ເລື່ອງ ທ້າວ ຈັນທະພານິດ (ຕຳນານເຈັດຊຽງ)
ດິນແດນລ້ານຊ້າງເປັນດິນແດນທີ່ຮັ່ງມີ ແລະ ສວຍງາມ ເຄີຍມີຊື່ລືຊາປາກົດໃນປະຫວັດສາດແຫ່ງຊາດລາວ ເປັນເວລາຊ້ານານ. ນະຄອນຫລວງຂອງດິນແດນລ້ານຊ້າງໃນສະໄໝໜຶ່ງເຄີຍມີຊື່ວ່າ ຊຽງດົງ,ຊຽງທອງອັນເປັນນະຄອນທີ່ອຸດົມສົມບູນດ້ວຍທອງຄຳ ຄົນລາວຜູ້ເປັນເຈົ້າຂອງກໍເປັນຊາດພິລະອາດຫານ, ເຄີຍມີການຕໍ່ສູ້ປົກປັກຮັກສາ ແລະ ສ້າງບ້ານແປງເມືອງສືບມາຫລາຍເຊັ່ນຄົນ. ເຄີຍມີເຈົ້າກະສັດສືບລາດຊະວົງຕໍ່ກັນມາຮອດສະໄໝຂຸນຊວາ, ຂຸນຍີປາ, ຂຸນວິລິບາ, ຂຸນກັນຮາງ ແລະ ຂຸນລໍເປັນລຳດັບ. ນະຄອນຫລວງແຫ່ງນີ້ຈິ່ງປາກົດມີຊື່ວ່າເມືອງຊວາລ້ານຊ້າງ. ກ່ອນສະໄໝຂຸນຊວາພຸ້ນບໍ່ຮູ້ວ່າເຫິງນານປານໃດຍັງມີກະສັດອົງໜຶ່ງຊື່ວ່າ ພະຍາ ຈັນທະພານິດ ເປັນຜູ້ມີຊື່ລືຊາເປັນເຈົ້າແຫ່ງທອງຄຳ, ປົກຄອງບ້ານເມືອງໂດຍສິນທຳ, ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ໄພ່ຟ້າລາຊະດອນເປັນເວລາອັນຍາວນານ ໂດຍມີນິທານເລົ່າສືບກັນມາວ່າ:
ປາງກ່ອນຍັງມີກະໄທຊາຍຄົນໜຶ່ງຊື່ວ່າ ຈັນທາ ຢູ່ເມືອງວຽງຈັນເປັນຄົນທຳມະດາສາມັນ, ທຳມາຫາກິນດ້ວຍການຂາຍພູ. ໃນແຕ່ລະມື້ທ້າວເຄີຍຫາບກະຕ່າພູທຽວໄປຂາຍໃນທີ່ຕ່າງໆນອກຈາກຂາຍໃນບໍລິເວນບ້ານແລ້ວ, ຍັງຫາບໄປຂາຍໃນໝູ່ບ້ານຕ່າງໆທີ່ຢູ່ຫ່າງໄກໂດຍອາໄສວັດ ແລະ ສາລາວັດ ເປັນບ່ອນພັກເຊົາ. ໃນວັນໜຶ່ງເມື່ອຕາເວັນຄໍ່າແລ້ວ, ທ້າວໄດ້ຫາບກະຕ່າພູເຂົ້າໄປໃນວັດ ແລະ ອາໄສພັກນອນຢູ່ກຸດຕິຫລັງໜຶ່ງ ໂດຍຄວາມເອື້ອເຟື້ອຂອງມະຫາເຖນຕົນໜຶ່ງ ໃນຄືນນັ້ນເວລາທີ່ຈັນທານອນຫຼັບ, ມະຫາເຖນຊ້ຳໄດ້ຍິນສຽງດົນຕີເສບເພງໄຊດັງສະນັ່ນນັນເນືອງຂຶ້ນໃນທີນັ້ນ. ມະຫາເຖນຮູ້ສຶກແປກປະຫຼາດໃຈເປັນອັນມາກ ຈິ່ງເອົາມືຊຸກກະຊ້າພູທີ່ຕັ້ງຢູ່ຂອກຂ້າງຈັນທາຫວັງວ່າຈະປຸກໃຫ້ຈັນທາຕື່ນຂຶ້ນເພື່ອພ້ອມກັນຟັງສຽງດົນຕີອັນມະຫັດສະຈັນນັ້ນ. ເມື່ອທ້າວຈັນທາຖືກປຸກຈັ່ງຊັ້ນກໍສະດຸ້ງຕື່ນດ້ວຍຄວາມຝັນອັນແປກປະຫຼາດ ແຕ່ພ້ອມກັນນັ້ນສຽງດົນຕີທີ່ດັງກ້ອງກັງວານຢູ່ວ່າງຢ່ານີ້ຊ້ຳພັດຫາຍໄປ,ມະຫາເຖນເຫັນດັ່ງນັ້ນຈິ່ງລົ້ມຫົວນອນລົງອີກ ໂດຍບໍ່ປາກເວົ້າປະການໃດ. ສ່ວນຈັນນທາເມື່ອຕື່ນຂຶ້ນແລ້ວກໍຮູ້ສຶກສົນໃຈໃນຄວາມຝັນຂອງຕົນເອງເປັນທີ່ສຸດ ແຕ່ກໍບໍ່ກ້າແກ້ຄວາມຝັນນຳມະຫາເຖນ ເນື່ອງຈາກວ່າຄິດຈົງຈຽມມະ ຫາເຖນ. ເມື່ອຮຸ່ງເຊົ້າມາຫຼັງຈາກສ່ວາຍໜ້າແລ້ວທ້າວກໍຫາບຊ້າພູໄປທ່ຽວຂາຍຕາມເຄີຍ. ເມື່ອພົບຊາວບ້ານທີ່ຄຸ້ນແກວ່ນກັບທ້າວຈຶ່ງໄດ້ແກ້ຄວາມຝັນຂອງຕົນນຳຊາວບ້ານ ແຕ່ຊາວບ້ານຊ້ຳພັດເວົ້າແຕກຕ່າງກັນໄປຕ່າງໆນາໆ ຍິ່ງເຮັດໃຫ້ທ້າວເກີດຄວາມກັງວົນສົນໃຈໃນຄວາມຝັນຂອງຕົນເອງ ບາງຄົນກໍເວົ້າວ່າ ຄົນຜູ້ນ້ອຍຝັນໃຫຍ່ຈະຂາດຄວາມອັບປີຈັງໄຮ ບາງຄົນກໍວ່າຝັນດີຈັກເກີດເປັນຮ້າຍ. ບາງຄົນກໍເວົ້າວ່າຄຳຝັນນີ້ບໍ່ເປັນຕາເພິ່ງເຊື່ອລາງຝັນໄດ້ກອດຊູ້ມືນຕາຂຶ້ນຊ້ຳແມ່ນໝອນ. ເມື່ອເປັນແນວນັ້ນທ້າວຈິ່ງກັບໄປຫາມະຫາເຖນ ແລະໄຫວ້ມະຫາເຖນວ່າ: ຂ້າແຕ່ທ່ານອາຈານເອີຍ! ຕູຂ້ານອນຫຼັບໄປໃນຄືນນັ້ນລວດຝັນວ່າຕົນເປັນຜູ້ມີລິດທານຸພາບປາກຄາບດວງຈັນສອງຕີນຢັນພະອາທິດ ບໍ່ຮູ້ວ່າຈະເປັນນິມິດຮ້າຍດີປະການໃດທ່ານເອີຍ. ເມື່ອໄດ້ຟັງຈັນທາແກ້ຄວາມຝັນແປກປະຫຼາດປະກອບດ້ວຍຕົນເອງໄດ້ຍິນສຽງດົນຕີເສບງັນໃນຄືນດຽວກັນນັ້ນມະຫາເຖນຈິ່ງຄິດຄະນິງໃນໃຈວ່າ ກະໄທຊາຍຜູ້ນີ້ອາດຈະເກີດເປັນຜູ້ມີບຸນໜັກສັກໃຫຍ່ແທ້ ຄິດແລ້ວມະຫາເຖນຈິ່ງກ່າວວ່າ: ດູລາທ່ານເອີຍ! ຄຳຝັນເຫຼົ່ານີ້ເປັນນິຣະມິດດີ ຝັນປະເສີດຫາກຈະເກີດໂຊກໄຊໃນພາຍໜ້າບໍ່ຢ່າຊະແລ. ເມື່ອທຳນາຍຄວາມຝັນນັ້ນມະຫາເຖນກໍໄດ້ແນະນຳຄຳສັ່ງສອນແກ່ທ້າວດ້ວຍຄວາມຮັກແພງ ແລະ ເຊື່ອຖືຫຼາຍປະການ, ນັບແຕ່ນັ້ນມາທ້າວກໍໄດ້ປະຕິບັດຕາມຄຳສັ່ງສອນຂອງມະຫາເຖນທຳມາຫາກິນດ້ວຍຄວາມດຸໝັ່ນພາກພຽນ ແລະ ຊື່ສັດສຸຈະລິດຈົນກາຍເປັນພໍ່ຄ້າຜູ້ໜຶ່ງທີ່ມີຄົນທັງ ຫຼາຍເອີ້ນວ່າ: ພໍ່ຄ້າຂາຍພູ ເຫດວ່າໄດ້ເລີ່ມຕົ້ນຂາຍພູເປັນຕົ້ນທຶນ.
ຢູ່ຕໍ່ມາທ້າວຈັນທາໄດ້ຈັດຫາເຮືອຄ້າໄດ້ລຳໜຶ່ງແລ້ວກໍຊັກຊວນເອົາຍາດພີ່ນ້ອງ ແລະ ມິດສະຫາຍໄດ້ຈຳ ນວນໜຶ່ງ ພາກັນທໍ່ເຮືອຄ້າຈາກວຽງຈັນຂຶ້ນເມືອທາງເໜືອຕາມການແນະນຳຂອງມະຫາເຖນ.
ເວລາທີ່ທໍເຮືອຕາມລຳນ້ຳຂອງຂຶ້ນໄປຮອດຜາຕັດແກ້ ແລະ ຜາຕັ້ງ ນາຍນັ້ນໄດ້ປະກົດເຫັນທໍຄຳຕິດປາຍໄມ້ທໍ່ຂຶ້ນມາເປັນກ້ອນໃຫຍ່ແຕ່ວ່າ ຍ້ອນປະຕິບັດຕາມຄຳສັ່ງຂອງມະຫາເຖນຢ່າງເຄັ່ງຄັດເຫັນທອງຄຳຕິດປາຍໄມ້ຖໍ່ຂຶ້ນມາ 2-3 ເທື່ອ ທ້າວຈັນທາກໍບໍ່ເອົາ, ຈົນວ່າພວກບ່າວເຮືອພາກັນໂອຍຄາງ ແລະ ຕົບເອິກຕີອາງຈົ່ມວ່າເສຍດາຍເດ!ເສຍດາຍເດ! ໃນຂະນະທີ່ທ້າວຈັນທາປ່ອນຄຳລົງໃນນ້ຳ, ເມື່ອໄດ້ຍິນທຸກຄົນຈົ່ມເສຍດາຍທ້າວຈິ່ງກ່າວວ່າ: ພວກເຈົ້າທັງຫຼາຍເອີຍ! ຢ່າຈົ່ມເສຍດາຍເລີຍເຮົາຈັກໄດ້ພາຍໜ້າພຸ້ນຫຼາຍກວ່ານີ້ໝື່ນຕໍ່ແສນຕໍ່ທີ່ແທ້ດາຍ. ວ່າແລ້ວກໍພາ ກັນສືບຕໍ່ຖໍ່ເຮືອຂຶ້ນເມືອເໜືອຊັກໄຊ້ຈົນຮອດດອນຊາຍແຫ່ງໜຶ່ງຊື່ວ່າ: ດອນຊາຍຄວາຍຮ້າ (ດອນຊາຍມຸງຄຸນ ຝັ່ງເມືອງຈອມເພັດປັດຈຸບັນ). ໄປຮອດຫັ້ນກໍເປັນເວລາຄໍ່າພໍດີຈຶ້ງພາກັນຈອດເຮືອໄວ້ທ່າແລ້ວຂຶ້ນປຸກຕູບແປງຜາມພັກເຊົາຢູ່ທີ່ດອນນັ້ນ ຕື່ນເຊົ້າມາໄດ້ເຫັນຊາຍຄົນໜຶ່ງແບກກ້ອນຫີນລົງມາຫາ. ທ້າວຈັນທາໄດ້ຖາມວ່າ: ດູລາທ່ານ, ທ່ານແບກວັດຖຸສິ່ງນັ້ນມາເຮັດຫຍັງນີ້ນ່າ? ຊາຍຄົນນັ້ນຕອບວ່າ: ຂ້ອຍແບກກ້ອນຫີນອັນນີ້ມາກໍເພື່ອແລກປ່ຽນເຄື່ອງຄ້າບາງອັນຂອງທ່ານທັງຫຼາຍດາຍ. ເມື່ອນັ້ນທ້າວຈັນທາຈຶ່ງກ່າວວ່າ: ອັນທ່ານແບກມານັ້ນຕັ້ງແມ່ນກ້ອນຄຳແດງແພງຄ່າມາກແທ້ດາຍ. ເມື່ອໄດ້ຍິນດັ່ງນັ້ນຊາຍຄົນນັ້ນກໍປົ່ງລົງຈາກບ່າ, ກ້ອນຫີນລັບພ້າຝົນມີດກໍກາຍເປັນກ້ອນຄຳແດງຄ່າແພງມາກມາຍແທ້ດາຍ. ທີ່ໄດ້ພົບເຫັນຕ່າງກໍງຶດງໍ້ອັດສະຈັນ ຈຶ່ງພ້ອມກັນຈັດຕັ້ງພິທີມະໂຫລານພາກັນສະຫຼອງເຈັດວັນເຈັດຄືນຢ່າງຄຶກຄື້ນ. ໃນມື້ວັນຖ້ວນເຈັດ ທ້າວຈັນທາ ຈຶ່ງໃຫ້ຄົນທັງຫຼາຍໄປເກັບເອົາກ້ອນຄຳມາກອງໄວ້ເປັນຊັບສົມບັດຂອງບ້ານເມືອງ. ນອກຈາກນັ້ນກໍແຈກຢາຍໃຫ້ຄົນທັງຫລາຍຈົນທຸກທົ່ວໜ້າ, ເຫດການອັນໜ້າອັດສະຈັນນັ້ນໄດ້ກາຍເປັນຂ່າວລືພືແພ່ໄປທົ່ວທຸກແຫ່ງຫົນ, ຝູງຄົນທີ່ຢູ່ແດນໄກໄດ້ພາກັນມາເຕົ້າໂຮມເປັນອັນມາກ ແລະ ພ້ອມກັນຍ້ອງຍໍສັນລະເສີນບຸນຄຸນຂອງທ້າວຈັນທາພໍ່ຄ້າພູເປັນທີ່ຍິ່ງ. ເນື່ອງຈາກວ່າຝຸງຄົນມາເຕົ້າໂຮມກັນຢູ່ໜາ ແໜ້ນອັ່ງອໍ ດັ່ງນັ້ນປ່າດົງພົງໄພແຖວນັ້ນຈຶ່ງຖືກຖາງອອກເພື່ອສ້າງຫໍຜາສາດລາຊະວັງ ແລະ ເວລາຂຸດດິນລົງເພື່ອເອົາເສົາຝັງຊໍ້າພັດໄດ້ພົບແຜ່ນທອງໃນພື້ນແຜ່ນດິນເປັນອັນມາກ ດັ່ງນັ້ຫໍຜາສາດຫຼັງນັ້ນຈຶ່ງໄດ້ຖືກໃສ່ຊື່ວ່າໂລຫະຜາສາດ ຫລືໂຮງຊຽງດົງຊຽງທອງຕາມນິມິດສອງປະການດັ່ງກ່າວ. ເມື່ອສ້າງສຳເລັດແລ້ວ ຈຶ່ງພ້ອມກັນເອົາກ້ອນຄຳມາກໍ່ກອງຢອງກັນຂຶ້ນເປັນລາດຊະບັນລັງແລ້ວເຊີນຈັນທາພໍ່ຄ້າຂາຍພູຂຶ້ນນັ່ງເທິງກອງຄຳ ແລະ ທຳລາຊາພິເສກໃຫ້ເປັນລາຊາປົກຄອງເມືອງ. ຂະໜານນາມວ່າ: ພະຍາຈັນທະພານິດ ສະຖິດສຸວັນນະພູມ ທີ່ລືຊື່ ໂດຍກາຍເປັນນະຄອນຫຼວງ ກ້ວາງໃຫຍ່ ແລະ ສວຍງາມ ອັນມີນາມວ່າຊຽງດົງ ຊຽງທອງ ຕັ້ງແຕ່ນັ້ນມາ. ເມື່ອໄດ້ຂຶ້ນສະເຫວີຍລາດບ້ານເມືອງແລ້ວ ພະຍາຈັນທະພານິດ ກໍບໍ່ໄດ້ປະໝາດມົວເມົາໃນຄວາມສຸກສ່ວນຕົວຂອງພະອົງ, ພະອົງໄດ້ຊົງນຳໄພ່ຟ້າປະຊາ ກອນສ້າງສາບ້ານເມືອງໃຫ້ຮຸ່ງເຮືອງຍິ່ງໆຂຶ້ນ,ນອກຈາກທີ່ໄດ້ສ້າງບ້ານແປງເມືອງ ເມືອງທີ່ເພິ່ນໄດ້ສ້າງປະກອບມີ 7 ຊຽງ ຂຶ້ນຄື: ຊຽງດົງ, ຊຽງທອງ, ຊຽງມວກ, ຊຽງແມນ, ຊຽງມ່ວນ, ຊຽງເຫຼັກ ແລະ ຊຽງເງິນ.ຈົນດິນແດນຊຽງທອງໄດ້ກາຍເປັນບ້ານຮັ່ງເມືອງມີທີ່ອຸດົມສົມບູນໄປດ້ວຍຊັບສິນເງິນຄຳເຂົ້ານ້ຳຊ້ຳປາ ໄຜ່ຟ້າປະຊາກອນກໍໄດ້ແຕ່ຄວາມຍົກຍ້ອງ. ພະຍາຈັນທຳພານິດ ຈິ່ງເຫັນວ່າຕົນເອງຈະບໍ່ຕັ້ງທ່ຽງຖາວອນຕໍ່ໄປພາຍໜ້າບ້ານເມືອງກໍຈັກມີການຜັນແປໄປຕາມຍຸກສະໄໝອາດຈະເກີດໂພຍໄພດ້ວຍທຳມະຊາດ ແລະ ສົງຄາມ. ຖ້າຫາກບໍ່ມີວິທີປົກປັກຮັກສາໄວ້ດີຊັບສົມບັດເຂົ້າຂອງທີ່ສະສົມໄວ້ເປັນອັນມາກກໍຈັກຖືກຈິບຫາຍສາບສູນໄປ ແລະ ລູກຫຼານຜູ້ສືບເຊື້ອສະກຸນກໍຈະໄດ້ຮັບຄວາມທຸກຍາກອຶດຢາກ.
ຫຼັງຈາກພະຍາຈັນທະພານິດໄດ້ຊ້ອນເຊື່ອງຊັບສົມບັດໄວ້ດີແລ້ວຢູ່ຕໍ່ມາພະຍາກໍໝົດອາຍຸສັງຂານຂອງຕົນ. ເຖົ້າແກ່ບູຮານເຄີຍເວົ້າໄວ້ວ່າການທີ່ພະຍາຈັນທະພານິດໄດ້ປະດິດປັ້ນຮູບນົກຍາງຊົບເຊົາຫງ່ວມເຫງົາໝາຍໄວ້ປາກຖ້ຳນັ້ນ ເພື່ອວ່າຈະໃຫ້ຄົນມີປັນຍາສິນທຳສືບຮູ້ຫາເຫັນບ່ອນຊັບສົມບັດໃນເມື່ອເວລາຜ່ານພົ້ນໄປແລ້ວ. ອີກປະການໜຶ່ງເພື່ອຈະໃຫ້ຜູ້ມີປັນຍາແກ້ໄຂບັນຫາສິບສອງຂໍ້ອັນມີໃນນິທານນົກຍາງຊື່ວ່າ:ກິຍຸໂຊກໃນປາງກ່ອນໃຫ້ສຸລຸລ່ວງໄປເພື່ອໃຫ້ເປັນປະໂຫຍດໃນການຕົກແຕ່ງວຽກບ້ານການເມືອງ. ແຕ່ວ່າເມື່ອໃດຫາກຍັງບໍ່ທັນເຖິງຍຸກສະໄໝ ແລະ ແກ້ໄຂບັນຫານົກຍາງບໍ່ທັນຕົກແຕກ, ຄົນເຮົາກໍບໍ່ສາມາດເຫັນນົກຍາງ ແລະ ຄົ້ນພົບຂຸມທີ່ພະຍາຈັນທະພານິດຝັງໄວ້ນັ້ນໄດ້, ບັນຫານົກຍາງ 12 ຂໍ້ມີດັ່ງນີ້:
1. ນົກຍາງເອີຍ! ເປັນສັງເຈົ້າບໍ່ກອກ ? ຂ້ອຍບໍ່ກອກຍ້ອນປາບໍ່ບ້ອນ
2. ປາເອີຍ!ເປັນສັງເຈົ້າບໍ່ບ້ອນ ? ຂ້ອຍບໍ່ບ້ອນຍອ້ນຫຍ້າໄຊຮົກ
3. ຫຍ້າໄຊເອີຍ! ເປັນສັງຈຶ່ງຮົກ ? ຂ້ອຍຮົກຍ້ອນງົວບໍ່ກັດ
4. ງົວເອີຍເປັນຫຍັງບໍ່ກັດ ? ຂ້ອຍບໍ່ກັດຍ້ອນເຈົ້າຂອງບໍ່ປ່ອຍ
5. ເຈົ້າຂອງເອີຍເປັນຫຍັງບໍ່ປ່ອຍງົວ ? ຂ້ອຍບໍ່ປ່ອຍຍ້ອນວ່າຂ້ອຍແສບທ້ອງຫິວເຂົ້າ
6. ທ້ອງເອີຍເປັນຫຍັງຈິ່ງແສບ ? ຂ້ອຍແສບທ້ອງຍ້ອນເຂົ້າບໍ່ສຸກ
7. ເຂົ້າເອີຍເປັນຫຍັງຈຶ່ງບໍ່ສຸກ ? ບໍ່ສຸກແລ້ວຍ້ອນໄຟບໍ່ລຸກ
8. ໄຟເອີຍເປັນຫຍັງບໍ່ລຸກ ? ຂ້ອຍບໍ່ລຸກຍ້ອນຟືນຊຸ່ມ
9. ຟືນເອີຍເປັນຫຍັງຈຶ່ງຊຸ່ມ ? ຊຸ່ມແທ້ຍ້ອນຝົນຕົກຮຳ
10. ຝົນເອີຍເປັນຫຍັງຈຶ່ງຕົກຮຳ ? ຍ້ອນກົບຂຽດຮ້ອງຫຼາຍ
11. ກົບຂຽດເອີຍເປັນຫຍັງຈຶ່ງຮ້ອງ ? ຮ້ອງແທ້ຍ້ອນງູໄລ່ກັດ
12. ງູເອີຍເປັນຫຍັງຈຶ່ງໄລ່ກັດກົບຂຽດ ?
ບັນຫານົກຍາງທັງ 12ຂໍ້ ດັ່ງກ່າວນັ້ນເປັນບັນຫາພົວພັນເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ແລະ ບັນຫາສຸດທ້າຍໄດ້ແກ່ງູບັນດານັກປາດອາຈານແຕ່ເກົ່າກ່ອນເຄີຍມີການຄົ້ນຄວ້າ ແລະ ອະທິບາຍກັນມາແລ້ວເປັນອັນມາກແຕ່ບໍ່ທັນສາມາດຈັດການແກ້ບັນຫານັ້ນໃຫ້ຕົກແຕກໄປຢ່າງເປັນຕົວຈິງໄດ້. ດັ່ງນັ້ນ, ພະຍາຈັນທະພານິດຜູ້ຄິດກ້ວາງມອງໄກຈຶ່ງໄດ້ປັ້ນແຕ່ງຮູບນົກຍາງໄວ້ເປັນສັນຍາລັກໝາຍໄວ້ເມື່ອໃດຫາກເຖິງຍຸກສະໄໝ ແລະ ຄົນເຮົາກໍແກ້ໄຂບັນຫານົກຍາງຕົກແຕກໄປແລ້ວ, ເມື່ອນັ້ນຮູບນົກຍາງກໍຈະປາກົດແກ່ສາຍຕາຄົນທັງຫຼາຍແລ້ວຄົນຜູ້ມີສິນທຳ ແລະມີສະຕິປັນຍາທັງຫຼາຍກໍຈະສາມາດຄົ້ນພົບ ແລະ ນຳເອົາຊັບສົມບັດເຂົ້າຂອງເງິນຄຳທີ່ພະຍາຈັນທະພານິດຝັງໄວ້ໃນພື້ນດິນນັ້ນອອກມາໃຊ້ໃຫ້ເປັນປະໂຫຍດໃນການປັບປຸງຊາດໃຫ້ເຂັ້ມແຂງ ສ້າງແປງບ້ານເມືອງໃຫ້ຮຸ່ງເຮືອງເຫລືອງງາມສົມຕາມຈິດໃຈຂອງປະຊາຊົນຊົງເປັນຫ່ວງໃຍນຳລູກຫຼາຍເຫຼັນຫຼ້ອນຜູ້ສືບເຊື້ອສະກຸນລາວ.