ຕາດກວາງຊີ

ເມື່ອພວກເຮົາອອກຈາກຕົວເມືອງຫລວງພຣະບາງໄປທາງໃຕ້ປະມານ 29 Km ຫລື ປະມານ 45 ນາທີ ພວກເຮົາກໍ່ຈະໄດ້ພົບກັບທຳ ມະຊາດ ອັນ ຂຽວສົດ ງົດ ງາມຕະການຕາປຽບດັ່ງສວນສະຫັວນຊັ້ນດາວະດິງ ບວກກັບ ຄວາມງາມອັນໃສເຢັນຂອງນ້ຳ ຕົກກາດກວາງຊີ. ນ້ຳຕົກແຫ່ງນີ້ ກໍເປັນອີກ ແຫ່ງ ໜຶ່ງທີ່ເປັນ ແຫລ່ງທ່ອງທຽວທາງທຳມະຊາດອັນດັບ ຕົ້ນໆຂອງ ເມືອງຫລວງພຣະບາງ. ເໝາະສຳລັບຜູ້ທີ່ຕ້ອງການພັກ ຜ່ອນຄາຍອາລົມ ກັບນຳຕົກອັນໃສສະອາດ. ນອກຈາກໄດ້ທ່ຽວຊົມນ້ຳກແລ້ວ ຍັງຈຳໄດ້ຮັບ ຊົມສິນຄ້າອັນປານີແລະງົດງາມ, ຂອງທີ່ລະນຶກຫລາກຫຼາຍຂອງປະຊາຊົນ ຊາວບ້ານເມືອງຂາຍນຳອີກ. ນອກຈາກຈະທ່ຽວຊົມຄວາມສວຍງາມຂອງ ທຳມະຊາດ ແລະ ເຄື່ອງຫັດຖະກຳຕ່າງໆແລ້ວເພິ່ນຍັງໄດ້ມີການອານຸລັກ ສັດນ້ຳສັດປ່າໄວ້ໃຫ້ເຮົາໄດ້ຮັບຊົມອີກ.
ຖ້ຳຕິ່ງ ປາກອູ

ຖ້ຳຕິ່ງ ຕັ້ງຢູ່ທາງທິດເໜືອຂອງເມືອງຫລວງພຣະບາງ ເຊິ່ງມີເສັ້ນທາງການ ເດີນທາງຢູ່ສອງເສັ້ນທາງ: ທາງນ້ຳ ແມ່ນຈະໄດ້ຂີ່ເຮືອຂຶ້ນລຽບໄປຕາມແມ່ນ້ຳ ຂອງ ປະມານ 2 ຊົ່ວໂມງ ເຊິ່ງເໝາະສຳລັບຜູ້ທີ່ຢາກທ່ຽວຊົມ ວິວ ແລະວິຖີຊີ ວິດ ຂອງປະຊາຊົນລາວທີ່ຕັ້ງຖິ່ນຖານເລາະລຽບຕາມສອງຝັ່ງແມ່ ນ້ຳຂອງ. ແລະ ອີກ ທາງ ໜຶ່ງ ກໍ່ແມ່ທາງລົດປະມານ 20ນາທີ ກໍເຖິງສະຖານທີ່ທ່ອງ ທ່ຽວ ທາງ ທຳມະຊາດອັນສັກສິດຂອງ ຫລວງພຣະ ບາງອີກແຫ່ງໜຶ່ງ. ຖ້ຳແຫ່ງນີ້ຕັ້ງຢູ່ແຄມແມ່ນ້ຳ ຂອງແລະປາກແມ່ນ້ຳອູ ໄຫລປ່ອງໃສ່ກັນ ທີ່ຢູ່ ເບື້ອງ ກົງກັນຂ້າມ ກັບບ້ານປາກອູເປັນຖ້ຳທີ່ມີພະພຸດທະຮູບນັບກວ່າ ຮ້ອຍ ອົງທີ່ປະຊາຊົນໄດ້ມາກາບໄຫວ້ ແລະ ຫົດສົງໃນມື້ວັນ ຂຶ້ນປີ ໃໝ່ບຸນ ກຸດສົງການຂອງທຸກໆປີ
ນ້ຳຕົກຕາດແສ້

ນ້ຳຕົກຕາດແສ້ ຕັ້ງຢູ່ທາງພາກຕາເວັນອອກ ໄປຕາມເສັ້ນທາງເລກ13 ຫລວງພຣະບາງ-ວຽງຈັນ ປະມານ 25ນາທີ ກໍຈະແຫວະເຂົ້າ ໄປ ເຖິງ ບ້ານ ແອນສະຫວັນ ຫລັງ ຈາກນັ້ນກໍ່ລົງເຮືອລ່ອງຂຶ້ນໄປຕາມ ລ້ອງ ແມ່ນ້ຳຄານ ປະມານ 15ນາທີ ກໍຈະໄປເຖິງຕາດແຫ່ງນີ້ ເຊິ່ງກໍ່ເປັນແຫລ່ງທ່ອງ ທ່ຽວທາງ ທຳມະຊາດຂອງ ຫລວງພຣະ ບາງອີກແຫ່ງໜຶ່ງ ທີ່ມີປ່າໄມ້ສີຂຽວ ທີ່ປົກ ຄຸມ ສາຍນ້ຳໄຫລ ລອດ ມາຕາມຫວ່າງຕົ້ນໄມ້ອັນລາຍ ຊ້າຍລ້າຍ ສະລັບຊັບຊ້ອນ ກັນຢ່າງງົດງາມ. ເບິ່ງ ແລ້ວ ມັນ ກໍເປັນແຫລ່ງທຳມະຊາດອັນມີສະເໜ່ອີກ ແຫ່ງໜຶ່ງທີ່ສຳຄັນ.