"ມໍລະດົກລ້ານຊ້າງ ຫລວງພຣະບາງ"
ໜ້າປື້ມຂອງຂອ້ຍ
  • ທຳອິດ
  • ວັດຕ່າງໆໃນຫລວງພຣະບາງ
  • ຮີດຄອງປະເພນີ
  • ແຫລ່ງທຳມະຊາດ
  • ບົດກອນສອນໃຈ
  • ສາລະຄວາມຮູ້
  • ນິທານຊາດົກ
    • 2. ພຣະຊະນົກ
    • ເລື່ອງ ສຽວສະຫວາດ
    • ເລື່ອງ ປູ່ເຍີ
    • ເລື່ອງ ທ້າວ ຈັນທະພານິດ
    • ເລື່ອງ ພູທ້າວ ແລະ ພູນາງ
  • ຕິດຕໍ່

ເລື່ອງ ສຽວສະຫວາດ
ນັບວ່າເປັນຍອດນິທານຊາດົກອີກເລື່ອງໜຶ່ງຂອງລາວ ຍອດນິທານເລື່ອງນີ້ແມ່ນຄັດມາຈາກຮູບຕິດແກ້ວຢູ່ຝາພະໜັງ ຫໍສ່ຽງດວງ ຫຼື ຫໍພະນອນ ຂອງວັດຊຽງທອງທີ່ຫລວງພະບາງ ນິທານເລື່ອງນີ້ມັນໄດ້ສອນໃຫ້ເຮົາເປັນຄົນມີສິນລະທຳ ແລະ ມີຄວາມຊື່ສັດສຸຈະລິດ ຢາກຮູ້ເນື້ອໃນເຊີນອ່ານໄດ້ເລີຍ

      ແຕ່​ປາງ​ກ່ອນ​ຍັງ​ມີ​ຕະກຸນ​ກະດຸມພີ​ຜົວ​ເມຍ​ຄູ່​ໜຶ່ງ ຕັ້ງບ້ານ​ເຮືອນ​ຢູ່​ໃນ​ນະຄອນ​ພະ​ລາ​ນະ​ສີ.​ເຂົາ​ເຈົ້າມີ​ລູກ​ຊາຍ​ສອງ​ຄົນ,ຜູ້​ອ້າ​ຍຊື່ວ່າ​ສີສະ​ຫລຽວ​ແລະ​ຜູ້​ນ້ອງ​ຊື່ວ່າ ສຽວສະຫວາດ.ຍາມ​ເມື່ອ​ທ້າວ ສຽວ ສະຫວາດ​ມີ​ອາຍຸ​ໄດ້16​ປີ ພໍ່​ແລະ​ແມ່​ເຊິ່ງ​ເຖົ້າ​ແກ່​ຫລາຍ​ແລ້ວນັ້ນ​ໄດ້​ພິຈາລະນາ​ວ່າ​ຕົນ​ເອງ​ໄດ້​ເຖົ້າ​ແກ່​ຊະລາ​ຫຼາຍ​ແລ້ວ​ແລະ​ວ່າ​ລູກ​ທັງ​ສອງ​ຂອງ​ຕົນ​ເອງ​ກໍ​ຈຳ​ຕ້ອງ​ໄດ້​ເລືອກ​ເສັ້ນທາງ​ດຳລົງ​ຊີວິດ​ພໍ​ໃຜ​ພໍ​ມັນ​ແລ້ວ ​ເຂົາ​ເຈົ້າຈິ່ງ​ເອີ້ນ​ລູກ​ທັງ​ສອງ​ມາ​ພົບ​ພ້ອມ​ກັນ.ພໍ່ກ່າວ​ກັບ​ລູກ​ວ່າ:​ເຈົ້າລູກ​ຮັກ​ທັງ​ສອງ​ຂອງ​ພໍ່​ເອີຍ!ອັນວ່າ​ເຮືອນ​ສອງ​ຫຼັງ,ຫຼັງ​ນຶ່ງ​ປຸກ​ແປງ​ສຳ​ເລັດ​ບໍລິບວນ​ແລ້ວ,ສ່ວນ​ຫຼັງ​ໜຶ່ງ​ຫ້າງ​ໄມ້​ໄວ້​ຄົບ​ສຸ​ອັນ​ແລ້ວ​ແຕ່​ຍັງ​ບໍ່​ທັນ​ປຸກ ລູກ​ຕ້ອງຕັ້ງປຸກ​ເອງ,​ເຈົ້າທັງ​ສອງ​ຈະ​ໄຄວ່​ເອົາ​ຫຼັງ​ໃດ​ໃຫ້​ວ່າ​ມາ​ເທີ້ນ.ສີສະ​ຫຼຽວ​ຜູ້​ມັກ​ຢູ່​ຄົງ​ທີ່​ກໍ​ວ່າ​ຈະ​ເອົາ​ຫຼັງ​ທີ່​ປຸກ​ບໍລິບວນ​ແລ້ວ​,ສ່ວນ​ສຽວສະຫວາດ​ຜູ້​ຍັງ​ທ່ອງ​ທ່ຽວ​ຊອກ​ຫາ​ປະສົບ​ການ​ກໍ​ວ່າ​ຈະ​ເອົາ​ຫຼັງ​ທີ່​ຕົນ​ຈະ​ຕ້ອງ​ປຸກ​ເອງ.ອັນ​ໜຶ່ງ​ຢ່າ​ຊຸ​ລ່ວງ​ຄຳ​ສອນ​ອັນ​ພໍ່​ແມ່​ແລະ​ເຖົ້າ​ແກ່​ສອນ​ໄວ້​ຫາກ​ບໍ່​ຟັງ​ຈະ​ເປັນ​ທຸກ​ເປັນ​ໄພ​ເຖິງ​ຊີວິດ​ຄຳ​ສອນ​ນັ້ນຈະ​ປົກ​ປ້ອງ​ຮັກສາ​ພວກ​ລູກ​ຍາມ​ມີ​ໄພ​ເປັນ​ດັ່ງ​ນົກ​ກະ​ແດບ​ເດົ້າ​ໃນ​ນິທານ ພໍ່​ສືບ​ຕໍ່​ເວົ້າວ່າ: ລູກ​ທັງ​ສອງ​ອັນວ່າ​ຄອງ​ຖ່ອຍ​ຮ້າຍ​ມີ​ສາມ​ປະການ ອັນ​ໜຶ່ງ ​ເພິ່ນ​ບໍ່​ເອີ້ນ​ຢ່າ​ຂານ ​ເພິ່ນ​ບໍ່​ວານ​ຢ່າ​ຊ່ອຍ. ອັນ​ສອງ​ພໍ່​ແມ່​ເຖົ້າ​ແກ່​ແລະ​ຄູ​ອາຈານ​ສັ່ງສອນ​ໃຫ້​ຮູ້ຢ່າ​ສຸ​ຕອບ​ຖ້ອຍ​ຖຽງ​ຄວາມ​ໃຫ້​ມິດ​ຟັງ​ແລະ​ພິຈາລະນາ.ອັນ​ສາມ ຢ່າ​ຂົ່ມ​ເພິ່ນ​ຍໍ​ໂຕ ​ເປັນ​ຄົນ​ເກີດ​ໃນ​ວັດຕະສົງສານ​ນີ້​ບໍ່​ມີ​ໃຜ​ດີ​ໄດ້​ຕະຫຼອດ​ການ,ລາງ​ເທື່ອ​ມີ​ລາງ​ເທື່ອ​ໄຮ້ ລາງ​ເທື່ອ​ໄດ້​ລາງ​ເທື່ອ​ຊ້ຳ​ເລົ່າ​ພອຍ​ເສຍ ດຸດ​ດັ່ງ​ເຮືອ​ສະ​ເພົາ​ຄ້າ​ບາດ​ຊິ​ຫຼົ້ມ​ກໍ​ຍັງ​ຫຼົ້ມບາດ​ຈອດ​ຕາຊິ​ບອດ​ກໍ​ຍັງ​ບອດ​ບາດ​ເຖົ້າຄັນວ່າ​ເຖົ້າ​ແກ່​ແລ້ວ​ກໍ​ຍັງ​ພົບ​ເຄືອ​ຫວາຍ​ຄັນວ່າ​ຊິ​ມໍລະນະ​ຕາຍ​ກໍ​ຍັງ​ພົບ​ທີ່​ຮ້າງ​ແມ່ນ​ວ່າ​ເປັນ​ພະຍາ​ເຈົ້າຊ້າງ​ກໍ​ຍັງ​ຄູ້​ເຂົ່າ​ຍ່າງ​ຕາງ​ຕີນ​ແລນາ ອັນ​ນຶ່ງ​ເຈົ້າທັງ​ສອງ​ຢ່າ​ທຽບ​ຕົນ​ທຽມ​ຄົນ​ໃບ້​ແລະ​ສັດ​​ເດຍລະສານ.​ເຮົາ​ຈະ​ສອນ​ໃຫ້​ມັນ​ດີ​ເຮົາ​ຕ້ອງ​ວ່າ​ນຳ​ມັນ​ດີ​ເພິ່ນ​ວ່າ​ເວົ້າຄຳ​ດີ​ປົງ​ຖົງ​ຄ້ຽວ​ໝາກ​ເວົ້າຄຳ​ຮ້າຍ​ຖອນ​ດາບ​ຟັນ​ກັນ​ເປັນ​ດັ່ງ​ຊ້າງ​ຂອງ​ພະຍາ​ແລະ​ລູກ​ນົກ​ແຂກ​ເຕົ້າ.

      ຈາກ​ນັ້ນບໍ່​ນານ​ພໍ່​ແມ່​ກໍ​ຕາຍ​ຈາ​ກໄປ.ສອງ​ພີ່ນ້ອງ​ກໍ​ສືບ​ຕໍ່​ຢູ່​ນຳ​ກັນ.​ແຕ່​ວ່າ​ຕະຫຼອດ​ເວລາ ສຽວສະ ຫວາດ​ຄົ້ນຄິດ​ຫາ​ແຕ່​ເລື່ອງ​ເດີນທາງ​ທ່ອງ​ທ່ຽວ​ຫາ​ປະ​ສົບ​ການ​ແລະ​ຄຳ​ສອນ​ຂອງ​ພໍ່​ທີ​ວ່າ: ”ຟັນ​ເຮືອ​ໄວ້​ຫຼາຍ​ລຳ​ແຮ​ທ່າ​ໝ່າ​ເຂົ້າ​ໄວ້​ຫຼາຍ​ບ້ານ​ທົ່ວ​ເມືອງ”.​ ເມື່ອນັ້ນຍັງ​ມີ​ເຮືອ​ສະ​ເພົາ​ຄ້າ​ຈາກ​ຈຳປາ​ນະຄອນ​ມາ​ຈອດ​ທຽບ​ທ່າ​ບ້ານ​ເຂົາ​ເຈົ້າ. ສຽວສະຫວາດ​ຈິ່ງ​ເຂົາພົບ​ນາຍ​ສະ​ເພົາ​ເພື່ອ​ຂໍ​ເດີນທາງ​ໄປ​ນຳ.ນາຍ​ສະ​ເພົາ​ໄດ້​ບອກສຽວສະຫວາດ​ວ່າ​ເຮືອ​ຈະ​ອອກ​ເດີນທາງ​ແຕ່​ເດິກ​ມື້​ຕໍ່​ມາ​ໃຫ້​ລາວ​ຕຽມ​ຕົວ​ພ້ອມ.ສຽວສະຫວາດ​ໄດ້ຕົບ​ແຕ່ງ​ຫ້າງ​ຫາ​ເອົາ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ແລ້ວ ກໍ​ສັ່ງ​ລາ​ອ້າຍ​ ແລະ​ ຍາດຕິ​ພີ່ນ້ອງ​ທັງ​ຫຼາຍ​ພວກ​ພີ່ນ້ອງ​ຮູ້ສຶກ​ອີ​ດູລາ​ວ​ແລະ​​ໄດ້​ກ່າວ​ຄຳ​ຕັກ​ເຕືອນ​ສອງ​ອ້າຍ​ນ້ອງ​ວ່າ: “ອ້າ​ຍກັບ​ນ້ອງຫ່າງ​ໜ້າ​ຫຼາຍ​ປີ​ມາ​ເປັນ​ອື່ນ​ພວກ​ເຈົ້າທັງ​ສອງ​ຈົ່ງ​ຮັກ​ແລະ​ຫ່ວງ​ໄຍອາທອນ​ກັນ. ສຽວສະຫວາດ​ໄປ​ໄກ​ແລ້ວບໍ່​ໃຫ້​ໄປ​ລັບ​ໃຫ້​ກັບ​ມາ​ຍື້​ຢາມ​ຖາມ​ຂ່າວ​ແດ່​ພໍ່​ແມ່​ເຖົ້າ​ແກ່​ທຸກ​ຄົນ​ຄິດ​ຮ​ອດຄິດ​ເຖິງ​ເປັນ​ຫ່ວງ​ເປັນ​ໄຍ”.

ສຽວສະຫວາ​ດອອກ​ບ້ານ​ໄປ​ຫາ​ເຮືອ​ແຕ່​ເດິກ.ຈາກ​ນັ້ນ​ເມື່ອ​ເຫັນ​ນັກຂັດ​ຕະລຶ​ແລ້ວ​ນາຍ​ສະ​ເພົາ​ກໍ​ຈັບ​ເອົາ​ຄັນ​ຕະກຸດ​ແລະ​​ແກ້ວ​ໜ້າ​ເລັນ​ອອກ​ມາ​ແຍງ​ສ່ອງ​ແລ້ວ​ລາວ​ກໍ​ຮ້ອງ​ສັ່ງ​ບ່າວ​ເຮືອ​ທັງຫຼາຍ​ວ່າ:”ມ້ວນ​ເຊືອກ​ເສົາກະ​ໂດ​ງຄຶງ​ໃບ​ຂຶ້ນ”ຍ້ອນ​ລົມ​ແຮງ​ພັດ​ຕ້ອງ​ໃບ​ເຮືອ​ເຮືອ​ແລ່ນ​ໄປ​ໄວ​ປານ​ຊັດ​ກະສວຍ​ທັງ​ຄະ​ຍອກ​ຄອກ​ຄອນ​ເຮັດ​ໃຫ້​ສຽວສຫວາດ​ຜູ້​ເຊິ່ງບໍ່​ເຄີຍ​ເດີນ​ເຮືອຈັກ​ເທື່ອ​ຮູ້ສຶກ​ມືດ​ຫູລາ​ຍຕາ​ຄື​ຈະ​ເປັນ​ລົມ.ລາວ​ໄດ້​ເຫັນ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ຈາກ​ໃນ​ເຮືອ​ແລະ​ຢາກ​ຈະ​ໂອ້​ລົມ​ຊັກ​ຖາມ​ໃຜ​ຜູ້​ໜຶ່ງ​ແຕ່​ລາວ​ບໍ່​ອາດ​ສາມາດ​ຍ່າງ​​ໄປມາ​ແລະ​ຫາ​ເວົ້າອັນ​ໃດ​ໄດ້​ລາວ​ຈິ່ງ​ນັ່ງ​ຂົດ​ມິດ​ຢູ່​ແຈ​ເຮືອ​ແລະ​ສົ່ງ​ສາຍຕາ​ລຽບ​ເບິ່ງ​ສິ່ງ​ຕ່າງໆຢູ່​ຕາມ​ຟາກ​ຝັ່ງ​ນ້ຳ, ​ເມື່ອ​ເຮືອ​ແວ່​ຈອດ​ຢູ່​ບ່ອນ​ໜຶ່ງ​ລາວ​ກໍ​ໄດ້​ຊັກ​ຖາມ​ນາຍ​ສະ​ເພົາ​ວ່າ:”ພໍ່​ ຫາດ​ທີ່ເຮົາ​ກາຍ​ມານັ້ນກໍ່​ມີ​ຫີນ​ແດ່​ບໍ?ປ່າດົງ​ພົງ​ໄພ​ທີ່​ເຮົາ​ກາຍ​ມານັ້ນກໍ​ມີ​ໄມ້​ບໍ່​ຈາ?ບ້ານ​ທີ​ເຮົາ​ກາຍ​ມານັ້ນກໍ​ມີ​ຄົນ​ບໍ່​ເດ?ພະ​ມະຫາ​ນະ​ຄອນ​ທີ່​ເຮົາ​ຜ່ານ​ມານັ້ນກໍ​ມີ​ເຈົ້າປົກ​ຄອງ​ແລະ​ມີ​ຜູ້​ເຖົ້າສາມ​ຂາ​ບໍ່​ນໍ?ວັດ​ທີ່​ຜ່ານ​ມານັ້ນກໍ​ມີ​ພະ​ເຈົ້າບໍ່​ຈາ?” ​ເມື່ອ​ໄດ້​ຍິນ​ດັ່ງນັ້ນພວກ​ບ່າວ​ເຮືອ​ທັງ​ລາຍ​ກໍ​ພາກັນ​ຫົວຂວັນ​ແລະ​ຕົບມື​ເອ່ໜ້າ​ລາວ​ເອົາ​ແທ້​ເອົາ​ວ່າ​ຈົນ​ນາຍ​ສະ​ເພົາ​ຈົນ​ໄດ້​ຫ້າມ​ປາມ​ເຂົາ​ເຈົ້າ​ແລະ​ກ່າວ​ຕັກ​ເຕືອນ​ສຽວສະຫວາດ​ວ່າ:”ລູກ​ເອີຍ! ອັນ ວ່າ​ພວກ​ເຮົາ​ນີ້ມາ​ຄ້າ​ມາ​ຂາຍ​ຢູ່​ກາງ​ເກາະ​ກາງ​ນ້ຳຢູ່​ຕ່າງ​ຖິ່ນ​ຕ່າງ​ແດນ​ຈັ່ງ​ຊີ້​ລູກ​ແລະ​ເມຍ​ຢູ່ທາງ​ບ້ານ​ເຂົາ​ກໍ​ຢາກ​ຫ້າມ​ຢາກ​ກີດ​ກຳ​ຄະລຳ​ແທ້ ຄຳ​ບູຮານ​ວ່າ​ໄວ້ ​ໂຕ​ບໍ່​ກິນ​ທ້ອງຊ້ຳຢາກ​ໂຕ​ບໍ່​ປາກ​ຫົວ​ໃຈ​ຍັງ​ວອນ”ຄຳ​ຖາມ​ແບບ​ນີ້ລູກ​ຢ່າ​ຖາມ​ອີກ​ເນີ​ເພາະ​ມັນ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຮົາ​ເປັນ​ຄົນ​ພໍ​ປານ​ໃດ. ອັນວ່າ​ຢູ່​ຕາມ​ຫາດ​ມັນ​ກໍ​ມີ​ແຕ່​ຫີນ​ນັ້ນ​ແລ​ ອັນວ່າ​ຢູ່​ຕາມ​ປ່າດົງ​ພົງ​ໄພ​ກໍ​ຫາກ​ມີ​ແຕ່​ໄມ້ຫັ້ນ​ແລ້ວ​, ຢູ່​ໃນ​ພະນະ​ຄອນ​ກໍ​ຍ່ອມ​ມີ​ເຈົ້າປົກຄອງ ​ແລະ ​ມີ​ຜູ້​ເຖົ້າສັກ​ໄມ້​ເທົ້າຢ່າງ​ຫລວງ​ຫຼາຍ​ແທ້​ແລ, ອັນວ່າ​ວັດວາອາ​ຮາມ​ກໍ່​ຍ່ອມ​ມີ​ພະພຸດທະ​ເຈົ້າພະ​ທຳ​ມະ​ເຈົ້​າ ແລະ​ ພະ​ສັງຄະ​ເຈົ້າຫັ້ນ​ແລ. ຈາກ​ນັ້ນນາຍ​ສະ​ເພົາ​ກໍ​ຈັດ​ໃຫ້​ບ່າວ​ເຮືອ​ເລັ່ງພາຍ​ເຮືອ​ເພື່ອ​​ໃຫ້​ເຖິງ​ເມືອງ​ຂອງ​ຕົນ​ກ່ອນ​ຄໍ່າວັນນັ້ນ. ​ເມື່ອ​ມາ​ເຖິງ​ເມືອງ​ພວກ​ບ່າວ​ເຮືອ​ກໍ​ແຍກ​ກັນ​ກັບ​ບ້ານ​ໃຜ​ບ້ານ​ມັນ. ນາຍ​ສະ​ເພົາ​ກໍ​ພາ​ສຽວສະຫວາດ​ໄປ​ບ້ານ​ຂອງ​ຕົນ.​ ໃນ​ແລງ​ນັ້ນນາຍ​ສະ​ເພົາ​ໄດ້​ເລົ່າ​ສູ່​ລູກ​ແລະ​ ເມຍ​ຟັງ​ວ່າ: ​ໄປ​ຄ້າ​ຖ້ຽວ​ນີ້ກໍ​ຫາກ​ໂຊກ​ໝານ​ແທ້ການ​ເດີນ​ເຮືອ​ກໍ​ຕະຫຼອດ​ປອດ​ໄພ​ດີ. ຊາຍ​ໜຸ່ມ​ຜູ້​ທີ່​ມາ​ກັບ​ພໍ່​ຊື່ວ່າ ສຽວສະຫວາດ ລາວ​ເປັນ​ລູກ​ກະດຸມພີ​ຜູ້​ຫນຶ່ງ ​ໃນ​ເມືອງ​ພາ​ລາ​ນະ​ສີ; ລາວ​ຢາກ​ເຫັນ​ຕ່າງ​ປະ​ເທດ​ຕ່າງ​ແດນ ລາວ​ຈຶ່ງ​ຂໍ​ມາ​ນຳ; ພໍ່​ເລີຍ​ໃຫ້​ລາວ​ເປັນ​ບ່າວ​ເຮືອ​ມາ​ນຳ ​ແລະ​ ໃຫ້​ລາວ​ພັກ​ຢູ່​ນຳ​ຄອບຄົວ​ເຮົາ.​ ເບິ່ງ​ຊົງ​ລາວ​ເປັນ​ຄົນ​ສະຫຼຽວສະຫຼາດ,​ແຕ່​ພໍ່​ຄິດ​ບໍ່​ອອກ​ຊອກ​ບໍ່​ມາ​ວ່າ​ເປັນ​ຫຍັງ​ຄົນ​ຊົງ​ສະຫຼາດ​ຈັ່ງຊັ້ນຈິ່ງ​ໄດ້​ຖາມ​ຄຳ​ຖາມ​ຄືຜີບ້າ​ຊ້າ​ເພີ້​ນີ້​ແຫຼະ. ​ເມື່ອນັ້ນລູກ​ສາວ​ນາຍ​ສະ​ເພົາ​ຊື່ວ່າ​ ນາງ​ສີ​ໄວ​ໄດ້​ຖາມ​ພໍ່​ວ່າ: ລາວ​ຖາມ​ແນວ​​ໃດ​ພໍ່​ຈິ່ງ​ວ່າ​ຄື​ຜີບ້າ?. ຫຼັງ​ຈາກ​ໄດ້​ຟັງ​ນາຍ​ສະ​ເພົາ​ເລົ່າ​ກ່ຽວ​ກັບ​ຄຳ​ຖາມ​ຂອງ​ສຽວ​ສະຫວາດ​ແລ້ວ ນາງ​ສີ​ໄວ​ ຈິ່ງ​ສະ​ແດງ​ຄວາມ​ເຄົາລົບ​ພໍ່​ ແລະ​ ຂໍ​ອານຸຍາດ​ສະ​ແດງ​ຄວາມ​ຄິດ​ເຫັນ: ຄຳ​ຖາມ​ນັ້ນອາດ​ບໍ່​ຜີບ້າ​ຊ້າ​ເພີ້ ດັ່ງ​ທີ່​ເຮົາ​ເຂົ້າ​ໃຈ. ລາວ​ຖາມ​ເຖິງ​ຫີນ​ຢູ່​ໃນ​ຫາດ​ແມ່ນລາວ​ຖາມ​ຫາ​ຫີນ​ທີ່​ປະ​ເສີດ​ເຊັ່ນ​ວ່າ ​ແກ້ວ​ບັບພາ​ເຮືອງ​ຮຸ່ງ​, ແກ້ວມະນີ​ພຸ່ງ​ລັດສະໝີ​, ແກ້ວ​ພີ​ທູນ​ມີຄ່າ​ມາກ​, ແກ້ວ​ວະຊິລະ​ຫຼາກ​ຫຼາຍ​ປະການ ​ແລະ​ ທີ່​ສຳຄັນ​ສຸດ​ແມ່ນ​​ແກ້ວມະນີ​ໂຊດ, ອັນ​ລາວ​ຖາມ​ເຖິງ​ໄມ້​ຢູ່​ໃນ​ດົງ
ແມ່ນ​ລາວ​ຢາກ​ຖາມ​ຫາ​ໄມ້​ແກ່ນ​ແຂງ​ອັນ​ປະ​ເສີດ​ເຊັ່ນ​ວ່າ​:​​ໄມ້​ຈວງ​, ​ໄມ້​ຈັນ, ອັນ​ລາວ​ຖາມ​ຫາ​ຄົນ​ ແລະ​ ຜູ້​ເຖົ້າສາມ​ຂາຢູ່​ໃນ​ບ້ານ​ ແລະ​ ເມືອງ​ນັ້ນ​ແມ່ນ​ລາວ​ຖາມ​ຫາ​ຄົນ​ຜູ້​ຮູ້​ສາດຕະສິນ​ອາຄົມ​ໝໍ​ຫວ້ານ, ໝໍ​ຢາ ຄົນ​ມີ​ປັນຍາ ນັກປາດ​ລາດ​ຊະ​ບັນດິດ​ຜູ້​ຮູ້​ຮີດ​ຮູ້​ຄອງ​ຮູ້​ສູດ​ຮູ້​ທຳນັ້ນ​ແລ. ອັນ​ລາວ​ຖາມ​ຫາ​ເຈົ້າປົກ​ຄອງ​ມະ ຫາ​ນະຄອນ​ລາວ​ຢາກ​ຖາມ​ວ່າ​ມີ​ເຈົ້າ​ແຜ່ນ​ດິນຍຶດຖື​ຫຼັກ​ທົດ​ສະ​ພິລາ​ຊະ​ທຳ​ສິບ​ປະການ​ຜູ້​ສ້າງ​ວຸດ​ທິຈຳ​ເລີ​ນ​ແກ່​ໄພ​ຟ້າ​ລາດ​ຊະ​ດອນ. ອັນ​ລາວ​ຢາກ​ຖາມ​ວ່າ​ມີ​ພະ​ເຈົ້າຢູ່​ວັດ​ບໍ ​ແມ່ນ​ລາວ​ຢາກ​ຖາມ​ວ່າ​ມີ​ພະພຸດທະ​ຮູບ​ສັກສິດ​ທີ່​ກາບ​ໄຫວ້​ບູຊາ​ມາ​ເປັນ​ເວລາ​ເຫິງ​ນານ​ຕະຫຼອດ​ຮອດ​ຕົ້ນສີ​ມະຫາ​ໂພ​ ແລະ ​ເຈດີ​ ທີ່​ບັນຈຸ​ສາລີຣິກະທາດ​ນັ້ນ​ແລ້ວ. ​ເມື່ອ​ຟັງ​ຄຳ​ເຫັນ​ຂອງ​ລູກ​ສາວ​ແລ້ວ​ ນາຍ​ສະ​ເພົາ​ກໍ​ເຂົ້າ​ໃຈ​ວ່າ​ສຽວສະຫວາດ​ເປັນ​ຄົນ​ມັກ​ຊອກ​ຮູ້​ຮໍ່າຮຽນ. ຫຼັງ​ຈາກ​ໄດ້​ຢູ່​ນຳ​ກັນ​ມາ​ໄລຍະ​ໜຶ່ງ​ແລ້ວ​ນາຍ​ສະ​ເພົາ​ກໍ​ໄດ້​ຖາມ​ສຽວສະຫວາດ​ໃນ​ວັນ​ຫນຶ່ງ​ວ່າ:”ລູກ​ສຽວສະຫວາດ​ເອີຍ! ພໍ່​ສັງ​ເກດ​ເຫັນ​ວ່າ​ເຈົ້າກັບ​ນາງ​ສີ​ໄວ​ລູກ​ສາວ​ຂອງ​ພໍ່​ນັ້ນ​ໄດ້​ມີ​ຄວາມ​ມັກ​ຄວາມ​ມ່ວນ​ຕໍ່​ກັນ. ຫາກ​ເປັນ​ດັ່ງນັ້ນພໍ່​ຈະ​ມອບ​ລູກ​ສາວ​ໃຫ້​ລູກ​ດູ​ແລ​ແທນ​ພໍ່​ຕະຫຼອດ​ໄປ” ສຽວສະຫວາດ​ຍໍ​ມື​ນົບ​ນາຍ​ສະ​ເພົາ​ຢ່າງ​ນອບ​ນ້ອມ​ແລ້ວ​ກ່າ​ວວ່າ:”ພໍ່​ໂຜດ​ຜາຍ​ລູກ​ປານ​ນີ້​ນັບ​ວ່າ​ເປັນ​ບຸນ​ຂອງ​ລູກ​ແທ້​ແລ້ວລູກ​ບໍ່​ຂີນ​ ແລະ ​ຂໍ​ຮັບ​ເອົາ​ຄວາມ​ເມດ​ຕາ​ຈາກ​ພໍ່.​ ແຕ່​ຍາດຕິ​ພີ່ນ້ອງ​ ແລະ ​ເຖົ້າ​ແກ່ລຸງ​ຕາ​ຝ່າຍ​ລູກ​ທີ່​ຈະ​ມາ​ທຳ​ພິທີ​ສູ່ຂໍ​ຕາມ​ປະ​ເພນີ​ນັ້ນບໍ່​ມີ​ຈັກ​ຄົນ”. ຢ່າ​ກັງວົນ​ເລີຍ!​ແມ່ນ​ວ່າ​ລູກ​ຢູ່​ໄກ​ຍາດຕິ​ພີ່ນ້ອງ​ຂອງລູກ​ແຕ່​ລູກ​ບໍ່​ໄດ້​ໂດດດ່ຽວດຽວ​ດາຍ. ພໍ່​ແມ່​ພີ່ນ້ອງ ​ແລະ ​ຄອບຄົວ​ຂອງ​ພໍ່​ກໍ​ຖື​ລູກ​ຊ້ຳ​ລູກ​ຫຼານ​ຄີງ, ຂໍ​ໃຫ້​ລູກ​ຖື​ວ່າ​ນີ້​ຄື​ຄອບຄົວ​ຂອງ​ລູກ​ຄື​ກັນ, ​ເພິ່ນ​ວ່າ​ມະນີ​ໂຊດ​ແກ້ວ​ຄື​ຄູ່​ຄຳ​ແດງ ລູກ​ເປັນ​ຄົນ​ດີ​ມີ​ຄວາມ​ຮູ້​ລູກ​ຈົ່ງ​ເປັນ​ຄູ່​ສີ​ໄວ​ລູກ​ສາວ​ຄົນ​ດຽວ​ຂອງ​ພໍ່ ຢູ່​ສືບ​ວຽກ​ແທນ​ເຮືອນ​ໃຫ້ຈະ​ເລີ​ນຮັ່ງມີ​ຕໍ່​ໄປ”.
    ຫຼັງ​ຈາກ​ນັ້ນ​ເພິ່ນ​ກໍ່​ຈັດ​ພິທີ​ວິວາຫະ​ມຸງຄຸນ​ແກ່​ສຽວສະຫວາດ​​ແລະ​ນາງ​ສີ​ໄວ​ແລ້ວ​ເຂົາ​ເຈົ້າກໍ​ຢູ່​ຮ່ວມ​ຫໍ​ລົງ​ໂຮງ​ນຳ​ກັນ​ຢ່າງ​ມີ​ຄວາມສຸກ.
ມາ​ຮອດ​ປີ​ທີ່​ສາມ​ທີ່​ເຂົາ​ເຈົ້າຢູ່​ດອມ​ກັນ​ຈຳປາ​ນະຄອນ​ຕົກ​ຢູ່​ໃນ​ພາວະ​ອັນຕະລາຍ ຍ້ອນ​ວ່າ​ເຈົ້າພະ​ຍາ​ບໍ່​ຢູ່​ໃນ​ພິທີ​ທົດ​ສະ​ພິລາ​ຊະ​ທຳ, ບໍ່​ຢູ່​ໃນ​ຮີດ​ສິບ​ສອງ​ຄອງ​ສິບ​ສີ່​ ບໍ່​ນັບຖື​ເຊື່ອ​ຟັງ​ຍຄຳ​ແນະນຳ​ສັ່ງ ສອນ​ຂອງ​ຊີ​ພາມ ​ແລະ ​ເສນາ​ມຸນຕີ​ຜູ້​ອາວຸດ​ໂສ. ນອກ​ນັ້ນຍັງ​ຂ້ຽນ​ຕີ​ທຳ​ໂທດ​ເຂົາ​ເຈົ້າ​ເມື່ອ​ເຂົາ​ເຈົ້າບໍ່​ເຫັນ​ພ້ອມ​ຄຳ​ເຫັນ​ທີ່​ເພິ່ນ​ສະ​ເໜີ.​ ເມື່ອນັ້ນ​ເທວະ​ດາ​ໝູ່​ໜຶ່ງ​ເຊິ່ງປົກ​ປັກ​ຮັກສາ​ພະນະ​ຄອນ​ໄດ້​ຕັ້ງ​ໃຈ​ຈະ​ທຳ​ໂທດ​ພະຍາ​ ແລະ ​ນຳພາ​ພະຍາ​ກັບ​ສຽວສະຫວາດ​ພົບ​ກັນ​ໂດຍ​ການ​ນິລະມິດ​ໃຫ້​ມີ​ຮ່າງ​ລຶກລັບ​ເປັນ​ຄະ​ມຸກ​ຄະ​ມົວ​ປາກົດ​ຕົວ​ຂຶ້ນ​ເໝືອນ​ດັ່ງ​ຜີ​ ຢູ່​ບ່ອນ​ນັ້ນບ່ອນ​ນີ້​ໃນ​ວັງ​ເມື່ອ​ຕັ້ງ​ໃຈ​ຊອກ​ແທ້​ສິ່ງ​ນັ້ນກໍ​ຫາຍ. ຄວາມ​ຢ້ານ​ວ່າ​ຕົນ​ຈະ​ຕາຍ​ຍ້ອນ​ສິ່ງ​ນັ້ນຫຼອກ​ຫຼອນພະຍາ ​ແລະ ​ບັນ​ດົນ​ໃຫ້​ພະຍາ​ມີ​ການ​ໂກດ​ຮ້າຍ​ຂ້າ​ຟັນ​ຄົນ.​ເພີ່ນ​ໄດ້​ສັ່ງ​ໃຫ້​​ແຕ່ງຝຽນ​ຍາມຄືນ​ລະ​ຫ້າ​ຮ້ອຍ​ຄົນ​ມາ​ຢູ່ຍາມ​ໃນ​ວັງ​ ແລະ​ ນັບ​ແຕ່​ຄືນ​ທຳ​ອິດ​ເມື່ອ​ເພິ່ນມາ​ຢາມ​ເບິ່ງ​ນາຍ​ຍາມ​ເຫຼົ່ານັ້ນ​ເຫັນ​ເ​ຂົາ​ເຈົ້ານອນ​ຫຼັບ​ຢູ່​ເພິ່ນ​ກໍ​ໂມ​ໂຫຂຶ້ນ: “ຄົນ​ພວກ​ນີ້​ ກູ​ໃຫ້​ມາ​ຢູ່ຍາມ​ປ້ອງ​ກັນ​ກູ ​ແຕ່​ເຂົາ​ຊໍ້າພັດ​ນອນ​ລັບ​ປະ​ຍາມ​ເສີຍ.​ເຂົາ​ລະ​ເລີຍ​ໜ້າ​ທີ່​ແລະ​ຊີວິດ​ກູ​ ກູ​ບໍ່​ອາດ​ຝາກຝັງ​ຊີວິດ​​ໄວ້ກັບ​ເຂົາ​ໄດ້” ​ແລ້ວ​ພະຍາ​ກໍ່​ຈັບ​ເອົາ​ງ້າວ​ຂ້າ​ຄົນ​ເຫຼົ່າ​ນັ້ນໝົດ. ຈາກ​ນັ້ນທຸກ​ຄືນ​ຮອດ​ກາງ​ເດິກ​ມາ​ເພິ່ນ​ກໍ​ຈັບງ້າວ
​​ (ຍັງມີອີກ...)
Powered by Create your own unique website with customizable templates.