"ມໍລະດົກລ້ານຊ້າງ ຫລວງພຣະບາງ"
ໜ້າປື້ມຂອງຂອ້ຍ
  • ທຳອິດ
  • ວັດຕ່າງໆໃນຫລວງພຣະບາງ
  • ຮີດຄອງປະເພນີ
  • ແຫລ່ງທຳມະຊາດ
  • ບົດກອນສອນໃຈ
  • ສາລະຄວາມຮູ້
  • ນິທານຊາດົກ
    • 2. ພຣະຊະນົກ
    • ເລື່ອງ ສຽວສະຫວາດ
    • ເລື່ອງ ປູ່ເຍີ
    • ເລື່ອງ ທ້າວ ຈັນທະພານິດ
    • ເລື່ອງ ພູທ້າວ ແລະ ພູນາງ
  • ຕິດຕໍ່
ກັບໜ້າທຳອິດ

                                                            ເລື່ອງ ປູ່ເຍີ   

Picture
ມື້ໜຶ່ງ, ​ຍ່າເຍີກຳລັງ​ນັ່ງ​ແນມ​ຂຶ້ນ​​ເມືອເທິງ​ຫົວ​ພູ​ແດນ​ໄກ​ພຸ້ນຢູ່ ໃນ​ຂະນະ​ທີ່​ລາວ​ນັ່ງ​ຢູ່​ຫັ້ນມີ​ກາລະ​ລາດ​ຜູ້​ເປັນ​ລູກ​ແລ່ນ​ເຂົ້າມາ​ທາງ​ຫຼັງ ​ແລ້ວ​ຖາມ​ວ່າ: ​ແມ່​ເຮີຍ! ​ແມ່​, ພໍ່​ຂອງ​ລູກ​​ເດ​ດຽວ​ນີ້​ພໍ່​ຢູ່​ໃສ? ​ເປັນ​ຫຍັງ​ໃຜ​ກໍ​ເວົ້າວ່າ​ ບັກ​ລູກ​ບໍ່​ມີ​ພໍ່ ​ແມ່​ເວົ້າ​ໃຫ້​ລູກ​ຟັງ​​ແດ່: ​ເມື່ອ​ໄດ້​ຍິນ​ລູກ​ຖາມ​ແນວ​ນັ້ນ ຍ່າ​ເຍີ​ຈ້ອງ​ເບິ່ງ​ໜ້າ​ລູກ​ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ແລ້ວ​ ແກ່ວ​ງຫົວ ​ດ້ວຍ​ຄວາມ​ເຈັບ​ແຄ້ນ​​ແໜ້ນ​ໃຈ​ແຕ່​ແມ່​ຕອບ​ວ່າ: ພຸ້ນ ​ລູກ​ເອີຍ! ພໍ່​ຂອງ​ລູກ​ຢູ່​ພຸ້ນ​ ແມ່​ທັງ​ເວົ້າທັງ​ຊີ້​ມື​ໄປ​ທາງ​ຫົວ​ພູ​ແດນ​ໄກ​ທີ່​ຕິດ​ກັບ​ຕີນ​ຟ້າ​ກ່ອງ ​ແມ່​ເປັນ​ແນວ​ໃດ​ພໍ່​ຂອງ​ລູກຢູ່​ຫົວ​ພູນັ້ນບໍ່? ​ເມື່ອ​ໄດ້​ຍິນ​ລູກ​ຖາມ​ຈັ່ງຊັ້ນຍ່າ​ເຍີ​ໄດ້​ເລົ່າ​ເລື່ອງ​ທີ​ຝັງ​ໄວ້​ໃນ​ໃຈ​ຂອງ​ຕົນ​ໃຫ້​ລູກ​ຟັງ​ດ້ວຍ​ຄວາມ​ໂສກ​ເສົ້າວ່າ: ພໍ່​ຂອງ​ລູກ​ຊື່ວ່າ​ ປູ່​ເຍີ ​ແມ່​ນີ້​ກໍ​ບໍ່​ແມ່ນ​ຄົນ​ທຳ​ມະ​ດາ ​ພໍ່​ແມ່​ນີ້​ລ້ວນ​ແຕ່​ແມ່ນ​ເຊື້ອພະ​ອິນ​ພະ​ພົມ​ທັງ​ເມືອງ​ຟ້​າ​ໄດ້​ແຕ່ງ​ລົງ​ມາສະ​ເຫ​ວີ​ຍ​ເມືອງ​ລຸ່ມ ​ເພື່ອ​ຄຸ້ມ​ຄອງ​ມະນຸດ​ຢູ່​ໃນ​ໂລກ​ນີ້ຕັ້ງ​ແຕ່​ຄາວ​ດຶກ​ດຳ​ບັນ. ​ເຊິ່ງຫ່າງ​ໄກພວກ​ເຮົາ​ເປັນ​ເວລາ​ເຫິງ​ນານ​ແລ້ວ ມະນຸດ​ໄດ້​ດຳລົງ​ຊີ​ວິດ​ຢູ​ໃນ​ຄວາມທຸກ​ຍາກ​ລຳບາກ​ອົດ​ສະບັ້ນສັ່ນ​ໜາວ​ຢູ່​​ໃຕ້ຮົ່ມ​ຟ້າ​ອັນ​ມືດ​ມົນ ລົມ​ມີດຕັດ​ມີດ​ແຖ​ປັດ​ເປົ່າ​ຈົນກະທັ້ງ​ເຮັດ​ໃຫ້​ເນື້ອກາຍ​ເໝືອນຈະ​ຂາດ​ເປັນ​ບັ້ນ​. ມວນ​ມະນຸດ​ໃນ​ເປີງ​ນີ້​ເປືອຍ​ເອິກ​ເປືອຍ​ອາງ​ເຕັມ​ແຕ່​ຂົນ​ບໍ່​ຮູ້​ເຮັດ​ແນວ​ໃດ ມີ​ແຕ່​ນອນ​ດິນ​ກິນ​ຫຍາ​ ພາຊີ​ວິດ​ຂອງ​ຕົນ​ດຳລົງ​ໄປ​ຄື​ເຊັ່ນ​ນັ້ນ​ເລື້ອຍມາ ​ເມື່ອ​ຕາ​ເວັນ​ພຸ່ງ​ຂຶ້ນ​ແສງ​​ແດດ​ສ່ອງ​ລົງ​ມາ​ຈິ່ງ​ເຮັດ​ໃຫ້​ຜູ້​ຄົນ ຕົ້ນ​ໄມ້ ​ແລະ ​ສັດສາ​ວາ​ສິ່ງ​ທັງຫຼາຍ​ຄ່ອຍໆລຸກ​ຕື່ນ​ຂຶ້ນ​ມາ ​ແຕ່​ເມື່ອ​ຕາ​ເວັນ​ຂຶ້ນ​ໄປ​ແລ້ວ​ໜ້າດິນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ມືດ ແລະ ​ເຢັນ​ກະດ້າງ, ມວນ​ມະນຸດ​ພາກັນ​ສັ່ນ​ສະບັ້ນ, ຕົ້ນ​ໄມ້​ເປືອຍ​ໂຕ​ໂດ່​ນ​ໂດ, ຈຳພວກ​ສັດ​ຈິບຫາຍ​ມຸດ​ມອດ​ຕາຍ​ຍ້ອນ​ຄວາມ​ໜາວ. ມວນ​ມະນຸດ​ພາກັນ​ເປັນ​ໝູ່​ເພື່ອ​ນຳ​ແສງຕາ​ເວັນ,​ ເຂົາ​ນຳ​ໄປ ນຳ​ໄປ! ​ແຕ່​ບໍ່​ທົນ​ຕໍ່​ຄວາມ​ອິດ​ເມື່ອຍ​, ບໍ່​ທົນ​ຕໍ່​ຄວາມ​ຂາດ​ເຂີນ ​ແລະ​ ຄວາມ​ຫິວ​ໂຫຍ,​ ເຂົາ​ກໍລົ້ມຫາຍ​ຕາຍ​ເສຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ແຕ່​ກໍ່​ຍັງ​ໄປ​ບໍ່​ເຖິງ​ຕາ​ເວັນ. ​ເມື່ອ​ເຫັນ​ແນວ​ນັ້ນພໍ່​ຂອງ​ເຈົ້າຍາມ​ໃດ​ກໍ​ເປັນ​ຫ່ວງ​ຄົ້ນຄິດ​ຊອກ​ຫາ​ທິດ​ທາງ​ແກ້​ໄຂ​ໃຫ້​ມວນ​ມະນຸດ​ພົ້ນຈາກ​ຄວາມທຸກ​ຍາກ​ລຳບາກ, ພໍ່​ຂອງ​ລູກ​ໄດ້​ອອກ​ເດີນທາງ​ໄປ​ເຖິງ​ຫົວ​ພູ​ແດນ​ໄກ​ທີ່​ມີ​ສາຍ​ນ້ຳ​​ໂຕນ​ຕາດ​ສຽງ​ດັງ​ສະ​ນັ່ນ. ອາຍ​ນ້ຳ​ແພ່​ລະອອງ​ຂຶ້ນມາ​ມົວ​ມົວ ​​ເໝືອນ​ດັ່ງ​ກຸ່ມ​ເມກ​ທີ່​ພົ້ນຂຶ້ນຈອມ​ພູ. ອາກາດ​ໜາວ​ຊຶມ​ເຂົ້າ​ໃນ​ຕົນ​ຕົວ​ຂອງ​ຄົນ​ເຮົາ​ຈົນ​ປວດ​ກະດ້າງທົ່ວ​ຊີ້​ນ, ທົ່ວ​ໜັງ​ເໝືອນ​ດັ່ງ​ມີ​ປາຍ​ເຂັມ​ ແລະ​ ສອນ​ສຽບ​ແທງ. ຢູ່​ການງນຳ​ໂຕນຕາດ​ທີ່​ເຕັມ​ໄປ​ດ້ວຍ​ໝອກ​ເມກ​ນັ້ນມີ​ຕົ້ນ​ໄມ້​ມະນີ​ໂຄດ​ເກີດ​ຂຶ້ນ. ພໍ່​ຂອງ​ເຈົ້າ​ໄດ້​ເກັບ​ເອົາ​ໝາກ​ໄມ້​ນັ້ນມາ​ກິນ. ຍ້ອນ​ໄດ້​ກິນ​ໝາກ​ໄມ້​ມະນີ​ໂຄດ​ນີ້ ພໍ່​ຂອງ​ລູກ​ຈຶ່ງ​ຮູ້ສຶກ​ວ່າ​ຮ່າງກາຍ​ຂອງ​ຕົນ​ມີ​ກຳລັງ​ອັນ​​ແຮງ​ກ້າ.​ ແຕ່​ນັ້ນມາ​ ພໍ່ຂອງ​ລູກ​ຈິ່ງ​ໄດ້​ໄປ​ທົ່ວ​ທຸກ​ຫົນ​ທຸ​ກ​ແຫ່ງ ​ແລະ​ ເອົາ​ເຫື່ອ​ແຮງ​ຂອງ​ຕົນ​ຊ່ວຍ​ມວນ​ມະນຸດ​ຕ້ານ​ຄວາມ​ສະບັ້ນສັ່ນ​ໜາວ, ຕ້ານ​ຜີ​ສາງ​ນາງ​ຮ້າຍ. ​ແຕ່​ມວນ​ມະ​ນຸດ​ກໍ​ຍັງ​ມີ​ຄວາມທຸກ​ຍາກ​ລຳບາກ, ດັ່ງນັ້ນພໍ່​ຂອງ​ລູກ​ຈຶ່ງ​ມີ​ຄວາມ​ໂສກ​ເສົ້າງ່ວມ​ເຫງົາ​ ແລະ​ ຕັດສິນ​ໃຈ​ຫາ​ທຸກ​ວິທີ​ເພື່ອ​ຊ່ວຍ​ມວນ​ມະ​ນຸດ​ໃຫ້​ມີ​ຄວາມ​ສະບາຍ. ນັບ​ແຕ່​ມື້ມາ​ຢູ່​ເມືອງ​ລຸ່ມ​ນີ້, ​ເຖິງ​ວ່າ​ພະ​ອິນ​ພະ​ພົມ​ອອກ​ຄຳ​ສັ່ງ​ຫ້າມ​ຂຶ້ນ​ເມືອ​ເມືອງ​ຟ້າ​ກໍ​ຕາມ, ພໍ່​ຂອງ​ລູກ​ກໍ​ນຳ​ຕົນ​ຂຶ້ນ​ໄປ​ດ້ວຍ​ຄວາມ​ສ່ຽງ​ໄພ, ​ໄດ້​ເຫາະ​ຂຶ້ນ​ໄປ​ສູ່​ດວງ​ຕາ​ເວັນ​ເຊິ່ງ​  ເປັ​ນ​ເຈົ້າຢູ່​ສູງ​ທີ່​ມີ​ໂງ່ນ​ໄຟ​ອັນ​ມະຫາສານ, ​ເວລາ​​ໃດ​ກໍ​ຮຸ່ງ​ແຈ້ງ​ສະ​ເໝີ ພໍ່​ຂອງ​ລູກ​ໄດ້​ລັກ​ເອົາ​ໄຟ​ນັ້ນກັບ​ມາ​ຍັດ​ໃສ່​ໃຈ​ໂລກ. ກຸ່ມ​ໄຟ​ເລີຍ​ໄໝ້​ໄປ​ທົ່ວ​ໃຈ​ໂລກ ​ແລະ ​ໄໝ້​ໄປ​ສູ່​ຂອບ​ແຈ​ອັນ​ເລິກ​ລັບ, ​ເຮັດ​ໃຫ້​ໂລກ​ຂອງ​ເຮົາ​ມີ​ຄວາມ​ອົບ​ອຸ່ນ​ຂຶ້ນ,​ ເຮັດ​ໃຫ້​ສັດສາ​ວາ​ສິ່ງ​ທັງຫຼາຍ​ແຕກ​ແມ່​ແພ່​ລູກ​ຢ່າງ​ໄວວາ. ນັບ​ແຕ່​ມື້ມີ​ໄຟ, ຊີວິດ​ຂອງ​ມວນ​ມະນຸດ​ໄດ້​ມີ​ການ​ປ່ຽນ​ແປງ​ໄປ​ຫຼາຍ. ຢູ່​ໃນ​ທົ່ວ​ທຸກ​​ແຫ່ງ​ຫົນ​ສຽງ​ຮ້ອງ​ລຳ​ທຳ​ເພງ​ໄດ້​ຟົດຟື້ນ​ໄປ​ທົ່ວ​ໂລກ. ​ເພື່ອ​ສັນລະ​ເສີນ​ຜົນງານ​ອັນ​ສະງ່າ​ລາສີ​ຂອງ​ພໍ່​ເຈົ້າ.

ມີ​ມື້ໜຶ່ງ, ພະ​ອິນ​ຢູ່​ເມືອງ​ຟ້າ​ໄດ້​ສ່ອງ​ສາຍຕາ​ທິບ​ຜ່ານ​ກຸ່ມ​ເມກ​ລົງ​ມາ​ເຫັນ​ບັນດາ​ກິ່ງກ້ານ​ດວງ​ດອກ​ຂອງ​ພຶກ ສາ​ທັງຫຼາຍ​ປົ່ງຂຶ້ນທົ່ວ​ປ່າດົງ, ມວນ​ມະນຸດ​ກໍ​ພາກັນ​ເຮັດ​ໄຮ່​ທຳນາ ບາງ​ພ່ອງ​ກໍ​ເຮັດ​ໄຮ່​ເຮັດ​ສວນ ​ແລະ ​ບູລະນະ​ສ້າງ ສາ​ຫລາຍ ​ເໝືອນດັ່ງ​ຝູງ​ມົດ​ຝູງ​ປວກ, ດັ່ງນັ້ນ, ພະ​ອິນ​ຈິ່ງ​ຮຽກ​ເອົາ​ພໍ່​ຂອງ​ເຈົ້າ​ໄປ​ໃສ່​ໂທດ, ພໍ່​ເຈົ້າຖືກ​ພະ​ອິນ​ຍັດ​ໄຟ​ເຂົ້າທ້ອງ, ​ໄຟ​ຈິ່ງ​ໄໝ້ພໍ່​ເຈົ້າ​ເສຍ​ໄປ. ​ແລ້ວ​ໂຍນຄາບ​ຂອງ​ພໍ່​​ເຈົ້າຖິ້ມລົງ​ມາ​ເມືອງ​ລຸ່ມ ​ພໍ່​ຂອງ​ເຈົ້າຈິ່ງ​ກາຍ​ເປັນ​ພູ​ໄຟ​ມະ​ໄລ​ກັນ ​ໃນ​ໃຈ​ຂອງ​ພູ​ໄຟ​ມະ​​ໄລ​ກັນນັ້ນ​ເວລາ​ໃດ​ກໍ​ໄໝ້​ເໝືອນດັ່ງ​ວ່າ​ໄຟ​ນັ້ນ​ໄໝ້​ລາມດວງ​ໃຈ​ຂອງ​ພໍ່​ເຈົ້າ ​ເທົ່າ​ທຸກ​ວັນ​ນີ້. ບາງ​ຄັ້ງ​ພູ​ໜ່ວຍ​ນັ້ນກໍ​ພົ່ນ​ໄຟ​ອອກ​ມາ​ບໍ່​ຈັກ​ວ່າ​ເທົ່າ​​ໃດ​ມື້​ເທົ່າ​ໃດ​ຄືນ​ຈິ່ງ​ເຊົາ.

​          ເຖິງ​ວ່າ​ພໍ່​ຂອງ​ເຈົ້າ​ໄດ້​ເສຍ​ໄປ​ກໍ​ຕາມ,​ ເພິ່ນ​ກໍ​ຍັງ​ເປັນຫ່ວງນຳ​ມວນ​ມະ​ນຸດ​ທີ່​ຖືກ​ດັບ​ສູນ​ ຍ້ອນ​ຄວາມ​ສະບັ້ນ ສັ່ນ​ໜາວ, ຜູ້​ໃດ​ກໍ​ຄິດ​ຮອດ​ຮ້ອງ​ໄຫ້​ໄຕ່​ຖາມ​ເຖິງ​ບຸນຄຸ​ຂອງ​ພໍ່​ເຈົ້າ,​ ແຕ່​ເຮັດ​ແນວ​ໃດ​ກໍ​ເອົາ​ຄືນ​ບໍ່​ໄດ້​ເພາະ​ຢ້ານ​ລິດ​ເດດ​ຂອງ​ພະ​ອິນ​ເມືອງ​ຟ້າ. ນັບ​ແຕ່​ມື້ພໍ່​ເຈົ້າຕາຍ​ໄປ,​ ແມ່​ກໍໄດ້​ນຳ​ເຈົ້າ​ເຂົ້າມາ​ລັກລີ້ຢູ່​​ໃນປ່າ ​ເພື່ອ​ຫຼີກ​ເວັ້ນຈາກ​ການ​ປອງ​ຮ້າຍ​ຂອງ​ພະ​ອິນ. ດຽວນີ້ລູກ​ໃຫຍ່​ສູງ​ຈູງ​ໜ້າ​ມາ​ແລ້ວ, ລູກ​ຕ້ອງ​ກະທຳ​ຕາມ​ແບບຢ່າງ​ຂອງ​ພໍ່​ເຈົ້າ​ດສ້າງ​ຄວາມ​ດີ​ມີ​ສິນ​ທຳ ເພື່ອ​ຊວ່ວຍ​ເຫຼືອ​ມວນ​ມະນຸດ​ໃຫ້​ພົ້ນຈາກ​ຄວາມທຸກ​ຍາກ​ລຳບາກ​ເໝືອນກັນ​ກັບ​ພໍ່​ເຈົ້າ​ເດີ.


Powered by Create your own unique website with customizable templates.