"ມໍລະດົກລ້ານຊ້າງ ຫລວງພຣະບາງ"
ໜ້າປື້ມຂອງຂອ້ຍ
  • ທຳອິດ
  • ວັດຕ່າງໆໃນຫລວງພຣະບາງ
  • ຮີດຄອງປະເພນີ
  • ແຫລ່ງທຳມະຊາດ
  • ບົດກອນສອນໃຈ
  • ສາລະຄວາມຮູ້
  • ນິທານຊາດົກ
    • 2. ພຣະຊະນົກ
    • ເລື່ອງ ສຽວສະຫວາດ
    • ເລື່ອງ ປູ່ເຍີ
    • ເລື່ອງ ທ້າວ ຈັນທະພານິດ
    • ເລື່ອງ ພູທ້າວ ແລະ ພູນາງ
  • ຕິດຕໍ່

ປະເທດຊາດຂອງເຮົາຈະຈະເລີນຮຸ່ງໃສ ຖ້າຫາກໄດ້ຄົນມີໃຈຊື່ກົງ ຊົງດ້ວຍເດດຄວາມຮູ້ພ້ອມ ລ້ອມດ້ວຍຄຸນນະທຳ ຊ້ຳບໍ່ໜຳ ມີຄວາມສາມາດສະຫລາດສີສ່ອງໃສ ໃຫ້ເຮົາຈະເລີນກ້າວຢ່າງແນ່ນອນ

                   ຮັກ​ກັນ​ດີກ​ວ່າ​ຊັງ​ກັນ

    ຄວາມ​ຮັກ​ກຳ​ເນີ​ດຂຶ້ນ                   ຊຶມ​ຊາບ​ມະ​ໂນ​ໃນ
ມີ​ໃຜ​ຫຼົບໜີ​ຮັກ                             ຫລີກ​ລຽງ​ມັນ​ໄດ້
ແມ່ນ​ແຕ່​ເສືອ​ສິງ​ຮ້າຍ                       ​ໃນ​ດົງ​ພົງ​ປ່າ
ກໍ່​ຍັງ​ມີ​ພວກ​ພ້ອງ                          ​ໂຮມ​ຫຸ້ມ​ກຸ່ມ​ດຽວ

   ຮັກ​ກັນ​ປະ​ໂຫຍ​ດລ້ຳ         
                ຫາ​ໃດ​ຊ້ຳປຸນ​ປານ​ບໍ່​ມີ​ແລ້ວ
ເພາະ​ເມື່ອ​ມີ​ຄວາມ​ຮັກ              
             ຊ່ວຍ​ຊູ​ຫລາຍ​ດ້ານ    
ປະສານ​ປະສົມ​ເຂົ້າ               
               ບັນ​ເທົາ​ຄວາມ​ໝອງໝົ່ນ
ຊົດ​ຊ້ວຍຊູ​ຊອກ​ຄົ້ນ               
              ຊີວາ​ລ້ຽງ​ລລໍ່າ​ດູ

      ຮັກ​ກັນ​ສັນຕິພາບ​ເພີ່ມ        
         ທຸກ​ຄົນ​ໄຝ່ຝັນ​ເຖິງ
ດຸດ​ອາພອນ​ແພ​ໄໝ                ​
            ໃໝ່ງາມ​ປະດັບ​ເນື້ອ
ຊຸມ​ເສິກ​ເໜືອ​ເສືອ​ໃຕ້              
            ​ແນວ​ໃດ​ບໍ່​ມາ​ມໍ່
ຍ້ອນ​ວ່າ​ເຮົາ​ຮ່ວມ​ສ້າງ              
           ​ເອົາ​ໄວ້​ສິ່ງ​ດີ

      ຍາມ​ເມື່ອ​ມໍລະນະ​ມິ້ງມ້ຽນ     
         ຈໍລະ​ຈາກ​ດັບ​ຂັນ
ກໍ​ຍັງ​ມີ​ຄົນ​ຈາ                    
                 ຈົ່ມ​ຫາ​ຫອມ​ຕູ້​ມ
ຊຸມ​ເພື່ອນ​ແພງ​ພົງ​ເຊື້ອ             
             ​ເຄືອ​ສາຍ​ຄະນິງ​ຮອດ
ຄວາມ​ຮັກ​ຄົງ​ທ່ຽງໝັ້ນ             
            ຕາຍ​ແລ້ວ​ຮັກ​ບໍ່​ຕາຍ

      ດັ່ງນັ້ນຄວນ​ທີ່​ຮັກ​ຫໍ່​ຫຸ້ມ       
         ຕູ້​ມຕ່ອມ​ຖະໜອມ​ຮັກ
ໝັ້ນໜຽວ​ແຂງ​ຄື​ເຫ​ລັກ             
          ບໍ່​ຈືດຈາງ​ຈົມ​ພື້ນ
ຊ່ວຍ​ເຊີດ​ຊູ​ຊົງ​ຊວ້ານ              
             ບໍ່​ແປ​ປວນມ້າງ​ມຸ່ນ
ບຸນຄຸນ​ຄວາມ​ຮັກ​ນີ້                
             ຄຳ​ແກ້ວ​ກໍ​ບໍ່​ປານ ດອກ​ນາ

                        ພອນ​ຈາກ​ໃຈ​ສິດ

​
    ແລ​ເຫັນ​ສຸລິ​ເຍດຍ້າຍ                       ກໍ້າ​ຝ່າຍ​ບົວລະພາ ພຸ້ນ​ເຍີ
ແມ້ງ​ເມື່ອ​ເມ​ໂຄ​ໄຫຼ                
               ຜ່ານ​ທິນຍາມ​ເຊົ້າ
ຕາມ​ປ່າ​ເຂົາ​ແລະ​ເມືອງ​ບ້ານ         
         ມາລາ​ບານ​ເຮືອງ​ເຮື່ອ
ເມື່ອ​ວາ​ຍູ​ມາຍ​ວກຍູ້                
            ຄັນ​ໂທ​ກົ້ວທົ່ວ​ນະຄອນ

      ​ເໝືອນວ່າ​ມັນ​ຢາກ​ຮັບ​ຕ້ອນ    
        ວັນ​ລະ​ລຶກ​ເຈັດ​ຕຸລາ
ໝູນວຽນມາ​ບັນຈົບ                
            ຄົບ​ຂວບ​ປີ​ເດືອນ​ຖ້າ
ໃຫ້​ມີ​ໄຊ​ເຊັງ​ກ້າ                  
                ຊຸມ​ຄູ​ລາວ​ທຸກ​ທ້ອງ​ຖິ່ນ
ຍິນ​ດີ​ຍໍ​ມອບ​ໃຫ້                  
              ຖວາຍ​ນ້ອມ​ແດ່​ຄູ ຫັ້ນ​ແລ້ວ

      ​ເຈັດ​ຕຸລາ​ເອກອ້າງ          
               ບັນທຶກ​ໃສ່​ໃນ​ປະ​ຫວັດ
ເຈັດ​ຕຸລາ​ງາມ​ສົດ​ໃສ               
              ​ແຈ່ມ​ພະຈັນ​​ເພັງ​ແຈ້ງ
ເຈັດ​ຕຸລາ​ແພງ​ຄື​ແກ້ວ              
             ມະນີ​ນິນ​ດວງ​ເນ​ດ
ເຈັດ​ຕຸລາ​ເປັນ​ຂອດໝັ້ນ            
             ສຳຄັນ​ແທ້​ລຶບ​ບໍ່​ສູນ ​ໄດ້​ແລ້ວ

      ​ເຈັດ​ຕຸລາ​ບົ່ງ​ບອກ​ແຈ້ງ       
            ກຽດ​ສະຫງ່າ​ຄູ​ລາວ
ຜູ້​ທີ່​ແຍງ​ເຍືອງ​ທາງ                 
            ໃຫ້​ສິດ​ຕາ​ໃສ​ແຈ້ງ
ຄູ​ຄື​ແສງ​ທຽນ​ໄຕ້                   ​
            ໄຟ​ເຍືອງ​ດວງ​ປະທີບ ​ເຮົາ​ແລ້ວ
ເວັນ ຄືນ​ ບໍ່​ຢູ່​ລ້າ                       
    ​ເພື່ອ​ຫຼານ​ຫຼ້າ​ເມື່ອຍ​ກໍ​ທົນ ​ແທ້​ແລ້ວ

      ດັ່ງນັ້ນສິດ​ຂໍ​ຮຽງ​ຮວດ​ຮ້ອຍ         ​ແທນ​ຊໍ່​ມາລາ​ຫອມ
ຍົກ​ຍື່ນ​ຍໍ​ຖວາຍ​ຄູ                       
    ຜ່ານ​ບົດ​ກະວີ​ນີ້
ຄັນ​ຊິ​ເອົາ​ອາພອນ​ຜ້າ              
            ຫຼື​ເງິນ​ຄຳ​ມາ​ຍໍ​ຍື່ນ
ສິ່ງ​ອື່ນ​ນອກ​ລື່ນ​ເຫຼືອກ​ວ່າ​ນີ້               ຄົງ​ບໍ່​ກ້າ​ເກິ່ງຄຸນ ຄູ​ແລ້ວ

      ອັນວ່າ​ຄວາມທຸກ​ຮ້ອນ         ​
        ໃຫ້​ຈຳ​ຈາກ​ຈອນ​ໜີ ຄູ​ທ້ອນ
ງາມ​ຄ່າ​ຄຸນ​ຄວາມ​ດີ               
            ທີ່​ທ່ານ​ຊົງ​ມີ​ໄວ້
ຂໍ​ໃຫ້​ມາສະໜອງ​ຄ້ຳ               
            ຄ້ຳ​ຊູ​ຊວ້ານ​ຊ່ວຍ​ໃຫ້​ຄູ​ລ້ຳຄູ​ລວຍ
ທັງ​ປັນຍາ​ກໍ​ສ້ຽມ                  
            ທຽມ​ເຈົ້າ​ແມ່ນ​ບໍ່​ມີ​ອີກ​ແລ້ວ

      ພອນ​ກະວີ​ບົດ​ນີ້            
            ​ໃຫ້​ທຸກ​ທ່ານ​ຄູ​ອາຈານ
ປຸນ​ປຽບພວງມາ​ໄລ​ຫອມ            
       ມອບ​ສົ່ງ​ພອນ​ແຖມ​ທ້າຍ
ຂໍ​ໃຫ້​ຄູ​ສຳລານ​ເລື້ອຍ              
          ຢ່າ​ມີ​ຍາມ​ເອົ້າອັ່ງ
ສິ່ງ​ໃດ​ຫວັງ​ຄາດ​ໄວ້                
        ​ໃຫ້​ຄູ​ໄດ້​ດັ່ງ​ປະສົງ ນັ້ນທ້ອນ

      ຈັງ​ວ່າ​ໃນ​ວັນ​ນີ້             
                ສິດ​ນ້ອມ​ສົ່ງ​ພອນ​ໄຊ
ອີກ​ເທືອ​ນໜຶ່ງ​ຂໍ​ໃຫ້​ຄູ​ສຸກ​ສົມ          
    ທຸກ​ທ່ານ​ອົງ​ສະ​ເໝີຜ້ຽງ
ຄູ​ຈົ່ງ​ທົງ​ສະ​ຖຽນໝັັ້ນ               
        ຈິດ​ຫັນ​ສາ​ຊ້ອຍຊື່ນ
ແສນໝື່ນວັນ​ບໍ່ຮູ້ເສົ້າ               
        ຜອງ​ເທົ້າຊົ່ວ​ນິລັນ ພຸ້ນ​ທ້ອນ

                        ງາມ​ຍ້ອນ​ແຕ່ງ

​
   ໄກ່​ທີ່​ມີ​ປີກ​ເຫຼື້ອມ                           ຂົນ​ລຽບຫາງ​ຍາວ
ງາມ​ເດັ່ນ​ແວວ​ວາວສີ               
             ​ແຕ້​ງລາຍ​ຊອນ​ຊ້ອນ
ຍ້ອນ​ຂົນ​ແປງ​ຊົງ​ໄວ້               
            ຄວາມ​ງາມ​ເລີຍ​ເດັ່ນ
ຂົນ​ໄກ່​ເປັນ​ເຄື່ອງ​ເອ້               
            ງາມ​ໄດ້​ດັ່ງໝາຍ

ຄົນ​ແຕ່ງ​ກາຍ​ໃສ່​ເສື້ອ              
             ​ໂຕ​ໃໝ່​ແຊມ​ສີ
ງາມ​ຄົນ​ມີ​ຜືນ​ແພ                 
              ​ໄກ່​ງາມ​ຂົນ​ຊ້ອນ
ຍ້ອນ​ມີ​ແຫວນ​ມີ​ສ້ອຍ               
            ຄວາມ​ງາມ​ສາຍ​ອ​ອກ
ແຕ່ງ​ນອກ​​ໂດ​ຍ​ເຄື່ອງ​ເອ້            
            ດີ​ລ້ວນ​ຄ່າ​ຄຳ

      ​ແຕ່ງ​ຜິວ​ໂດຍ​ເຄື່ອງ​ແປ້ງ      
            ​ເສີມ​ໃສ່​ສີ​ໃສ
ກາຍ​ສ່ອງ​ງາມ​ປານ​ອິນ             
             ​ແຕ່ງ​ຂຽນເຄີຍ​ເວົ້າ
ແຕ່ງ​ຕື່ມ​ໃຈ​ເຮົາ​ໃຫ້                
                ຄວາມ​ງາມ​ເກີນ​ໄກ່
ໃຈ​ແຕ່ງ​ເຕີມ​ເດັ່ນ​​ໄດ້               
                ງາມ​ຊ້ອນ​ເຊື່ອງ​ໃນ

      ​ແຕ່ງ​ກາຍ​ງາມ​ນອກ​ແຈ້ງ       ​
            ໃຈ​ແຕ່ງ​ງາມ​ໃນ
ໃຫ້​ມີ​ງາມ​ທາງ​ໃຈ                      
          ທ່ານ​ທຳ​ເອງ​ໄດ້
ງາມ​ນິ້ວມື​ງາມ​ຍ້ອນ                
             ງາມ​ຜົນ​ຂອງ​ວຽກ
ດີ​ເດັ່ນ​ເຕີມ​ແຕ່ງ​ແຕ້ມ               
            ຄົນ​ໃຫ້​ໂດ່​ງດັ່ງ

      ຄື​ດັ່ງດວງ​ດອກ​ດົ້ວ          
              ມີ​ກີບ​ສີ​ໃສ
ດວງ​ໃດ​ມີ​ຄວາມ​ຫອມ              
            ຄ່າ​ສູງ​ເສີມ​ຊ້ອນ
ບຸບຜາ​ມີ​ສີ​ເອ້                    
                 ຫລາຍ​ສີດູອາດ
ຜາກົດ​ເຫັນ​ຮູບ​ແຈ້ງ               
                ງາມ​ໄດ້​ຈາກ​ຕາ

      ທັງ​ດອກ​ງາມ​ກີບ​ກ້ານ         ​
            ໃນ​ນອກ​ສົມບູນ
ງາມ​ດອກ​ທັງ​ຫອມ​ຫວນ             
             ​ເດັ່ນ​ຄວນ​ຍໍ​ຍ້ອງ
ທັງ​ກິ່ນ​ທັງ​ສີ​ພ້ອມ                       
         ​ເກີນ​ພໍ​ພາ​ເດັ່ນ
ຫອມ​ກັບ​ງາມ​ຄູ​ຂ້າງ               
                ກາຍ​ພ້ອມ​ພໍ່າ​ໃຈ ​ແທ້​ແລ້ວ

                            ຄົນ​ບໍ່​ອົດ​ທົນ

    ຄົນ​ບໍ່​ອົດ​ຄື​ດັ່ງ​ໄມ້                            ຫັກ​​ແລ່ງ​ທາງ​ກາງ
ຈີກ​ຈ່າງ​ລົງ​ຈຳ​ດິນ                       
        ຍາກ​ຊິ​ເງີຍ​ໂງ​ຟື້ນ
ພາຍຸ​ຝົນ​ຜະຫລຽງ​ທື້ນ              
            ​ໂທມ​​ແຮງ​ຫັກ​ລ່າວ
ລົ້ມທ່າວ​ຕາຍ​ບໍ່​ຂຶ້ນ                
                ບໍ່​ຄືນ​ໄດ້​ດັ່ງ​​ເດີມ

      ຄົນ​ບໍ່ອົດ​ຄື​ດັ່ງ​ມ້າ                 
         ​ເດີນ​ແລ່ນຊຳ​ແສະ
ແສ້​ໜໍ່າລົງ​ຮຸນ​ແຮງ                
                ພັດ​ແຮງ​ເຊ​ຊຳ​ຊ້າ
ປະປ່ອຍ​ສັກ​ສີ​ຖິ້ນ                       
       ​ເສຍ​ເຊິ​ງນັກ​ເລງ​ແລ່ນ
ເຈົ້າຂອງ​ບັກ​ແບ່ນຄ້ອນ             
             ຊ້ອນ​ແສ້​ມ​ໃສ່ບໍ່​ເຊົາ

      ຄົນ​ບໍ່​ອົດ​ຄື​ດັ່ງ​ພ້າ                 
        ຄົມ​ບ່ານ​ບໍ່​ເປັນ​ຢາ
ກ້ານ​ກັ່ນ​ຫັກ​ຄາ​ຄຸງ                
                ​ແຂ່ວ​ຈົນ​ຈຳ​ດ້າມ
ເຂົາ​ບໍ່​ຖາມ​ເອົາ​ໃຊ້                
                     ​ໃຜ​ເຫັນເປັນຕາ​ເບື່ອ
ເຫຼືອ​ເປັນ​ເຫລັກ​ເສດຖິ້ມ            
            ສະໝິມໝ້ຽງມ່ວນ​ຢາກ​ຊີມ

      ຄົນ​ບໍ່​ອົດ​ຄື​ດັ່ງ​ເຊື້ອ          
                   ສັດ​ຊື່​ນາມ​ແມວ
ແມວໆຍາມ​ມັນ​ຫິວ                
                 ຊອກ​ສະ​ແຫວ​ງປາ​ຢ້າງ
ລາງ​ເທື່ອ​ວາງ​ສະກັດ​ລີ້​             
                ແຈ​ເຮືອນ​ພົກ​ຈອບ
ຄຸບ​ໄດ້​ໜູ​ສວາບ​ແລ້ວ              
                ມັນ​ຍັງ​ຮ້ອງ​ແສນ​ຊິ​ຕ້ອງ​ເພິ່ນ​ບໍ່ຕີງ

      ຄົນ​ບໍ່​ທົນ​ຄື​ດັ່ງ​ແກ້ວ          
                ມະນີ​ຢູ່​ໃນ​ຕົມ
ອົມ​ແຕ່​ຄວາມ​ຄາວ​ເໝັນ             
              ສາບ​ກຸຍ​ສະ​ເອືອນ​ເອົ້າ
ເຂົາ​ບໍ່​ເອົາ​ມາ​ລ້າງ                      
             ຜັດ​ສີ​ກໍ່​ດາຍ​ເປົ່າ
ເມົາ​ແຕ່​ຝັງ​ຢູ່​ເຝົ້າ                 
                    ​ເນົາ​ພື້ນ​ແຜ່ນ​ບໍ່​ເຮືອງ ​ແທ້​ແລ້ວ

                    ອັນຕະລາຍໄພ​ສັງຄົມ

​      ໄພ​ສັງຄົມ​ຍຸກ​ນີ້            
                    ມີ​ຫຼາກ​ຫຼາຍປະການ
ໃນ​ນັ້ນ​ແສນ​ກັນດານ               
                ​ແມ່ນ​ໄພ​ສິນ​ຈ້າງ
ໄພ​ນີ້ພາ​ເພ​ມ້າງ                  
                    ນິຕິ​ທຳ​ທຸກ​ຢ່າງ
ກົດໝາຍ​ວາງ​ອອກ​ແລ້ວ            
                ​ເປັນ​ເຈ້ຍ​ເສດ​ເຫຼື​ອ

      ຖືກ​ທຸບ​ເຖືອ​ຍິກ​ຍັ້ນ          
                 ຍີ​ຍໍ່າ​ທຳລາຍ
ເຮັດ​ໃຫ້​ກາຍ​ເປັນໝັນ              
                ຂາດ​ຄວາມ​ເຄັມ​ກ້າ
ຫລາຍ​ຄະດີ​ຄາ​ຄ້າງ               
                   ກາງ​ຄັນ​ອ່າງ​ຍ່າງ
ບາງ​ເທື່ອ​ຍັງ​ຕ່າວ​ປີ້ນ              
                ດຳ​ແຫຼ້ພັດ​ວ່າ​ຂາວ

ມັນ​ເຖິງ​ຄາວ​ຕ່າວ​ຕ້ານ        ​
                        ໄພ​​ໃໝ່​ຕົວ​ຍົງ
ຈົ່ງ​ພ້ອມ​ພາກັນ​ເຜີຍ               
                 ພິດ​ໄພ​ສິນ​ຈ້າງ
ຊອກ​ຫາ​ໂຕ​ການ​ສ້າງ              
                ສິນ​ບົນ​ອຸບາດ
ແລ້ວ​ປະກາດ​ປ່າວ​ໂປ້ງ             
                ປະຈານ​ໜ້າ​ຕໍ່​ສານ

      ອີກ​ປະການ​ໜຶ່ງ​ນັ້ນ         
                ຜູ້​ຮັບ​ສິນ​ບົນ
ກໍ່​ແມ່ນ​ຄົນ​ໂລ​ເລ                  
                ຊົ່ວ​ຊາມ​ນາມ​ຮ້າຍ
ກົດໝາຍລາວ​ລະບຸ​ໄວ້             
              ​ໃຫ້​ທຳ​ການ​ລົງ​ໂທດ
ທັງ​ຜູ້​ຮັບ​ແລະ​ຜູ້​ໃຫ້                
                ສິນ​ຈ້າງ​ພິດ​ໄພ

      ມັນ​ຈຳ​ເປັນ​ຕ້ອງ​ໄດ້          
                ລົງ​ໂທດ​ທັງ​ສອງ
ສົມ​ດັ່ງ​ຄວາມ​ຄອຍ​ຄອງ             
            ທົ່ວ​ປະຊາ​ຊາວບ້ານ
ເຮັດ​ໃຫ້​ຝູງ​ໂຈນ​ຢ້ານ               
                ຢຸດ​ເຊົາ​ຈອບ​ອ່ອຍ
ເຊົາ​ສຳອອຍ​ຊື້ຈ້າງ                 ​
                ເມືອງ​ບ້ານ​ຈິ່ງ​ຈະ​ເລີ​ນ

      ລາວ​ຈຶ່ງ​ເດີນ​ດຸ່ງ​ດັ້ນ          
                 ຖືກ​ຮ່ອມ​ທາງໝາຍ
ຈຶ່ງສະ​ສາຍ​ສາງ​ສີ                       
         ​ເດັ່ນ​ຄື​ຈັນ​ແຈ້ງ
ຈຶ່ງ​ບໍ່​ມີ​ບົກ​​ແຫ້ງ                   
                ຈິດ​ໃຈ​ຮັກ​ຊາດ
ຈຶ່ງ​ສາມາດ​ກອບ​ກູ້                
                ຊູ​ຊວ້ານ​ຊື່​ລາວ ​ແທ້​ແລ້ວ

                        ວ່າ​ຍາກ​ສອນ​ຍາກ

    ຄົນ​ຜູ້​ວ່າ​ຍາກ​ນັ້ນ                            ຄື​ດັ່ງ​ຟັນ​ຫີນ
ບ້ຽວ​ບິ່ນ​ເສຍ​ຄົມ​ຂວານ             
            ອອກ​ແຮງ​ສະດຸດ​ຕ້ອງ
ແຂນ​ທັງ​ສອງ​ຕຳ​ຕຶ້ງ               
                ພໍ​ປານ​ດູກ​ຊິ​ແຕກ
ຍາກ​ກວ່າ​ພ້າ​ຜ່າ​ໄມ້                
                ຂະ​ຍູງ​ແຕ້​ດູ່​ແດງ

      ຄົນ​ຜູ້​ວ່າ​ຍາກ​ນັ້ນ                 
        ມັນ​ຍາກ​ເຫຼືອ​ຫຼາຍ
ຮ້າຍ​ກວ່າ​ເຍິງ​ຍໍ​ຄົກ                
                ຂະໜາດ​ສອງ​ສາມ​ອູ້ມ
ກຸມ​ຊຸກ​ຊູ​ໂຊມ​ຂຶ້ນ                       
        ຜາ​ສູງ​ສຸດ​ຍອດ
ແນມ​ໄປ​ຊັນ​ທີ້ລີ້                  
                   ບໍ່​ມີ​ມົ້ມມັບ​ຕາຍ ​ແນ່​ແລ້ວ

      ຄົນ​ເວົ້າຍາກ​ປຽບ​ໄດ້         
                ສະ​ເໝີດັ່ງ​ນອນ​ໜາມ
ປັກ​ສຽວ​ຕາມ​ໂຕ​ເຈັບ               
                 ທັ່ງ​ແທງ​ນູມ​ເນື້ອ
ຫລາຍ​ເທື່ອ​ທີ່​ສຸມ​ຊ້ອນ              
                ສຳ​ມະ​ນາ​ສອນ​ບອກ
ອອກ​ນອນ​ກັບ​ປອກປີ້ນ             
                ຂີນ​ຂ້ອງ​ບໍ່​ກະທຳ

      ນັ່ງ​​ເຮັດ​ໜ້າ​ຊໍ່າງໍ້າ                 
             ບໍ່​ຈຳ​ຈື່​ຄຳ​ສອນ
ເອົາ​ແຕ່​ເນົນ​ອນ​ເວັນ               
                    ຄໍ່າ​ມາ​ພັດ​ງົມ​ງ້ວງ
ບໍ່​ຫ່ວງ ​ໂວຫານ​ເວົ້າ               
                    ຫາກ​ມຶນ​ທືນຄື​ເກົ່າ
ຕິ​ຫລາຍ​ເຮັດ​ເຄົ້າ​ເມົ້າ              
                    ​ເສືອ​ເຖົ້າບໍ່​ສະ​ເທືອ​ນ ​ແທ້​ໄດ໋

      ​ເຕືອນ​ຫຼາຍ​ສຶກຊາກ​ຮ້າຍ      
                  ຕຶ່ງ​ຕັ່ງ​ຕືງຕາງ
ທັງ​ມື​ທັນ​ແນວ​ໃດ                 
                       ກໍ​ທຸບ​ຕີ​ແນວ​ນັ້ນ
ຄັນ​ແມ່ນ​ຕີນ​ເຕາ​ະຕ້ອງ             
                     ຕຳ​ຫຍັງ​ເຕະ​ຕື່ມ
ປື້ມ​ເບັ່ງ​ບັກ​ແບ່ນ​ໜ້າ               
                    ​ຈາທ້າ​ດ່າ​ຜູ້​ເຕືອນ

    ຄັນ​ແມ່ນ​ເຮືອນ​ພີ່ນ້ອງ                                 ພົງ​ເຜົ່າ​ພັນ​ສະຫາຍ
ອ້າຍ​ພີ່​ຊຸມ​ຊາຍ​ສາວ               
                    ບ່າວ​ຄະນອງ​ນາມ​ນ້ອງ
ຮ້ອງ​ມ່ວນ​ພານ​ພາ​ກ້ອຍ             
                ກິນ​ກັນ​ເກີນ​ແຊບ
ເພິ່ນ​ກໍ​ປັບ​ແປັບ​ເຂົ້າ               
                    ​ແປະ​ໃກ້​ແກ່ມ​ທຸກ​ແນວ

    ກິນ​ແລ້ວ​ຄານ​ໂກ່ງ​ໂກ້ຍ                            ​ໂຖກຖີຖ່ອຍ​ຖອຍ​ໜີ
ມີ​ສຸລາ​ຖາມ​ແຖມ                  
                    ຊອບ​ຊຸມ​ແຊວ​ຈຸ້ມ
ເປັນ​ກຸ່ມ​ລຸ​ມລິນ​ເຫຼົ້າ                
                 ​ເມົາ​ຍັງ​ຢາຍ​ແຈກ
ບໍ່​ມີ​ຍາມ​ແຍກ​ຍ້າຍ                
                    ສະບາຍ​ແກ້ມ​ໄກ່​ແກມ

      ​ແມ່​ມາ​ວ່າ​ລຸກ​ທ້ອນ          
                    ເມື່ອ​ຮໍ່າຮຽນ​ໜັງສື ລູກ​ເອີຍ
ເພີ່ນ​ກໍ​ພື​ພຶ່ງ​ຄໍ                     ​
                    ແກ່ວງ​ຫົວຫຶນ​ຮ້າຍ
ວາງທ່າ​ໂວຍວາຍ​ທ້າ               
                    ວາຈາ​ຈົງ​ຕອບ
ບອກ​ວ່າ​ຢ່າ​ຊຸ​ເອີ້ນ                      
           ​ເກີນວ່າ​ຊັງ​ແທ້ໆ​ເຊີນ​ແມ້ອີ່​ແມ່​ເມືອ ວ່າ​ເດ

                            ຄຳ​ສອນ​ຂອງ​ແມ່

    ນັບ​ວ່າ​ເປັນ​ໂຊກ​ແທ້                                 ມີ​ແມ່​ຄອຍ​ຮັກ
ຫວັງ​ໃຫ້​ຄຳ​ແພງ​ຂວັນ              
                  ຮໍ່າຮຽນ​ໄກ​ກ້າວ
ຕັ້ງ​ແຕ່​ຍັງ​ເຍົາ​ນ້ອຍ               
                    ດູ​ແລ​ໃຫ້​ລູກ​ໃຫຍ່
ທຸກ​ປານ​ໃດ​ແມ່​ຂ້ອຍ               
                 ພຽນ​ລ້ຽງ​ລູກ​ແພງ

      ​ແມ່​ເຄີຍ​ສອນ​ລູກ​ໃຫ້         
                ຮູ້​ແຫ່ງ​ຄຸນ​ຄົນ
ເຖົ້າ​ແກ່​ລຸງ​ອາວ​ອາ                
                   ຍ່າ​ຍາຍ​ທັງ​ປ້າ
ຄູ​ອາຈານ​ສອນ​ຊີ້                       
            ວິຊາ​ດີ​ຍອດ​ຍິ່ງ
ກະຕັນຍູ​ຕອບ​ໃຫ້                          
    ຄຸນ​ແກ້ວ​ຄູ່​ຄົນ

      ​ແມ້ວ່າ​ຄູ​ປຽບດ້ວຍ                   
    ຄື​ແມ່​ທີ່​ສອງ
ຮອງ​ຈາກ​ມານ​ດາ​ຕົນ               ​       
    ແມ່ນ​ຄູ​ຄຸນ​ລົ້ນ
ເພາ​ເພິ່ນ​ນຳ​ຄວາມ​ຮູ້                       
    ຊູ​ເຮົາ​ໃສ​ສ່ອງ
ພົ້ນຈາກ​ຄວາມ​ໂງ່​ຈ່າ                       
    ຕົນ​ເຈົ້າຈຶ່ງຜ່ອງ​ໃສ

    ລູກ​ຍັງ​ຈຳ​ຈື່​ໄດ້                         
    ຄຳ​ແມ່​ເຕືອນ​ສອນ
ຍັງ​ຮໍ່າຮຽນໃນ​ໃຈ                         
    ບໍ່​ລືມ​ລົງ​ໄດ້
ນອກຈາກ​ມານ​ດາ​ໃຫ້                    
    ຊີວາ​ລູກ​ໃຫຍ່
ຄູ​ກໍ່​ສອນ​ສັ່ງ​ຊີ້                             
     ​ເຮົາ​ໃຫ້​ສ່ອງ​ໃສ  

                                ອວຍພອນຄູ
        ເຈັດຕຸລາເລີດລ້ຳ                             ວັນປະເສີດຄຸນຄູ
ເປັນວັນຫວນຈາລຶກ                                ຄ່າຄຸນຄູໄວ້
ຄູປຽບເໝືອນແສງທຽນໄຕ້                       ເຍືອງທາງໃຫ້ສິດທ່ອງ
ດັບຄວາມມືດບອດໃບ້                              ອະວິດຊາເປົ່າປູ້ ໃຫ້ສິດຮູ້ຮ່ອມວິຊາ.
      ຄຸນຄູຄູນຄ່າເລີດ                               ປະເສີດສົ່ງສູງສັກ
ປຽບຂຸນເຂົາພະນາດອນ                           ແມ່ນະທີສະມຸດກ້ວາງ
ກັບທັງດວງດາວເຫຼື້ອມ                            ແວວວາວໃສສ່ອງ
ປຽບດັ່ງດວງຈັນ ອາທິດພ້ອມ                     ຜູ້ເຍືອງແສງສ່ອງສິ້ງ                               
    ເຍືອງທາງຄົນໃຫ້ຮຸ່ງແຈ້ງ                       ແປງທາງຄົນໃຫ້ໄຕ່ເຕົ້າ ເຖິງຫ້ອງປ່ອງວິຊາ.
ຄູປຽບເໝືອນຜູ້ສ້າງ                                ວິຊາຊີບເມືອງມະນຸດ ເຮົານີ້
ຄົນເປັນໝໍ ເປັນທະຫານ                     ເປັນຕຳຫຼວດ ຫຼື ນາຍບ້ານ,ນາຍຊ່າງ ວິຊະວະກອນ
ທັງຜູ້ນຳແນວໜ້າ                                   ໃນສັງຄົມ ໃນປະເທດ
ລ້ວນແຕ່ເຄີຍຜ່ານຫ້ອງ                            ຮຽນຮູ້ຈາກຄູ ຫັ້ນແລ້ວ.
    ຄູປຽບເໝືອນແສງໄຟ                          ສ່ອງທາງຂອງຊີວິດ
ຊ່ວຍຊີ້ທິດ                                           ຊ່ວຍພາທາງ,ຊ່ວຍສ້າງສັນ
ໃຫ້ຄວາມຮັກ,ໃຫ້ຄວາມຮູ້                         ສູ່ຊີວັນ
ໃຫ້ສິດນັ້ນຈຳໝັ້ນ                                  ກະຕັນຍູຮູ້ແທນຄຸນ
    ສະນັ້ນ, ພໍເມື່ອເຖິງຂວບຂັ້ນ                  ວັນປະເສີດຂອງຄູ
ສິດຂໍຍໍມືນົບ                                        ຫວ່າງສຽນສະເໝີຄິ້ວ
ເອັງຊູລີວັນທາໄຫວ້                                ຄຸນຄູຜູ້ສອນສັ່ງ
ໃຫ້ສິດຕາສະວ່າງແຈ້ງ                             ຮຽນຮູ້ສາດຕະສິນ.
       ຂໍໃຫ້ຄູລື່ນລົ້ນ                               ລາບຍົດສັນລະເສີນ
ອາຍຸຍືນຍາວນານ                                  ຂວບວັດສາເຖິງຮ້ອຍ
ເປັນແວ່ນແຍງໃຫ້ສິດຮູ້                            ເຍືອງທາງທຽວໄຕ່
ເປັນຮົ່ມໂພຮົ່ມໄຮ                                  ສ້າງສິດດີໃຫ້ເດັ່ນກ້າວ   
ພັດທະນາລາວໃຫ້ເດັ່ນໄດ້                         ຈະເລີນແທ້ລື່ນຫລັງ ຊອບແລ້ວ.

 

Powered by Create your own unique website with customizable templates.