"ມໍລະດົກລ້ານຊ້າງ ຫລວງພຣະບາງ"
ໜ້າປື້ມຂອງຂອ້ຍ
  • ທຳອິດ
  • ວັດຕ່າງໆໃນຫລວງພຣະບາງ
  • ຮີດຄອງປະເພນີ
  • ແຫລ່ງທຳມະຊາດ
  • ບົດກອນສອນໃຈ
  • ສາລະຄວາມຮູ້
  • ນິທານຊາດົກ
    • 2. ພຣະຊະນົກ
    • ເລື່ອງ ສຽວສະຫວາດ
    • ເລື່ອງ ປູ່ເຍີ
    • ເລື່ອງ ທ້າວ ຈັນທະພານິດ
    • ເລື່ອງ ພູທ້າວ ແລະ ພູນາງ
  • ຕິດຕໍ່

2 ພຣະມະຫາຊະນົກ (ຊາດທີ່ຍິ່ງດ້ວຍ ວິຣິຍະ ປາຣະມີ)

Picture
 ​    ໃນ​ຊາດ​ນັ້ນພະ​ອົງ​ຊົງ​ເກີ​ດ​ເປັນ​ໂອລົດ​ຂອງ​ພະ​ເຈົ້າ ອະລິ​ດຖະຊະນົກ​ ແຫ່ງ​ເມືອງ​ມິ​ຖິລາ, ພະ​ບິດາ​ສະ ຫວັນ​ນະ​ຄົດ​ຕັ້ງ​ແຕ່​ພະ​ອົງ​ຍັງຢູ່​ໃນ​ພະຄັນ ​ເນື່ອງຈາກ​ເຮັດ​ສົງຄາມ​ກັບ​ພະ​ເຈົ້າ​ໂປ​ລະ​ຊະນົກຜູ້​ເປັນ​ພະ​ອານຸຊາ​ແລ້ວ​ເສຍ​ໄຊ​ໃນ​ສະໜາມຮົບ, ພະ​ມານ​ດານ​ຊົງ​ລົບ​ລີ້ໄພ​​ແລ້ວ​ເດີນທາງໄປ​ເມືອງ ກາ ລະຈໍາປາ. ອາຈານ​ທິສາປາ​ໂມກ​ ເດີນທາງ​ຜ່ານ​ມາ​ພົບ​ພະນາ​ງ​ແລ້ວ​ເກີດ​ສົງສານ​ເລີຍ​ຮັບ​ເອົາ​ເປັນ​ນ້ອງ​ສາວ​ໃຫ້​ດຳລົງ​ຊີວິດ​ຢູ່​ກັບ​ຄອບຄົວ​ຂອງ​ຕົນ.

ຕໍ່​ມາ​ບໍ່ນານ​ພະນາ​ງກໍ​ປະສູດ​ໂອຣົດອອກ​ມາ ​ແລ້ວ​ໃສ່​ຊື່​ໃຫ້​ໂອຣົດຊື່ວ່າ ພຮະ​ມະຫາຊະນົກ​ກຸມມານ ​ເມື່ອ​ຈະ​ເລີ​ນ​​ເຕີບ​ໂຕ​ຂຶ້ນກໍ​ຊົງ​ມີ​ພວກ​ເດັກ​ນ້ອຍ ໃນ ໝູ່ ບ້ານນັ້ນ​ເປັນ​ເພື່ອນ​ຫລິ້ນ ​ແຕ່​ເຖິງ​ຄາວ​ອາ​ລະວາ​ດຜິດ​ຖຽງ​ກັນ​ພວກ​ເດັກນ້ອຍ​ກໍ​ເວົ້າ​ໃຫ້​ວ່າ ລູກ​ກໍາພ້າ ພະ​ອົງ​ກໍ​ຖາມ​ພະ​ມານ​ດາ​ຢູ່​ຕະຫລອດ​ເຖິງ​ເຫດ ຜົນ​ທີ່​ຖືກ​ເອີ້ນ​ວ່າ​ ລູກ​ກໍາພ້າ ​ພະນາ​ງ​ເຫັນ​ທີ່​ຈະ​ສຸດ​ທີ່​ຫລີກ​ລ້ຽງ​ບໍ່​ໄດ້ຈິ່ງ​ຊົງ​ເລົ່າ​ເລື່ອງ​ຄວາມ​ຈິງ​ໃຫ້​ຟັງ, ຕັ້ງ​ແຕ່​ນັ້ນມາ​ພະ​ມະຫາ​ຊະນົກ​ຈິ່ງ​ຕັ້ງພະ​ໄທ​ສຶກສາ​ສິລະ​ປະ​ວິທະຍາ​ທີ່​ເກື້ອ​ກຸນ​ຕໍ​ນາມ​ພະ​ອົງ​ໃນ​ພາຍ​ພາກ​ໜ້າ​ຈົນ​ສຳ​​​ເລັດ.

     ວັນ​ໜຶ່ງ​ພະ​ມະຫາ​ຊະນົກ​ຕັດສິນ​ພະ​ໄທ​ວ່າ​ ຈະ​ສະ​ເດັດ​ໄປ​ຍັງ​ເມືອງ​ມິ​ຖິລາ​ເພື່ອ​ແກ່​ແຄ້ນ​​ແທນ​ພະລາດ​ຊະ​ບິດາ​ໃຫ້​ໄດ້ ​ແຕ່​ຈະ​ເດີນທາງ​ໂດຍ​ໄວ​ກໍ​ຄື​​ເດີນ​ເຮືອທາງ​ທະ​ເລ ພະ​ອົງ​ຊົງ​ຄິດ​ເຖິງ​ການ​ຄ້າຂາຍ​ເພື່ອ​ຈະ​ຊ່ວຍ​ໃຫ້​ມີ​ທຶນ​ພໍ​ເຕົ້າ​ໂຮມ​ພົນ​ແລະ​ຫາ​ຊື້​ອາວຸດ​ໄວ້​ໃຊ້ ຂະ​ບວນ​ເຮືອ​ແລ່ນ​ອອກ​ຈາກ​ທ່າ​ໄດ້ 7 ວັນ ກໍ​ເກີດ​ລົມ​ພະຍຸ​ຮ້າຍ​ພັດ​ຢ່າງ​ແຮງ​ຈົນ​ເຮັດ​ໃຫ້​ເຮືອ​ເພພັງ​ ພວກ​ພໍ່ຄ້າ​ຕ່າງ​ກໍ​ຕົກ​ໃຈ​ເປັນອັນມາກ ສ່ວນ​ພະ​ຊະນົກ​ບໍ່​ໄດ້ຕົກ​ພະ​ໄທ​ໄປ​ຕາມ​ຄົນ​ອື່ນ​ ເວລາ​ເຮືອ​ຈົມ​ນ້ຳກໍ​ປີນ​ຂຶ້ນ​ໄປ​ເສົາ​ໃບ​ລົມ​ຂອງ​ເຮືອ​ແລ້ວ​ຫລຽວ​ໄປ​ເບິ່ງ​ທິດ​ທາງ​ຂອງ​ເມືອງ​ມິ​ຖິລາ​ແລ້ວກໍ​ໂດດ​ລົງ​ສູ່​​ແມ່ນ້ຳທະ​ເລ. ວັນ​ທີ​ເຮືອ​ຂອງ​ພະ​ມະຫາ​ຊະນົກ​ຫລົ້ມຈົມ​ນັ້ນ ທີ່​ເມືອງ​ມິ​ຖິລາພະ​ເຈົ້າ​ໂປ​ລະ​ຊະນົກ​ຊົງ​ສະຫວັນ​ນະ​ຄົດ ພະ​ມະຫາ​ຊະນົກ​ຊົງ​ລອຍນໍ້າຢູ່​ກາງ​ທະ​ເລ​ໄດ້​ເຈັດ​ວັນ ພໍ​ເຖິງ​ວັນ​ອຸ​ໂປ​ສົດ​ພໍດີ ພະ​ອົງ​ກໍຊົງ​ບ້ວນປາກ​ດ້ວຍ​ນ້ຳທະ​ເລ​ແລ້ວ​ຊົງ​ສະມາທານ​ອຸ​ໂປ​ສົດ​ສິນ. ວັນນັ້ນນາງ​ມະນີ​ເມກ​ຂະ​ຫລາ​ເທບ​ທິດາ​ຜູ້​ກວດ​ທອ້ງທະ​ເລ ​ໄດ້​ບິນມາ​ພົບ​ພະ​ມະຫາ​ຊະນົກຊົງ​ລອຍນ້ຳຢູ່ ຈິ່ງ​ຊົງ​ຖາມ​ພະ​ມະຫາ​ຊະນົກ ພະ​ອົງ​ຈິ່ງ​ຕອບ​ນາງ​ມະນີ​ເມກ​ຂະ​ຫລາ​ວ່າ ​ເຊື່ອ​ຫມັ້ນວ່າຄວາ​ມພະຍາຍາມ​ຈະ​ເຮັດ​ໃຫ້​ສຳ​ເລັດ​ຜົນ​ພະ​ອົງ​ຈິ່ງ​ເລົ່າ​ຄວາມ​ຈິງ​ໃຫ້​ຟັງ ນາງ​ສົງສານ​ຈິ່ງ​ຊ່ວຍ​ອູ້ມ​ເອົາ​ພະ​ມະຫາ​ຊະນົກ​ໄປ​ສົ່ງ​ທີ່​ສວນ​ອຸທິຍານ​ໃນ​ເມືອງ​ມິ​ຖິລາ​ແລ້ວ​ຊົງ​ວາ​ງພະ​ອົງ​ລົງ​ໄວ້​ແຜ່ນ​ຫີນ​​ແຜ່ນໜຶ່ງ​.

     ພະ​ເຈົ້າ​ໂປ​ລະ​ຊະ​ນົກ​ມີ​ພະ​ທິດາ​ອົງ​ໜຶ່ງ​ຊື່ ສີ​ວະລີ ​ເຈົ້າຍິ່ງ​ອົງ​ນີ້​ມີ​ຮູບ​ໂສມ​ງົດ​ງາມ ຊາຍ​ໃດ​ໄດ້​ເປັນ​ພະ​ສາມີ ຈະ​​ໄດ້​ເປັນ​ກະສັດ​ປົກຄອງ​ລາດຊະ​ສົ​ມບັດ​ສືບ​ຕໍ່​ພະ​ເຈົ້າ​ໂປ​ລະ​ຊະນົກ​ທີ່ເມືອງ​ມິ​ຖີລາ ​ແຕ່​ຊາຍ​ທີ່​ຈະ​ໄດ້​ເ​ປັນພະ​ສາມີ​ຂອງ​ນາງ​ນັ້ນ ຕ້ອງ​ມີ​ຄຸນສົມບັດ​ຄື 1​ເຮັດ​ໃຫ້​ເຈົ້າຍິງ​ໂປດ​ປານ 2 ສາມາດ​ຍົກ​ຄັນທະ​ນູຂະໜາດ1000​ຄົນ​ຍົກ​ໄດ້ 3 ຮູ້ຈັກ​ຫົວນອນ​ບັນລັງ​ສີ່ຫລ່ຽມ 4 ຊາຍ​ທີ່​ຊີ້​ຂຸມ​ຊັບ 16​ແຫ່ງ​ໄດ້.​ ແຕ່​ບໍ່​ມີ​ຊາຍ​ຄົນ​ໃດ​ທຳ​ຕາມ​ເງື່ອນ​ໄຂ​ໄດ້​ເລີຍ ຈົນກະທັ້ງປ່ອຍລາດ​ຊະ​ລົດສ່ຽງ​ທວາຍ​ຄູ່ ​ລາດ​ຊະ​ລົດ​ກໍແລ່ນ​ໄປ​ຢຸດ​ບົນ​ພະ​ແທ່ນ​ບ່ອນ​ພະ​ມະຫາ​ຊະນົກ​ນອນ​ຢູ່. ພະ​ມະຫາ​ຊະນົກ​ຈິ່ງ​ໄດ້​ອະພິ​ເສກ​ສົມລົດ​ກັບ​ພະນາ​ງສີ​ວະລີ​ ຕາມ​ເງື່ອນ​ໄຂ​ທີ່​ໄດ້​ກຳ​ນົດ​ໄວ້ ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ຂ້າ​ພະລາດ​ຊະ​ບໍລິພານ ​ແລະ ຊາວ​ເມືອງ​ເປັນອັນມາກ. ພະ​ເຈົ້າມະຫາ​ຊະນົກ​ຊົງ​ຄອງ​ລາດ​ສະ​ສົມບັດ​ມາ​ນານ​ ເລີຍ​ນຶກ​​ເຖິງ​ພະລາດ​ຊະ​ມານ​ດາ​ແລະ​ອາຈານ​ທິສາປາ​ໂມກ​ທີ​ເມື​ອງກາລະ​ຈຳ ວັນ​ໜຶ່ງ​ຈິ່ງ​ຊົງ​ໃຫ້ທະຫານ​ອຳມາດ​ໄປ​ຮັບທັງ​ສອງ​ມາ​ຢູ່​ນຳ​ທີ່​ເມືອງ​ມິ​ຖີລາ. ຄັ້ງໜຶ່ງ​ພະ​ມານ​ດາ​ປະທານ​​ໂອວາດ​ຂໍ​ໃຫ້​ພະ​ເຈົ້າມະຫາ​ຊະນົກ​ຊົງ​ປົກຄອງ​ແຜ່ນດິນ​ດວ້ຍສິນ​ທຳ ​ແລະ​ໃຫ້​ສ້າງ​ໂຮງ​ທານຂຶ້ນ 6 ​ແຫ່ງ ​ແລະ​ຕັ້ງພະ​ໄທ​ບຳລຸງ​ບ້ານ​ເມືອງ​ບຳບັດ​ທຸກ​ບຳລຸງ​ສຸກ​ແກ່​ປະຊາລາດ​ຊະ​ດອນ ອີກ​ຍັງ​ນິມົນ​ພະ​ປັດ​ເຈ​ກພຸດທະ​ເຈົ້າມາ​ສັນ​ພັດ​ຕາ​ຫານທີ່​ພະລາດ​ຊະ​ວັງ​ເລື້ອຍໆ. ພະ​ເຈົ້າມະຫາ​ຊະນົກ​ຈິ່ງ​ມີ​ພະລາດຊະ​ໂອລົດອົງ​ໜຶ່ງ​ມີ​ພະນາ​ມວ່າ​ ທີຄາ​ອຸ ພະ​ອົງ​ຊົງ​ແຕ່ງຕັ້ງ​ໃຫ້​ເປັນ​ມະຫາ​ອຸປະລາດ ​ແລະ ​ຊົງ​ໃຫ້​ປະຕິບັດ​ລາດຊະ​ການ​ແທນ​ພະ​ອົງ​ຢູ່​ສະ​​ເໝີໆ. ວັນ​ໜຶ່ງ​ພະ​ອົງ​ຊົງ​ຄິດ​ປຽບທຽບ​ກັບ​ການ​ເປັນ​ກະສັດ​ແລະ​ການ​ອອກບວດ ພະ​ອົງ​ຈິ່ງ​ລະ​ລຶກ​ເຖິງ​ພະ​ປັດ​ເຈ​ກພຸດທະ​ເຈົ້າຈິ່ງ​ຕັດສິນ​ພະ​ໄທ​ອອກບວດ ​ໂດຍ​ມອບໝາຍພະລາດ​ຊະ​ກິດ​​ໃຫ້​ແກ່​ພະ​ໂອ​ລົດ​ ແລະ ​ກ່າວ​ລາພະ​ນາງ​ສີ​ວະລີ ສະ​ເດັດ​ມຸງ​ໜ້າ​ໄປ​ເຖິງ​ປ່າ​ຫິມມະ​ພານ​ກໍ​ຕັ້ງພະ​ໄທ​ຈະ​ເລີ​ນສິນ​ເປັນ​ເວລາ​ແປດ​ວັນ​ໄດ້​ສຳ​ເລັດ​ອະພິນຍາ​ຊະ​ມາ​ບັດ ​ແລ້ວ​ກໍ​ຂຶ້ນ​ໄປສະ​ເຫວີຍ​ສຸກ​ໃນ​ພົມມະ​ໂລກ​ຕໍ່​ໄປ.


                                                                3 ພຣະສຸວັນນະສາມ
    ຄັ້ງອາ​ດີດ​ຕະການ​ ເມື່ອ​ພະພຸດທະ​ເຈົ້າ​ເປັນ​ພະ​ໂພທິສັດ​ສະ​ເຫວີຍ​ຊາດ​ເປັນ​ພະສຸ​ວັນນະ​ສາມ ມີ​ເລື່ອງ​ເລົ່າ​ວ່າ​ຊາຍ​ໜຸ່ມ​ຊື່ ທຸ​ກຸນຣະ ກັບ​ ຍິງ​ສາວ​ຊື່ ປາຣິກາ ທັງ​ສອງ​ເປັນ​ລູກ​ຂອງ​ນາຍພານ​ ແລະ ​ຖືກ​ບັງຄັບ​ໃຫ້​ແຕ່ງງານ​ກັນ ​ແຕ່​ຊາຍ​ໜຸ່ມ​ ແລະ ​ຍິງ​ສາວ​ບໍ່​ຕ້ອງການ​ ເພາະ​ເຫັນ​ວ່າ ການ​ມີ​ຄູ່​ເປັນ​ທຸກ​ແຕ່​ບໍ່​ສາມາດ​ຫລີກ​ລຽງ​ໄດ້ ​ເມື່ອ​ແຕ່ງງານ​ແລ້ວ  (ອ່ານຕໍ່...)

Powered by Create your own unique website with customizable templates.