່ອຍາມຮັກນ້ຳສົ້ມຜັກກໍວ່າຫວານ
  • Honeur lies no honest tail ກຽດຕິຍົດຂຶ້ນຢູ່ກັບການງານທີ່ສຸດຈະລິດ
  • Good manners are made up of petty sacrifices ມາລະຍາດດີຍ່ອມໄດ້ຮັບຄວາມເຄົາລົບບູຊາ
  • He that gives to the grateful man put out to interst ການຊ່ວຍເຫຼືອຄົນ ກະຕັນຍູ ເປັນການລົງທຶນທີ່ໄດ້ກຳໄລ
  • Keep company  with good, not with the bad ຈົ່ງພົບແຕ່ຄົນດີຢ່າພົບຄົນຊົ່ວ
  • Love makes maneither better or worse ຄວາມຮັກເຮັດໃຫ້ຄົນດີຂຶ້ນ ຫຼືບໍ່ກໍຊົ່ວລົງ
  • Patience is the key of glory ຄວາມດຸໝັ່ນເປັນກະແຈແຫ່ງຄວາມຮຸ່ງເຮືອງ
  • Your dress and handwriting show your charateur ເຄື່ອງແຕ່ງກາຍ ແລະ ລາຍມືຂຽນ ສະແດງເຖິງນິດໄສຂອງເຈົ້າຂອງເອງ
  • Intolence is a sort of suicide ຄວາມກຽດ ຄ້ານເປັນການກະທເທົ່າກັບການຂ້າຕົວເອງ
  • He that work is born king of something ຄົນ ທີເຮັດວຽກໄດ້ ຊື່ວ່າເປັນເຈົ້າຂອງສົມບັດທຸກຢ່າງ
  • Stubborn labour conquers everything ເຮັດ ວຽກຢ່າງເດັດດ່ຽວ ຍ່ອມຊະນະທຸກສິ່ງທຸກຢ່າງ
  • Love comes with rity ຄວາມຮັກມາພ້ອມກັບ ຄວາມສົງສານ
  • Patience is sorrow's salve ຄວາມດຸໝັ່ນເປັນຢາ ປິດແຜຂອງຄວາມເສົ້າ
  • The ornament of a house is the friend who visit it ເພື່ອນມິດທີ່ມາຢ້ຽມຢາມ ເໝືອນເຄື່ອງປະ ດັບ ຢ້າວເຮືອນ
  • Get married with the one who love you ຈົ່ງແຕ່ງງານກັບຄົນທີ່ເຂົາຮັກເຈົ້າ
  • Don't get married with the one you love ຢ່າງແຕ່ງງານກັບຄົນທີ່ເຈົ້າຮັກ
  • Patienca is the key of paradise ຄວາມດຸໝັ່ນເປັນກະແຈໄຂແຫ່ງປະຕູສະຫວັນ
Powered by Create your own unique website with customizable templates.