"ມໍລະດົກລ້ານຊ້າງ ຫລວງພຣະບາງ"
ໜ້າປື້ມຂອງຂອ້ຍ
  • ທຳອິດ
  • ວັດຕ່າງໆໃນຫລວງພຣະບາງ
  • ຮີດຄອງປະເພນີ
  • ແຫລ່ງທຳມະຊາດ
  • ບົດກອນສອນໃຈ
  • ສາລະຄວາມຮູ້
  • ນິທານຊາດົກ
    • 2. ພຣະຊະນົກ
    • ເລື່ອງ ສຽວສະຫວາດ
    • ເລື່ອງ ປູ່ເຍີ
    • ເລື່ອງ ທ້າວ ຈັນທະພານິດ
    • ເລື່ອງ ພູທ້າວ ແລະ ພູນາງ
  • ຕິດຕໍ່
Picture

ພຣະບາງ

Picture
    ພຣະບາງແມ່ນພະພຸດທະຮູບຫຼໍ່ດ້ວຍໂລຫະທີ່ມີຄ່າຫລາຍຢ່າງເຊັ່ນ: ເງິນ, ຄຳ, ທອງ ມີນໍ້າໜັກ 54ກິໂລກລາມ ເປັນ ພະພຸດທະ ຮູບທີສວຍ ງາມແບບສະກຸນ ຊ່າງສິລະປະ ມອນ ຂະແມຄ້າຍໆຄືກັບສະກຸນຊ່າງ ພະພຸດທະຮູບທີ່ພົບເຫັນ ຢູ່ເມືອງວຽງຄຳ ແຂວງ ວຽງຈັນ. ພົງສາວະດານ ລ້ານຊ້າງບູຮານກ່າວວ່າເຈົ້າ ຊີວິດຂະເມນມອບໃຫ້ເຈົ້າຟ້າງຸ່ມຕາມຄຳຂໍ ພ້ອມດ້ວຍ ມໍລະດົກທາງສາສະໜາ ຫລາຍໃນປີ ຄ.ສ 1356. ຕາມຕຳ ນານ ພະບາງກ່າວວ່າເດີມແທ້ພະນີ້ ເຈົ້າຊີວິດ ຂະເມນໄດ້ມາຈາກ ປະເທດສີລັງກາ. ພະບາງ ແມ່ນພະພຸດທະຮູບ ອົງໜຶ່ງທີ່ສຳ ຄັນ ຂອງລາວ ແລະ ໃຫ້ຫລັກຖານທາງ ປະຫວັດສາດຂອງອານາ ຈັກລາວ ລ້ານ ຊ້າງ. ຕາມພົງສາ ລະ ດານລ້ານກ່າວວ່າ ເມືອງຫລວງພຣະບາງເດີມແທ້ຊື່ວ່າ ເມືອງ ຊວາ ຕໍ່ມາປ່ຽນມາເປັນ ຊຽງດົງ,ຊຽງທອງ ແລະ ສຸດທ້າຍເປັນເມືອງ ຫລວງພຣະບາງ ເມື່ອ ຄ.ສ 1560 ຕາມຕຳນານຂອງພຣະບາງນີ້ເອງ.

Picture

ຫໍພິພິທະພັນ

Picture
ພະລາດຊະວັງເກົ່າ
ວັງເກົ່າຫລວງພຣະບາງສ້າງຂຶ້ນໃນ ຄ.ສ 1904-1909 ເປັນແບບສະຖາປັດລາວປະສົມຝຣັ່ງ ເມື່ພາຍລຸນມາໄດ້ດັດ ແກ້ຕໍ່ເຕີມ ບາງບ່ອນເພື່ອ ໃຫ້ສອດ ຄ່ອງ ກັບວັດທະນະທຳລາວແລະປະໂຫຍດໃຊ້ສອຍຕາມຍຸກສະໄໝ, ສິລະປະຕົບແຕ່ງພາຍໃນຕຶກ ໄດ້ ມີ ການປັບປຸງ ມາຫລາຍເທື່ອ ເຊັ່ນ: ຕິດແກ້ວໂມເຊັກ ແມ່ນ ຮູບພາບສະແດງເຖິງນິທານພື້ນ ບ້ານພື້ນເມືອງຫລວງພຣະ ບາງແລະມີການຈັດວາງສະແດງໃໝ່ໃຫ້ສວຍ ງາມ ລະຫວ່າງປີ ຄ.ສ 1970-1974 ວັນທີ 31 ເດືອນ 3 ປີ 1975 ຕຶກ ວັງ ເກົ່າ ຫລັງນີ້ຖືກປ່ຽນແປງເປັນ ຫໍພິພິທະພັນປະຫວັດສາດ ໄຂຮັບໃຊ້ປະຊາຊົນພັກ ແລະ ລັດຖະບານໄດ້ເອົາໃຈໃສ່ເປັນພິເສດ ຄື ບູລະນະ ປົວແປງທ້ອນໂຮມບັນດາບູຮານວັດຖຸ ມໍລະດົກວັດທະນະທຳພາກເໜືອໂດຍສະ ເພາະແຂວງຫລວງພຣະບາງ ມາເຕົ້າໂຮມ ໄວ້ຫໍພິພິ ທະພັນຫລັງນີ້. ລັດຖະ ບານໄດ້ສົ່ງນັກວິຊາການຂຶ້ນເປັນປະຈຳຢູ່ ໃນ ຄ.ສ 1991 ເພື່ອສຶກ ສາຄົ້ນຄົ້ວປັບປຸງການຈັດຕັ້ງວາງ ສະແດງ ໂດຍການຊ່ວຍເຫລືອຂອງລັດຖະບານຊູແອດ ມາເຖິງປັດຈຸບັນນີ້ຫໍພິພິທະພັນຫລັງນີ້ໄດ້ກາຍ ເປັນ ສູນກາງຄົ້ນຄົ້ວປະ ຫວັດສາດແລະ ວັດທະນະທຳຂອງຊາດ. ແຕ່ສຳລັບແຂວງຫລວງພຮະບາງຖືເປັນແຫລ່ງລາຍໄດ້ອັນໜຶ່ງທີ່ສຳຄັນອີກດ້ວຍ.


Picture
ທາດ​ຈອມ​ສີ

ທາດ​ຈອມ​ສີ ສ້າງ​ຂຶ້ນ​ເມື່ອ ​ຄ.ສ 1804 ( ພ.ສ 2347,ຈ.ສ 1166 ) ​ໃນ​ສະ​ໄຫມ​ການ​ປົກຄອງ​ຂອງ ​ເຈົ້າອານຸຣຸດ ລູກ​ຊາຍ​ຂອງ​ເຈົ້າສຸລິຍະ​ວົງສາ ​ເຈົ້າຊີວິດ​ອານາ​ຈັກ​ລ້ານ​ຊ້າງ​ຫລວງ​ພຣະບາງ ລວງ​ກວ້າງ​ຂອງ​ທາດ​ແທກ​ໄດ້​ດ້ານ​ລະ 10,55 ມ ສູງ 21 ມ. ທາດ​ຈອມ​ສີ​ໄດ້​ຖືກ​ສ້ອມ​ແປງ​ຄືນ​​ໃຫມ່ ​ເມື່ອ ຄ.ສ 1914 ພ.ສ 2457 ຈ.ສ 1276​ ໂອບ​ດ້ວຍ​ແຜ່ນ​ທອງ​    ເຫລື​ອງຟອກ​ຄຳ.ຢູ່​ຂ້າງ​ທາດ​ເບື້ອງ​ເຫນືອ ​ມີ​ຫໍ​ໄຫວ້​ທີ່​ຖືກ​ສ້າງ​ຂຶ້ນ​ໃນ​ສະ​ໄຫມ​ດຽວ​ກັນ​ແລະ​ຕໍ່​ມາ​ໄດ້​ຮັບ​ການ​ບູລະນະ​ໃຫ້​ກວ້າງຂວາງ​ອອກ​ອີກ​ຕື່ມ​ໃນ​ ຄ.ສ 1796 ພ.ສ 2339 ຈ.ສ 1158. ທາດ​ຈອມ​ສີ​ມີ​ຄວາມ​ຫມາຍ​ສຳຄັນ​ກໍ​ຍ້ອນ​ຕັ້ງຢູ່​ເທິງ​ຈອມ​ພູ​ສີ​ໃຈກາງ​ເມືອງ​ເຊິ່ງ​ເປັນ​ພູ​ທີ່​ມີ​ເລື່ອງ​ສື​ບ ຕໍ່ໆກັນ​ມາ​ໃນ​ພົງສາວະດານ​ເມືອງ​ຫລວງ​ພຣະບາງ​ຈິ່ງ​ພາກັນ​ຖື​ສະ​ເຫມືອນ​ເປັນ​ທາດ​ຫລັກ​ເມືອງ. ຕາມ​ກ່າວ​ກັນ​ວ່າ​ກ່ອນ​ຈະ​ເອີ້ນ​ວ່າ ພູ​ສີ ກໍ່​ຍ້ອນ​ວ່າ​ມີ​ລື​ສີ ສອງອ້າຍນ້ອງ​ຊື່ ອາ​ມະຣະ ຣືສີ ​ແລະ ​ໂຍທິ​ກະຣືສີ ຊອກ​ບ່ອນ​ສ້າງ​ບ້ານ​ສ້າງ​ເມືອງ​ໄດ້​ອາ​ໄສ​ຢູ່​ແລະ​ມາ​ສັງ​ເກດ​ເຫັນ​ວ່າ​ພູ​ນີ້​ຕັ້ງຢູ່​ກາງ​ເມືອງ​ທີ່​ຮາບ​ພຽງ​ງາມ​ດີ​ສົມ​ທີ່​ຈະ​ເປັນ​ບ້ານ​ເປັນ​ເມືອງ​ສວຍ​ງາມ​ໂດຍ​ເອົາ​ພູ​ນີ​ເປັນ​ຫລັກ​ໃຈກາງ​ແລ້ວ​ວາງ​ຂອບ​​ເຂດ​ເມືອງ​ດັ່ງ​ນີ້:ທິດ​ເຫນືອ​ເອົາ​ກົກ​ທອງ-ສົບ​ຄານ​ເປັນ​ເຂ​ດ, ທິດ ຕາ​ເວັນ​ອອກ​ເອົາ​ພູ​ຊ້າງ​ພູ​ຊວງ​ເປັນ​ເຂດ, ທິດ​ໃຕ້​ເອົ​ານໍ້າ​ດົງ​ເປັນ​ເຂດ​ແລະ​ທິດຕາ​ເວັນ​ຕົກ​ເອົາ​ພູ​ທ້າວ​ພູ​ນາງ​ເປັນ​ເຂ​ດ. ພູ​ສີ​ສູງ​ປະມານ 100ມ, ມີ​ທາງ​ຂຶ້ນຫລາຍ​ດ້ານ​ແຕ່​ເສັ້ນທາງ​ທີ່​ໃຊ້​ເປັນ​ປະ​ຈໍາ​ແມ່ນ​ເສັ້ນທາງ​ທິດຕາ​ເວັນ​ອອກ​ຂຶ້ນ​ມາ​ຈາກ​ເສັ້ນທາງ​ແຄມ​ນໍ້າຄານ​ຜ່ານ​ວັດ​ຖໍ້າ​ພູ​ສີ, ທາງ​ທິດຕາ​ເວັນ​ຕົກ​ເບື້ອງ​ພະຣາດຊະ​ວັງ​ເກົ່າ​ມີ​ຂັ້ນ​ໄດ້​ຂຶ້ນ 328ຂັ້ນ ສ້າງ​ຂຶ້ນ​ໃນ ຄ.ສ 1936- 1937. ຢູ່​ບໍລິ​ເວນ​ພູ​ສີ​ນີ້​ປະກອບ​ດ້ວຍ​ສິ່ງ​ສໍາຄັນ​ແລະ​ປູຊະນີຍະສະຖານ​ເກົ່າ​ແກ່​ເຊັ່ນ: ວັດ​ຖໍ້າ​ພູ​ສີ, ຮອຍ​ພຸດ​ທະ​ບາດ, ວັນ​ສີ​ພຸດ​ທະ​ບາດ, ວັດ​ປ່າ​ແຄ, ວັກ​ປ່າ​ຝາງ ​ແລະ​ອາ​ຮາມ​ວັດ​ປ່າ​ຮວກ.ປະ​ເພນີ​ສໍາຄັນ​ອີກ​ອັນ​ຫນຶ່ງ​ຂອງ​ຊາວ​ນະຄອນຫລວງ​ພຣະບາງ​ທີ່​ພົວພັນ​ເຖິງ​ພູ​ສີ​ຄື​ການ​ຕີ​ກອງ​ຢູ່​ເທິງ​ຈອມ​ພູ​ສີ. ກອງ​ນີ​ເພິ່ນ​ຕີ​ເປັນ​ຊົ່ວ​ຍາມ​ບູຮານ( ຊົ່ວ​ຍາມ​ໜຶ່ງ​ປະມານ​ສາມ​ຊົ່ວ​ໂມງ ) ຄື​ຊົ່ວ​ຍາມ​ໜຶ່ງ​ຕີ​ເທື່ອ​ໜຶ່ງ ຫລື ສາມ​ຊົ່ວ​ໃດ​ຕີ​ເທື່ອ​ໜຶ່ງ.ປະ​ເພນີ​ຕີ​ກອງ​ນີ້​ຜູ້​ເຖົ້າຜູ້​ແກ່​ເລົ່າ​ສືບ​ກັນ​ມາ​ແຕກ​ຕ່າງ​ກັນ​ສ່ວນ​ຫລາຍ​ກໍ​ພົວພັນ​ກັບ​ຈິດຕະສາ​ດູ​ວາ​ມ​ເຊື່ອ​ຖື​ທາງ​ສາສະໜາ ​ແຕ່​ທີ່​ຈິງ​ແລ້ວ​ມັຮ​ແມ່ນ​ການ​ຕີ​ເພື່ອ​ເຕືອນ​ໃຫ້​ສັກ​ດີ​ນາ,ພະສົງ​ອົງຄະ​ເຈົ້າ​ແລະ​ປະຊາຊົນ​ຊາວ​ເມືອງ​ຫລວງ​ພຣະບາງ​ຮູ້​ຍາມ​ຮູ້​ເວລາຕະຫລອດ 24 ຊົ່ວ​ໂມງ​ເພື່ອ​ປະກອບ​ພາລະກິດ​ສ່ວນ​ລວມ​ແລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ເທົ່ານັ້ນ.ດ້ວຍ​ເຫດ​ທີ່​ກ່າວ​ມານັ້ນພູ​ສີ​ໃນ​ສະ​ໄຫມ​ບູຮານ​ແມ່ນ​ສູນ​ກາງ​ວັດທະນະທຳ​ແລະ​ເປັນ​ມິ່ງຂວັນ​ຂອງ​ຊາວ​ນະຄອນຫລວງ​ພຣະບາງ​ຈົນ​ມີ​ຄວາມ​ພັງ​ເພີຍ ມັກ​ເວົ້າຕິດ​ສົບ​ຕິດ​ປາກ​ກັນ​ມາ​ວ່າ:​ໄປ​ຫລວງ​ພຣະບາງ​ຖ້າ​ບໍ່​ໄດ້​ຂຶ້ນພູ​ສີ ກໍ​ເທົ່າ​ກັບ​ວ່າ​ບໍ່​ເຫັນ​ຫລວງ​ພຣະບາງ


ທາດໝາກໂມ

Picture
ທາດ​ຫມາກ​ໂມ ຊື່ແທ້​ແມ່ນ ທາດ​ປະທຸມ ຫມາຍ​ຄວາ​ມວ່າ​ທາດ​ດອກ​ບົວ​ໃຫຍ່, ຍ້ອນ​ຍອດ​ທາດ​ມີ​ຮູບ​ຄ້າຍຄື​ຫມາກ​ໂມ​ຕັດ​ເຄິ່ງ ຈິ່ງ​ເອີ້ນ​ວ່າ​ທາດ​ຫມາກ​ໂມ​ສ້າງ​ຂຶ້ນ​ເມື່ອ ​ເດືອນ​ 3 ຄ.ສ 1514 ຕາມ​ຄຳ​ສັ່ງ​ຂອງ​ນາງ ພັນ​ຕີນ​ຊຽງ ​ເມຍ​ຂອງ​ເຈົ້າຊີວິດ ວິ​ຊຸ​ນນະຣາດ​ ໃຊ້​ເວລາ​ກໍ່ສ້າງ 1​ປີ 7​ເດືອນ ​ຈຶ່ງ​ສໍາ​ເລັດ. ທາດ​ນີ້​ໄດ້​ຊຸດ​ໂຊມ​ ແລະ ​ຖິ້ມປະ​ໄລຍະ​ໜຶ່ງ​ສະ​ໄຫມ​ໂຈນ​ຫໍ້​ປຸ້ນ​ຊັບ​ສົມບັດ​ຂຸດ​ຄົ້ນວັດວາອາ​ຮາມ​ປູຊະ ນີຍະ ສະຖານ​ຕ່າງໆ.​ ເມື່ອ ຄ.ສ 1895 ສະ​ໄຫມ​ການ​ປົກຄອງ​ຂອງ​ເຈົ້າຊີວິດ ​ສັກກະ​ລິນ ໄດ້​ດຳ​ເນີນ​ການ​ສ້ອມ​ແປງ​ຄືນ​ໃຫມ່​ ແລະ ເຖິງ​ ວັນ​ທີ 28 ສິງຫາ 1914 ທາດ​ນີ້​ໄດ້​ຊຸດ​ໂຊມ​ລົງ​ອີກ​ຈິ່ງ​ໄດ້​ດໍາ​ເນີນ​ການ​ສ້ອມ​ແປງ​ຄືນ​ອີກ​ເປັນຄັ້ງທີ່​ສອງ.​ ໃນ​ການ​ສ້ອມ​ແປງ​ຄັ້ງນີ້​ເພີ່ນ​ໄດ້​ຄົ້ນພົບ​ວັດຖຸ​ມີ​ຄ່າ​ເປັນ​ຈໍານວນ​ຫລວງ ຫລາຍ​ເຊັ່ນ: ພະທາດ​ເຈດີ​ຄໍາ, ພະພຸດທະ​ຮູບ​ຄໍາ, ​ເງິນ, ທອງ ​ແລະ ​ແກ້ວ​ແຫວນ​ອື່ນໆ​ເປັນ​ວັດຖຸ​ທີ່​ມີ​ຄຸນຄ່າ​ທາງ​ປະຫວັດສາດ​ ແລະ ​ສິລະ​ປະວັດ​ທະນະ​ທຳ​ ໃນ​ສະຕະວັດ​ທີ່ 15​ ແລະ16. ບັນດາ​ວັດຖຸ​ມີຄ່າ​ດັ່ງກ່າວ​ນັ້ນ​ໄດ້​ເກັບ​ໄວ້​ຫໍພິພິທະ​ພັນ​ຫລວງ​ພະ​ບາງ​ປັດຈຸບັນ. ການ​ສ້ອມ​ແປງ​ຄັ້ງທີ່​ສອງ​ນັ້ນ​ແມ່ນ​ພາຍ​ໃຕ້​ການ​ຊີ້​ນໍາ​ຂອງ ຮັງ​ລີ​ມາກ​ຊານ ນັກ​ປະດິດ​ສັງ​ຂອນ​ນະຄອນ​ວັດ ​ແລະ ໃຊ້​ເວລາ 3ປີ 1​ເດືອນ ​ໂດຍ​ບໍ່​ນັບ​ລະດູຝົນ.


ວັດໜອງສີຄຸນເມືອງ

Picture
ເມື່ອກ່ອນວັດນີ້ຊື່ວ່າ ວັດສີຄຸນເມືອງ ສ້າງເມື່ອ ຄ.ສ 1729 ,ເປັນວັດໃຫຍ່ມີມໍ ລະດົກ ທາງດ້ານ ສະ ຖາປັດ ຕະຍະກໍາສິນ,ປະຕິມາກຳສິນ, ແລະວິ ຈິດ ຕະກໍາສິນ ແຕ່ໜ້າເສຍດາຍ ວັດນີ້ໄດ້ຖືກ ໄຟ ໄໝ້ເມື່ອ ຄ.ສ 1774 ໃນມືສັງຂານຂຶ້ນປີໃຫມ່, ຊັບສົມບັດໄດ້ ສູນເສຍ ໄປ ເກືອບ ໝົດ,ຍັງເຫລືອ ພະພຸດທະຮູບທອງ ຈຳນວນ ໜຶ່ງ. ຕໍ່ມາໃນ ຄ.ສ 1804ໄດ້ປະດິດ ສັງ ຂອນຄືນ ໃຫມ່,ເທື່ອນີ້ໄດ້ປະດິດສັງຂອນກວມ ເອົາໜອງ ໃນ ບໍລິເວນວັດ ເລີຍເອີ້ນວ່າ ວັດໜອງ. ມາຮອດປີ ຄ.ສ 1964ປະຊາຊົນບ້ານວັດໜອງຈຶ່ງ ໄດ້ພາ ກັນສ້າງ ຂຶ້ນດ້ວຍສັດ ທາແລະແຮງ ງານຂອງເຂົາເຈົ້າເອງ. ຢູ່ໃນອາຮາມ ວັດ ມີ ພະພຸດ ທະຮູບທອງສໍາລິດອົງໜຶ່ງໜັກ 120 ກິໂລ ກຣາມ. ຕາມການຊ່າ ລືກັນວ່າ ພະ ພຸດ ທະຮູບອົງ ນີ້ມີຄວາມສັກສິດສົມຄວນ, ເພາະ າໄຟ ໄຫມ້ ວັດນັ້ນອາຮາມນີ້ ຖືກ ໄຟ ໄຫມ້ ເກືອບຫມົດຄົງຍັງ ເຫຼືອແຕ່ຝາ ອາຮາມເບື້ອງຫລັງ ຂອງ ພະພຸດທະຮູບອີງ ເທົ່າ ນັ້ນ.ຄົນຈໍານວນໜຶ່ງກໍ່ກ່າວ ກັນວ່າ ບໍ່ແມ່ນຝາອາ ຮາມແຕ່ແມ່ນຜ້າຄຸມ ພະເຈົ້ານັ້ນ ເອງ.ດັ່ງນັ້ນພະພຸດທະຮູບ ນີ້ຈຶ່ງໄດ້ ຮັບການສັກກະລະບູຊາເປັນທີ່ເພິ່ງແກ່ປະຊາ ຊົນຊາວພຸດ ທະສາສະນິກະຊົນຢ່າງ ຫລວງ ຫລາຍ .


ວັດໃໝ່ສຸວັນນະພູມາຣາມ

Picture
ຊື່​ແທ້​ຂອງ​ວັດ​ນີ້​ຊື່ວ່າ ວັດ​ສີ​ສຸວັນນະ​ພູມ​ມາຣາມ ​ເພາະ​ວັດ​ນີ້​ສ້າງ​ທັບ​ໃສ່​ວັດ​ເກົ່າ​ທີ່​ມີ​ຊື່ວ່າ ວັດ​ສີ​ພູມ ວັດນີ້​ສ້າງ​ຂຶ້ນ​ເມື່ອ ຄ.ສ1796.​ໃນ​ລາດຊະ​ການ​ຂອງ​ເຈົ້າອານຸຣຸດ ຕໍ່​ມາ​ປີ ຄ.ສ 1821 ​ເຈົ້າມັນ​ທາຕຸ​ລາດ​ລູກ​ຊາຍ​ໄດ້​ປະດິດ​ສັງ​ຂອນ​ຄືນ​ໃໝ່. ມາ ຄ.ສ 1891 ​ເຈົ້າຊີວິດ​ສັກກະ​ລິນ​ໄດ້​​ໃຫ້ປະດັບ​ປະດາ​ຕົບ​ແຕ່​ງຄືນ​​ໃໝ່. ມາ​ຮອດ ຄ.ສ1894 ພະ​ມະຫາລາດ​ຊະ​ຄູ​ຕັນ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ພະ​ສົມ​ເດັດ​ພະ​ສັງຄະ​ຫລາດ​ແຫ່ງ​ລາດ​ຊະ​ອານາຈັກ​ຫລວງ​ພຣະບາງຄົນ​ທຳ​ອິດ.​ໃນ​ປີ​ດຽວ​ກັນ​ນີ້​ເຈົ້າຊີວິດ​ສັກກະ​ລິນ​ໄດ້​ເຊີນ​ເອົາ​ພະ​ບາງ​ຈາກ​ວັດ​ວິ​ຊຸນ​ມາ​ປະດິດສະຖານ​ຢູ່​ວັດ​ແຫ່ງ​ນີ້ ​ແລ​ະ ນັບ​ແຕ່​ນັ້ນມາ​ຈິ່ງ​ເອົາ​ອາ​ຮາມ​ວັດ​ໃໝ່​ ເປັນ​ບ່ອນ​ກິນ​ນ້ຳ​ພິພັດ​ສັດຈະ(ນ້ຳສາບານ​)ຕໍ່ໜ້າ​ພະ​ບາງ​ແຕ່ລະ​ປີ​ ທັງ​ເປັນ​ບ່ອນ​ປະ​ທັບ​ຂອງ​ສົມ​ເດັດ​ພະ​ສັງຄະ​ຫລາດ​ແຫ່ງ​ປະ​ເທດ​ລາວ​ຈົນ​ເຖິງ ຄ.ສ 1977 ສົມ​ເດັດ​ພະ​ສັງຄະ​ຫລາດ​ຄົນ​ສຸດ​ທ້າຍ ຖືກ​ລັກ​ພາ​ຕົວ​ໜີ​ໄປ​ປະ​ເທດ​ໄທ ​ແລະ ​ເສຍ​ຊີວິດ​ໃນ​ປີ 1986.


ວັດຫາດຫລວງ

Picture
ສ້າງ​ຂຶ້ນ​ໃນ ຄ.ສ 1818​ໃນ​ລາດຊະ​ການ​ຂອງ​ເຈົ້າມັນ​ທາຕຸ​ລາດ ອາ​ຮາມ​ແມ່ນ​ຊ່າງ​ສະກຸນ​ດຽວ​ກັບ​ວັດ ປາກ​ຄານ,ພະພຸດທະ​ຮູບ​ອົງ​ປະທານ ໜັກ 500ກິ​ໂລກຣາມ.ຮາວ​ທຽນ​ທີ່​ແກະ​ສະ​ລັກ​ເລື່ອງ​ລາມ​ມະ​ກຽນ​ຕອນ​ສົງຄາມ​ລົບ​ກັບ​ທົດ​ສະກັນ​ຊຶ່ງ​ແມ່​ເຈົ້າມະຫາ​ອຸປະ​ຫລາດ​ບຸນ​ຄົງ​ມອບ​ໄວ້​ໃນ ​ຄ.ສ 1915. ທາດ​ໃຫຍ່​ທາງ​ຫລັງອາ​ຮາມ, ປີ​ ຄ.ສ 1910ທາດ​ນີ້​ຖືກ​ເພພັງ ​ແລະ​ໄດ​ຄົ້ນພົບ​ວັດຖຸບູຮານ ສະ​ໄໝ​ຂອມ ມີ​ຫລາຍ​ຢ່າງ: ຫີນ​ສີ​ລາ​ຈາລຶກ​ແລະ​ພະພຸດທະ​ຮູບ​ຕ່າງໆ.​ໃນ ຄ.ສ 1935 ທາດ ​ແລະ ອາ​ຮາມ​ໄດ້​ສ້ອມ​ແປງ​ຄືນ​ໃໝ່​ຕາມ​ຄຳ​ສັ່ງ​ຂອງ​ເຈົ້າຊີວິດ​ສີສະ​ຫວ່າງ​ວົງ. ສ່ວນ​ທາດ​ນ້ອຍ​ຢູ່​ທາງ​ໜ້າ​ອາ​ຮາມ​ສ້າງ​ຂຶ້ນ​ໃນ ຄ.ສ 1820 ຕາມ​ຄຳ​ສັ່ງ​ຂອງ​ນາງ ປະທຸມ​ມາ​ລູກ​ສາວ​ຂອງ​ເຈົ້າອານຸຣຸດ, ​ຕໍ່​ມາ​ໃນ ຄ.ສ 1965​ໄດ້​ມີ​ການ​ສ້ອມ​ແຊມ​ຄືນ​ໃຫມ່​ເພື່ອ​ບັນຈຸ​ກະດູກ​ຂອງ​ເຈົ້າຊີວິດ ສີສະ​ຫວ່າງ​ວົງ


ວັດພະບາດໃຕ້

Picture
ວັດ​ນີ້​ຕັ້ງຢູ່​ແຄມ​ແມ່​ນ້ຳຂອງ​ທາງ​ໃຕ້ຂອງ​ເມືອງ​ຫລວງພຣະບາງ ສ້າງ​ຂຶ້ນ​ໃນ ຄ.ສ 1395 ສະ​ໄຫມ​ການ​ປົກຄອງ​ຂອງ​ພະຍາ​ສາມ​ແສນ​ໄທ ​ເພື່ອ​ເປັນ​ຄູ່​ກັບ​ຮອຍ​ຕີນ​ພະ​ບາດ​ເໜືອ​ທີ່ຢູ່​ຕີນ​ພູ​ສີ.​ໃນ ຄ.ສ 1960 ​ເພິ່ນ​ໄດ້​ມອບ​ໃຫ້​ສະມາຄົມ​ຫວຽດຕ່າງ​ດ້າວ​ສົມທົບ​ກັບ​ພຸດ​ທະ​ບໍລິສັດ​ລາວ ປະດິດ​ສັງ​ຂອນ​ຄືນ​ໃໝ່.ພະພຸດທະ​ຮູບ​ອົງ​ໃຫຍ່​ຢູ່​ມຸກ​ຫໍ​ໄຫວ້​ປິ່ນ​ໜ້າ​ໃສ່​ແມ່​ນ້ຳຂອງ​ແມ່ນ​ນາຍ​ຊ່າງ​ຄົນ​ລາວ​ສ້າງ​ສັດທາ​ຂອງ​ຄົນ​ຫວຽດນາມ.ດັ່ງ​ນັ້ນ​ວັດ​ນີ້​ຈິ່ງ​ເປັນ​ວັດ​ທີ່​ມີ​ລັກສະນະປະສົມ​ປະສານຂອງ​ລາວ​ແລະ​ ຫວຽດນາມ.ສິ່ງ​ທີ່​ໜ້າ​ສົນ​ໃຈ​ສັມຄວນ​ແກ່​ການ​ທີ່​ຈະ​ເຂົ້າວັດ​​ໄປນີ້ ​ແມ່ນ​ການ​ໄປ​ຊົມ ຕາ​ເວັນ​ຕົກ​ເວລາ​ຍາມ​ແລງ​ໄດ​ຮູບ​ພາບ​ທີ່​ສວຍ​ງາມ​ໜ້າ​ຈັບ​ໃຈ.


ວັດຖໍ້າຊຽງແມ່ນ

Picture
ວັດ​ນີ້​ຕັ້ງຢູ່​ເມືອງ​ຈອມ​ເພັດ​ຟາກ​ນ້ຳຂອງ​ເບື້ອງ​ນັ້ນສ້າງ​ຂຶ້ນ​ໃນ ຄ.ສ 1889-1899 ​ໃນ​ລາດຊະ​ການ​ຂອງ​ເຈົ້າຊີວິດ​ສັກກະ​ລິນ(ຄຳ​ສຸກ),ວັດ​ໄດ້​ມີ​ການ​ຊຸດ​ໂຊມ​ຫລາຍຍ້ອນ​ມີ​ຫລາຍ​ວັດ ​ແລະ​ມີ​ຄວາມ​ຫຍຸ້ງຍາກ ການບິນ​ທະ​ບາດ​ແລະ​ສົ່ງ​ຈັ່ງ​ຫັນ​ວັນ​ເພນ.ສ່ວນ​ຖ້ຳ​ເປັນ​ຖຳທຳ​ມະ​ຊາດ​ທີ່​ເລິກ​ກວ່າ​100ມ ​ເຊິ່ງ​ເປັນ​ບ່ອນ​ເກັບ​ມ້ຽນ​ພະພຸ​ດທະ​ຮູບ​​ໄວ້​ໃຫ້​ປະຊາຊົນ​ມາ​ຫົດສົງ​​ແລະ​ບູຊາ​ໃນ​ວັນ​ສົງການ​ປີ​ໃໝ່​ລາວ.ດັ່ງນັ້ນຄົນ​ທັງຫລາຍ​ຈິ່ງ​ເອີ້ນ​ວ່າ: ວັດຖໍ້າສັກກະ​ລິນ ສຸວັນນະ​ຄູຫາ.


Picture
ວັດ​ວິ​ຊຸນ

       ວັດ​ວິ​ຊຸນ​ສ້າ​ງຂຶ້ນ​ໃນ​ສະ​ໄຫມ​ການ​ປົກຄອງ​ຂອງ​ເຈົ້າວິ​ຊຸນ​ນະຣາດ ຄ.ສ 1500-1520 ພ.ສ 2043-2063 ຈ.ສ 862-882 ກຳ​ແພງ​ວັດ​ຍາວ 90ວາ ( 135ມ ), ກວ້າງ 50ວາ ( 75ມ ). ອາ​ຮາມ​ເກົ່າ​ສ້າງ​ຂຶ້ນ ​ໃນ ຄ.ສ 1513 ພ.ສ 2506 ຈ.ສ 875 .ຕໍ່​ມາ​ໃນ​ປີ ຄ.ສ 1898 ພ.ສ 2441 ຈ.ສ 1260 ຢູ່​ໃນ​ຕຳນານ​ທີ່​ຂຽນ​ໂດຍ​ເຈົ້າຄໍາ ໝັ້ນ ລັດຕະນະ​ວົງ​ກົດວ່າ ຄ.ສ 1896 ​ໃນ​ສະ​ໄຫມ​ການ​ປົກຄອງ​ຂອງ​ເຈົ້າສັກກະ​ລິນ(ຄໍາ​ສຸກ)ອາ​ຮາມ​ເກົ່າ​ທີ່​ເສດ​ເຫລືອ​ຈາກ​ໄຟ​ໄໝ້​ກໍ​ຖືກ​ມ້າງ​ແລະ​ປະດິດ​ສັງ​ຂອນ​ຫລັງ​ປັດຈຸບັນ​ຂຶ້ນ​ແທນ​ຕາມ​ແບບ​ເກົ່າ​ທຸກ​ປະການ,ບາງ​ລູກ​ຕິ່ງ​ທີ່​ເຮັດ​ດ້ວຍ​ໄມ້​ຂອງ​ອາ​ຮາມ​ຫລັງ​ເກົ່າ​ກໍ​ຍັງ​ເອົາ​ມາ​ໃສ່​ປົນ​ອັນ​ເກົ່າ​ເຊິ່ງ​ເຮັດ​ດ້ວຍ​ປູນ​ຂາວ​ກັບ​ຊີ​ເມັນ.
                            ວັດ​ວິ​ຊຸນ​ມີ​ຄວາມໝາຍສໍາຄັນ 2 ​ເຫດຜົນ:
​1. ເປັນ​ບ່ອນ​ປະດິດສະຖານ​ຂອງ​ພຣະບາງ​ເຖິງ​ສອງ​ຄັ້ງຄັ້ງທີ່​ໜຶ່ງ​ເມື່ອ ຄ.ສ 1513.ຄັ້ງທີ່​ສອງ​ແຕ່​ປີ​ຄ.ສ 1839-1894.
2. ພາຍຫລັງ​ທີ່​ໄດ້​ເຕົ້າ​ໂຮມ​ເອົາ​ວຽງ​ຈັນ,ຊຽງ​ຂວາງ,ຫົວ​ຂອງ(ຫ້ວຍ​ຊາຍ)​ແລະ​ຫົວພັນ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັບ​ອານາຈັກ​ຫລວງ​ພຣະບາງ​ແລ້ວ​ເຈົ້າມະຫາ​ອຸປະ​ຫລາດ​ເພັດ​ສະຣາດ​ໄດ້​ນໍາ​ໃຊ້​ເປັນ​ພິພິທະ​ພັນ​ສິລະ​ປະ​ທາງ​ສາສະໜາ​ເມື່ອ​ຄ.ສ 1942 .ດັ່ງນັ້ນ​ເພິ່ນ​ຈິ່ງ​ໄດ້​ທ້ອນ​ໂຮ​ມ​ເອົາ​ວັດຖຸ​ເກົ່າ​ແກ່ ມໍລະດົທາງ​ສາສະໜາ​ແລະ​ວັດທະນະ​ທໍາ​ທີ່ຢູ່​ກະ​ແຈ​ກກະຈາຍ​ໃນ​ເມືອງ​ຫລວງ​ພຣະບາງ​ມາ​ໄວ້​ວັດ​ນີ້​ໂດຍ​ສະ​ເພາະ​ກໍ​ແມ່ນ​ບູຮານ​ວັດຖຸ​ຂອງ​ສະ​ໄຫມ​ຂອມ(ຂະ​ເມນ)​ໃນ​ສະຕະວັດ​ທີ11​ແລະ12​ພ້ອມ​ທັງ​ພະພຸດທະ​ຮູບ​ທີ່​ເປັນ​ເອກະ ລັກ​ຂອງ​ຫລວງ​ພຣະບາງ​ຫລາຍ​ຢ່າງ​ເຊັ່ນ:ພະພຸດທະ​ຮູບ ປາງ​ຮຽກ​ຝົນ, ທີ່​ມີ​ອາຍຸ​ກົ່າ​ແກ່​ແຕ່​ສະຕະວັດ​ທີ່17.ພະ​ເຈົ້າອົງ​ໃຫຍ່ ນັກ​ປະມານ3​ໂຕນ​ໃຫຍ່​ກວ່າ​ພະພຸ​ດທະ​ຮູບ​ອົງ​ຫລວງ​ທຸກ​ວັດ​ໃນ​ເມືອງ.ປັດ​ຈຸ​ບັນ​ວັດຖຸບູຮານ​ສ່ວນ​ໃຫຍ່​ແມ່​ໄດ້​ຖືກ​ຍົກຍ້າຍ​ໄປ​ໄວ້​ພະ ລາດ​ຊະ​ວັງ​ເກົ່າ(ຫໍພິພິທະ​ພັນ​ປັດຈຸບັນ)​ໄດ້ 30ກວ່າ​ປີ​ມາ​ແລ້ວ​ແລະ​ສ່ວນ​ໜຶ່ງ​ກໍໝົດຍ້ອນ​ຄວາມ​​ເກົ່າ​ແກ່​ຊຸດ​ໂຊມ.


ວັດຊຽງທອງ

Picture
ວັດ​ຊຽງ​ທອງເປັນ​ວັດ​ທີ່​ເກົ່າ​ແກ່​ ແລະ ​ສວຍ​ງາມ​ກວ່າວັດ​ອື່ນໆໃນ​ຫລວງ​ພະ​ບາງ, ​ເປັນ​ວັດ​ທີ່​ພະ​ເຈົ້າຊີວິດ​ໃນ​ເມື່ອ​ກ່ອນຖື​ເປັນ​ວັດ​ປະຕູ​ດ່ານ ​ແລະ ​ເອົາ​ໃຈ​ໃສ່​ຖະນຸບໍາລຸງ​ເປັນ​ພິ​ເສດ. ທີ່​ຖື​ວ່າ​ເປັນ​ປະຕູ​ດ່ານ​ກໍ​ຍ້ອນ​ວ່າການ​ຄົມມະ​ນາ​ຄົມ​ສ່ວນ​ໃຫຍ່​ແມ່ນ​ໃຊ້​ທາງນໍ້າ, ສະນັ້ນ​ ເວລາ​ມີ​ແຂກ​ບ້ານ​ແຂກ​ເມື​ອງມາ​ຮອດ​ ຫລື​ ອອກ​ໄປ​ກໍ​ຕ້ອງ​ຂຶ້ນ ຫລື​ລົ ງ​ເຮືອ​ຢູ່​ທ່າ​ວັດ​ຊຽງ​ທອງ​ນີ້.​ ແມ່ນ​ແຕ່​ເຈົ້າຊີວິດ​ຈະ​ໄປ ​ຫລື​ ກັບ​ ຈາກ​ຕ່າງປະ​ເທດ​ກໍ​ຕ້ອງ​ມາ​ຜ່ານ​ວັດ​ນີ້ (ຮັບ​ສູດ​ໄຊ​ຍັນ​ໂຕ) ຈິ່ງ​ຈະ​ອອກ​ເມືອງ ​ຫລື​ ກັບ​ເຂົ້າສູ່​ພະລາດ​ຊະ​ວັງ​ໄດ້ ​ແລະ ​ກໍ​ເປັນ​ທ່າ​ຂ້າມ​ໄປ​ສູ່​ເສັ້ນທາງ​ ລາວ-​ໄທ​ ໂດຍ​ຜ່ານ​ບ້ານ​ຊຽງ​ແມນ.ວັດ​ຊຽງ​ທອງ​ນີ້ສ້າງ​ຂຶ້ນ​ໃນ​ປີ ຄ.ສ 1559-1560 ​ໃນ​ສະ​ໄຫມ​ການ​ປົກຄອງ​ຂອງ​ເຈົ້າຊີ ວິດ​ໄຊ​ເສດ​ຖາ​ທິລາດ ​ເພື່ອ​ເປັນ​ອານຸສອນ​ໃຫ້​ແກ່​ທ້າວ​ຈັນທະ​ພານິດ, ​ເຊິ່ງ​ເປັນ​ພໍ່ຄ້າ​ມາ​ແຕ່​ວຽງ​ຈັນ​ ແລະ ​ຕໍ່​ມາ​ກໍ​ໄດ້​ຂຶ້ນປົກຄອງ​ເມືອງ​ນີ້ ຕາມ​ນິທານ​ເກົ່າ​ເລົ່າ​ສືບ​ກັນ​ມາ​ແຕ່​ສະ​ໄຫມ​ກ່ອນ​ເຈົ້າຟ້າ​ງຸ່ມ.ເຫດຜົນ​ທີ່​ພາ​ໃຫ້​ຊື່​ວັດ​ຊຽງ​ທອງ​ນັ້ນ ກໍ່​ມີ​ຫລາຍ​ເຫດຜົນ​ທີ່​ແຕກ​ຕ່າງ​ກັນ: ບາງ​ກໍ​ເວົ້າວ່າ​ຍ້ອນ​ມີ​ຕົ້ນທອງ​ໃຫຍ່​ ລວງ​ອູ້ມ 7ອູ້ມ​ ຫລື 7 ອ້ອມ ​ເທົ່າ​ກັບ10,50ມ, ສູງ160,50ມ. ຈຳນວນ​ໜຶ່ງ​ກໍ​ເວົ້າວ່າ​ເມືອງ​ຫລວງ​ພຣະບາງ​ເປັນ​ເມືອງ​ຫລວງ​ຂອງ​ອານາ​ຈັກ​ລ້ານ​ຊ້າງ​ເຊິ່ງ​ເມື່ອ​ກ່ອນ​ເອີ້ນ​ວ່າ ອານາຈັກ​ສຸວັນນະ​ພູມ​ປະ​ເທດ, ຫລື​ ປະ​ເທດ​ທີ່​ອຸດົມສົມບູນ​ຮັ່ງມີ​ຈິ່ງ​ປ່ຽນຊື່​ຈາ​ກ ເມືອງ​ຊວາ​ ມາ​ເປັນ​ ຊຽງ​ທອງ ຫລື​ ເມືອງ​ທອງ(ຄໍາ) ​ແລະ​ເອົາ​ຊື່​ເມື​ອງ​ເປັນ​ຊື່​ວັດ​ເພື່ອ​ເປັນ​ອານຸສອນ​ໃຫ້​ແກ່​ເມືອງ​ນະ​ບັດ​ນັ້ນມາ. ​ເມື່ອ​ຄ.ສ 1928​ເພິ່ນ​ໄດ້​ມີ​ການ​ບູລະນະ​ສ້ອມ​ແປງ​ຄືນ, ມີ​ການ​ເພີ່ມ​ສີສັນ​ດອກ​ດວງ​ຕາມ​ເບື້ອງຫລັງ​ສີມາ, ບານ​ປະຕູ​ປ່ອງຢ້ຽມ ​ແລະ ​ອື່ນໆອີກ​ຫລາຍ​ຢ່າງ. ບໍລິ​ເວນ​ວັດ​ນີ້ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ໜ້າ​ສົນ​ໃຈ​ສົມ​ຄວນ​ແກ່​ການ​ເບິ່ງ​ຊົມ​ເຊັ່ນ: ອາ​ຮາມ. ອູບ​ມຸງ​ພະພຸດທະ​ຮູບ​ຢືນ, ຫໍ​ໄຕ​ພະ​ໄສຍາດ, ຫໍ​ກອງ,​ໂຮງ​ມ້ຽນຣາດຊະ​ລົດ ​ແລະ ​ໂກດ.


ວັດແສນ

Picture
ວັດແສນສ້າງຂຶ້ນເມື່ ຄ.ສ 1718 ໃນສະໄຫມການປົກ ຄອງ ຂອງເຈົ້າກິ່ງກິດສະລາດ. ພາຍຫລັງທີ່ ອານາຈັກ ລ້ານຊ້າງແຍກ ອອກເປັນ 2 ອານາຈັກເອກະລາດ: ອານາຈັກລ້ານຊ້າງຮົ່ມຂາວ ຫລວງພຣະບາງແລະ ອາ ນາຈັກສີສັດຕະ ນາ ຄະ ນາຫຸດ ລ້ານຊ້າງວຽງຈັນ,  ໄດ້ ພຽງແຕ່ 11 ປີເທົ່ານັ້ນ. ວັດ ນີ້ກໍ່ໄດ້ສ້າງທັບ ໃສ່ວັດເກົ່າໃນ ສະ ໄຫມສະຕະວັດທີ່ 15 (ສະໄຫມ ເຈົ້າສຸວັນນະ ບັນລັງ) ດັ່ງນັ້ນຈິ່ງຖືວ່າ ເປັນບ່ອນເກົ່າ ແກ່ສັກສິດ່ອນ ໜຶ່ງຂອງ ນະຄອນ ຫລວງພຣະບາງ. ວັດນີ້ໄດ້ຮັບການສ້ອມ ແປງ ຄັ້ງທີ່ໜຶ່ງເມື່ອ ຄ.ສ 1932, ຄັ້ງທີ່2 ແມ່ນປີ ຄ.ສ 1936.ມາຮອດປີ ຄ.ສ 1957 ໄດ້ເຮັດ ການສ້ອມແປງຄັ້ງໃຫຍ່,ມີການຕິດດອກ ດວງ ເຮັດ ຂະ ມຸກພອກຄໍາ ທີ່ສວຍ ສົດງົດ ງາມ.ໂດຍແມ່ນສີມືສະກຸນຊ່າງລາວ ຫລວງພຣະ ບາງ ໂດຍແທ້ ໃນກາງສະຕະວັດທີ່20. ເຫດຜົນທີ່ໃຫ້ໃສ່ຊື່ ວັດແສນຍ້ອນວ່າຜູ້ ສ້າງຄືເຈົ້າຮັງ ໄດຄຄໍາຈໍາ ນວນໜຶ່ງຈາກ ໝາກຫີນ ກ້ອນແສນ 120ກິໂລກຣາມ ຢູ່ແຄມແມ່ນໍ້າຄານມາສ້າງຈິ່ງ ໃສ່ຊື່ວັດ ແສນ. ນອກນັ້ນຍັງມີພະ ພຸດທະຮູບ 18 ສອກສ້າງໃນປີ ຄ.ສ 1972ແທນອົງເກົ່າສະ ຕະວັດ ທີ18 ໄດ້ຊຸດໂຊມ ລົງ ເກືອບໝົດ,ພະເຈົ້າ18ສອກສູງ 6,75ມ ໃນປາງທ່າຮຽກຝົນ


ວັດມະໂນລົມ

Picture
ສ້າງ​ຂຶ້ນ​ໃນ​ ຄ.ສ 1375 ລາດຊະ​ການ​ຂອງ​ເຈົ້າສາມ​ແສນ​ໄທ (ອຸ່ນ​ເຮື​ອນ). ອາ​ຮາມ​ເກົ່າຖືກ​ເພພັງ ຍັງ​ເຫລືອ​ແຕ່​ພະພຸດທະ​ຮູບ​ທອງ​ສຳລິດ​ແຂນ​ກິດ​ຫນັກ 9ລ້ານ 7​ແສນ ​ເທົ່າ​ກັບ 11.650ກິ​ໂລ,ສູງ​ປະມານ 6ມ.ຕາມ​ການ​ເລົ່າ​ຕໍ່ໆກັນ​ມາ​ວ່າ​ພະ​ນີ້​ຫລໍ່​ຂຶ້ນ​ໃນ ຄ.ສ 1372 .​ໃນ ຄ.ສ 1491​ເຈົ້າຊີວິດ​ຫລ້າ​ນ້ຳ​ແສນ​ໄທ ​ໄດ້​ເຊີນ​ພະ​ບາງ​ຈາກ​ວັດ​ຊຽງ​ກາງ​ມາ​ປະດິດສະຖານ​ໄວ້​ວັດ​ນີ້ ​ແລະ​ ປ່ຽນ​ຊື່​ເມືອງ​ຊວາ ​ມາ​ເປັນ​ເມືອງ​ຫລວງ​ພຣະບາງ. ຈາກ​ນັ້ນ​ໃນ​ ຄ.ສ 1513 ​ເຈົ້າວິ​ຊຸນ​ນະລາດ​ໄດ້ເຊີນ​ໄປ​ໄວ້​ວັດ​ວິ​ຊຸນ. ອາ​ຮາມ​ປັດຈຸບັນ​ແມ່ນ​ສ້າ​​ງຂຶ້ນ​ໃນ ຄ.ສ 1972 ​ໂດຍ​ສັດທາ​ຂອງ​ພະສົງ​ສາມະ​ເນນ​ແລະ​ພຸດ​ທະ​ບໍລິສັດ​ບ້ານ​ຕ່າງໆອ້ອມ​ຂ້າງ​ເປັນຕົ້ນ​ແມ່​ບ້ານ​ມະ​ໂນ.​ແລະ​ໄດ້​ອັນ​ເຊີນ​ພະ​ເຈົ້າ​ແຂນ​ກິດ​ຂຶ້ນປະດິດສະຖານ​ພ້ອມ​ທັງ​ຕໍ່​ແຂນ​ໃຫ້.ຫລັງ​ອາ​ຮາມ​ເບື້ອງ​ໃຕ້​ແມ່ນ​ອາ​ຮາມ​ເກົ່າ​ຂອງ​ວັດ​ຊຽງ​ກາງ​ເຊິ່ງ​ເມື່ອ​ກ່ອນ​ເຈົ້າຫລ້ານ້ຳ​ແສນ​ໄທ​ໄດ​ເຊີນ​ພະ​ບາງ​ຈາກ​ວຽງ​ຈັນ​ໃນ ຄ.ສ 1489 ມາ​ປະດິດສະຖານ​ໄວ້​ຈົນ​ເຖິງ ຄ.ສ 1491 ຈຶ່ງ​ຍ້າຍ​ໄປ​ໄວ້​ວັດ​ມະ​ໂນ.


ວັດລ້ອງຄູນ

Picture
ສ້າງ​ຂຶ້ນ​ໃນ ຄ.ສ 1791 ​ໃນ​ລາດຊະ​ການ​ຂອງ​ເຈົ້າອານຸລຸດ ມາ​ເຖິງ ຄ.ສ 1869 ​ໄດ​ປະດິດ​ສັງ​ຂອນ​ຄືນ​ໃໝ່,ອາ​ຮາມ​ວັດ​ສ້າງ​ຂຶ້ນ ​ໃນ 2 ສະ​ໄໝຕ່າງ​ກັນ ພາກສ່ວນ​ຫລັງຄາ​ສອງ​ຊັ້ນຊ້ອນ​ທັບ​ກັນ​ແມ່ນ​ສ້າງ​ໃນ​ສະຕະວັດ​ທີ 18 ພາກສ່ວນ​ທາງ​ໜ້າ​ແມ່ນ​ສ້າງ​ຂຶ້ນ​ໃໝ່ ​ໃນ ຄ.ສ 1937.ຢູ່​ຝາ​ດ້ານ​ໜ້າ​ສອງ​ຟາກ​ປະຕູ ມີ​ຮູບ​ແຕ້ມ​ນັກຮົບ​ຈີນ ສອງ​ຄົນ,​ເພື່ອ​ເປັນ​ທີລະ​ລຶກຕາມ​ການ​ເລົ່າ​ລື​ກັນ​ວ່າ​ຄົນ​ລາວ​ເປັນ​ຊົນ​ຊາດ​ໜຶ່ງ​ທີ່​ອົບ​ພະຍົບລົງ​ມາ​ຈາກ​ອານາ​ຈັດ​ໜ້ອງ​ແສ(ມູມໜຶ່ງ​ຂອງ​ຈີນ​ໃນ​ປັດຈຸບັນ).ວັດ​ນີຢູ່​ກົງກັນຂ້າມ​ກັບ​ວັດ​ຊຽງ​ທ​ອງ ຈິ່ງ​ມີ​ຄວາມ​ສຳຄັນ​ໃນ​ລາດ​ຊະ​ພິທີ​ຂຶ້ນສະ​ເຫວີຍ​ລາດ​ຊະ​ບັນລັງ​ຂອງ​ເຈົ້າຊີວິດ​ລ້ານ​ຊ້າງ​ຫລວງ​ພຣະບາງ​ໃນ​ເມື່ອ​ກ່ອນ.ກ່ອນ​ຈະ​ຂຶ້ນຄອງ​ລາດ​ແຕ່ລະ​ຄົນ​ຕ້ອງ​ໄດ້​ໄປ​ບວດ​ຂາວ 3ວັນ ຢູ່​ວັດ​ແຫ່ງ​ນີ້​ແລ້ວ​ຈຶ່ງ​ມາ​ສູດ​ມຸງຄຸນ​ຢູ່​ດອນ​ຊາຍ​ມຸງຄຸນ​ແລ້ວ​ມາ​ຂຶ້ນ​ວັດ​ຊຽງ​ທອງ​ທຳ​ພິທີ​ໄຫວ້​ພະ​ຮັບ​ສິນ​ຈາກ​ນັ້ນ​ໄປ​ທຳ​ພິທີ​ຂຶ້ນ​ສະ​ເຫວີຍ​ລາດ ຢູ່​ພະລາດ​ຊະ​ວັງ.


ວັດຊຽງແມ່ນ

Picture
ສ້າງ​ຂຶ້ນ​ໃນ ຄ.ສ 1592 ​ໃນ​ລາດຊະ​ການ​ຂອງ​ເຈົ້າໜໍ່​​ແກ້ວ​ກຸມມານ(ລູກ​ຊາຍ​ຂອງ​ເຈົ້າ​ໄຊ​ເສດຖາ​ທິລາດ).ມາ​ຮອດ ຄ.ສ1927 ທິດ​ພູມີ​ພ້ອມ​ດ້ວຍ​ຄອບຄົວ,ພະສົງ​ສາມະ​ເນນ​ແລະ​ພໍ່​ແມ່​ປະຊາຊົນ​ບ້ານ​ຊຽງ​ແມ່ນ​ໄດ້​ປະດິດ​ສັງ​ຂອນ​ຄືນ​ໃໝ່. ເວົ້າ​ເຖິງ​ບ້ານ​ຊຽງ​ແມ່​ເມື່ອ​ກ່ອນ​ເປັນ​ບ້ານ​ທີ​ສຳຄັນ​ສົມຄວນ​ເພາະ​ເປັນ​ບ້ານ​ຕົ້ນທາງ​ແຕ່​ລາວ​ຫາ​ໄທ​ເຊິ່ງ​ເປັນ​ເສົ້ນທາງ​ທີ​ນິຍົມ​ກັນ​ໃຊ້​ຫລາຍ​ທີ່​ສຸດ​ໃນ​ສະ​ໄໝ​ນັ້ນ​ເວລາ​ແຫ່​ຂະ​ບວນພະ​ບາງ​ກັບ​ຄືນ​ລາວ​ໃນ ຄ.ສ1866 ກໍ​ໃຊ​້​ເສັ້ນທາງ​ສາຍ​ນີ້​,​ເມືອ​ມາ​ຮອດ​ຊຽງ​ແມ່ນ​ກໍ​ໄດ້​ຈັດຕັ້ງພິທີ​ຄົບງັນ​ຢູ່​ດອນ​ຊາຍ​ມຸງຄຸນ​ເປັນ​ເວລາ 7ມື້ 7ຄືນ​ຈິ່ງ​ເຊີ​ນຂ້າມມາ​ປະດິດສະຖານ​ທີ​ວັດ​ວິ​ຊຸນ​ຕາມ​ເດີມ.


ວັດຈອມເພັດ

Picture
ສ້າງ​ຂື້ນ​​ໃນ ຄ.ສ 1888 ​ໃນ​ລາດຊະ​ການ​ຂອງ​ເຈົ້າມະ​ຫີນ​ທະ​ເທບ (ອຸ່ນ​ຄຳ) .ຢູ່​ຂ້າງ​ນອກ​ດ້ານ​ໃຕ້​ອາ​ຮານ ມີ​ທາດ​ນ້ອຍ​ລູກ​ໜຶ່ງ​ທີ່​ບັນຈຸ​ກະດູກ​ຂອງ​ເຈົ້າທອງ​ດີ ​ເມຍ​ຂອງ​ເຈົ້າຊີວິດ​ສັກກະ​ລິນ​ເສຍ​ຊີວິດ​ໃນ​ ຄ.ສ 1929.ວັດ​ແຫ່ງ​ນີ້​ຕັ້ງຢູ່​ຈອມ​ພູ​ນ້ອຍ ຊື່ວ່າ​ຈອມ​ພູ​ເພັດ​ສາມາດ​ຂຶ້ນ​ໄປ​ຊົມ​ທຳ​ມະ​ຊາດ​ອັນ​ສວຍ​ງາມ​ຂອງ​ເມືອງ​ຫລວງ​ພຣະອີກ​ແຫ່ງ​ໜຶ່ງ​ກໍ່​ວ່າ​ໄດ້.


  1. ວັດ​ປາກ​ຄານ: ວັດ​ນີ້​ຕັ້ງຢູ່​ແຄ​ມ​ແມ່ນ້ຳຂອງ ​ແລະ ​ປາກ​ແມ່ນ້ຳຄານ ສ້າງ​ຂຶ້ນ​ເມື່ອ ຄ.ສ 1737 ສ້າງ​ໂດ​ຍພະຍາ​ຈັນ​ເທບ ​ໃນ​ລາດ ຊະ​ການ​ຂອງພະ​ເຈົ້າ ອິນທະ​ໂສມ
  2. ວັດ ຄີລີ: ວັດ​ຄີລີ​ ມີ​ຄວາມ​ໝາຍວ່າ​ ພູ​ເຂົາ​ຄຳ ສ້າງ​ຂຶ້ນ​ໃນ​ທ້າຍ​ສັດຕະວັດ​ທີ່ 18 ​ໃນ​ ຄ.ສ 1773 ສ້າງ​ໂດຍ​ເຈົ້າຄຳ​ສັດທາ (​ເຈົ້າຊາຍ​ຊາວ​ພວນ) ​ໃນ​ລາດຊະ​ການ​ຂອງ ​ພະ​ເຈົ້າອິນທະ​ໂສມ. ສ້າງ​ຂຶ້ນຕາມ​ແບບ​ສະບັບ​ຂອງ​ຊາວ​ພວນ​ຊຽງ​ຂວາງ​ ມາ​ຮອດ ຄ.ສ 1930​ ໄດ້​ມີ​ການ​ປະດິດ​ສັງ​ຂອນ​ຄືນ​ໃຫມ່.
  3. ວັດ​ສີ​ບຸນ​ເຮືອງ: ສ້າງ​ຂຶ້ນ​ໃນ​ສະຕະວັດ​ທີ່ 18 ​ໃນ ຄ.ສ 1757-1758 ສ້າງ​ໃນ​ສະ​ໄໝ​ ພະ​ເຈົ້າ​ໂຊຕິ​ກຸມມານ. ​ເປັນ​ແບບ​ວັດ​ຫລວງ​ພຣະບາງ​ດັ້ງ​ເດີມ​ ຕີນ​ຖານ​ສູງ ຫລັງຄາ​​ແບບທຳມະ​ດາ. ຕົ້ນສະຕະວັດ​ທີ່​ຊາວ​ ໄດ້​ປ່ຽນ​ແປ​ປ່ອງຢ້ຽມ​ບາງ​ຈຳນວນ ​ແລະ ​ເຊຍ.
  4. ວັດ​ສີຣິມຸງຄຸນ: ອາດ​ໄດ້​ຊື່​ມາ​ຈາກ ​ຊື່​ຜູ້​ສ້າງ​ວັດນີ້ ສ້າງ​ໃນ ຄ.ສ 1763 ສ້າງ​ໂດຍ​ເພ​ຍກັງ​ມຸງຄຸນ​ ໃນ​ລາດຊະ​ການ​ຂອງ​ເຈົ້າ ​ໂຊຕິ​ກຸມມານ. ມາ​ຮອດ​ປີ 1931 ​ໄດ້​ມີການປະດິດ​ສັງ​ຂອນ​ຄືນ​ໃໝ່.
  5. ວັດ​ສົບ: ສ້າງ​ຂຶ້ນ​ໃນ ຄ.ສ 1481 ສ້າງ​ໂດຍ​ ພະ​ເຈົ້າ​ແທ່ນ​ຄຳ. ມາ​ຮອດ ປີ 1909 ​ໄດ້​ສ້ອມ​ແປງ​ໃໝ່ໝົດຕາມ​ສະພາບ​ເດີມ. ປີ 1950​ ໄດ້​ສ້າງ​ລະບຽງ​ສອງ​ຂ້າງ. ວັດ​ນີ້ສ້າງ​ຂຶ້ນພື່ອ​ເປັນ​ອານຸສອນ​ແກ່​ພະ​ລາຊະບິດາ​ຂອງ​ພະ​ອົງ​ ພະ​ເຈົ້າຈັກກະພັດ​ຜ່ານ​ແຜ້ວ.
  6. ວັດ​ປ່າ​ໄຜ່: ອາດ​ແມ່​ນສະຖານ​ທີ່​ຂອງ​ວັດຕັ້ງຢູ່​ແຕ່​ກ່ອນ​ແມ່ນ​ປ່າ​​ໄມ້ໄຜ່, ສ້າງ​ຂຶ້ນ​ໃນ ຄ.ສ 1765 ​ແລະ 1791. 1815 ສ້າງ​​ໂດຍ​ເຈົ້າສຸລິຍະ​ວົງສາ (ລຸຍ​ຟີ​ໂນ​, ຮ.ປາກ​ມັງ​ຈີ​ເອ).​ ໃນ ຄ.ສ 1932​ ໄດ້​ສ້ອມ​ແປງ​ຄັ້ງທີ່​ໜຶ່ງ ​ແລະ​ ທີ່​ສອງ​ແມ່ນ​ປີ ຄ.ສ 1966 ​ແລະ 1969.
  7. ວັດ​ຊຽງ​ມ່ວນ: ຈາກ​ສຽງ​ອັນ​ມ່ວນ ​ແລະ​ ອອນຊອນ​ຂອງ​ຄ້ອງ ​ແລະ ​ກອງ ​ຊຶ່ງ​ເປັນ​ທີ່​ຈັບ​ໃຈ​ຂອງ​ປະຊາຊົນ​ອາດ​ຈະ​ແມ່ນ​ຍ້ອນການ​ພ້ຽນ​ສຽງ​ ຕໍ່​ມາ​ຈິ່ງ​ເປັນວັດ​ຊຽງ​ມ່ວນ ສ້າງ​ໃນ ຄ.ສ 1853 ສ້າງ​ໂດ​ຍພະຍາ​ສີ​ສົນ​ໄຊ​ໃນ​ລາດຊະ​ການ​ຂອງ​ ເຈົ້າຈັນທະ​ລາດ. ມາ​ຮອດ​ປີ 1964​ ໄດ້​ມີ​ການ​ສ້ອມ​​ແປງ​ຄືນ.
  8. ວັດ​ໂພນ​ໄຊ ຊະນະ​ສົງຄາມ​: ຕາມ​ສັດທາ​ຕໍ່​ຄວາມ​ສັກສິດ​ຂອງ​ພະ​ເຈົ້າ​ໃຫຍ່​ ຊຶ່ງ​ເຈົ້າຊີວິດ​ຫລາຍ​ພະ​ອົງ ​ແລະ​ ທ້າວ​ຂຸນ​ທັງຫລາຍ​ຈະ​ຕ້ອງ​ໄດ້​ມາ​ຄາລະວະ​ກ່ອນ​ຈະ​ອອກ​ສູ່​ສົງຄາມ. ສ້າງ​ຂຶ້ນ​ໃນ ຄ.ສ 1791 ສ້າງ​ໂດຍ​ເຈົ້າອານຸລຸດ ຮູບຊົງ​ແບບ​ຫລວງ​ພະ​ບາງ. ມາ​ຮອດ ຄ.ສ 1970-1977 ​ໄດ​້ມີ​ການ​ສ້ອມ​ແປງ​ຄືນ​ພາຍ​ໃຕ້​ການ​ນຳພາ​ຂອງ​ພະ​ສັງຄະ​ລາດ.
  9. ວັດ​ຈຸ​ມຄ້ອງ: ​ເອົາ​ຈູມ​ຄ້ອງ​ມາ​ຫລໍ່​ເປັນ​ພະພຸດທະ​ຮູບ​ຂອງ​ວັດ​ ສ້າງ​ຂຶ້ນ​ໃນ ຄ.ສ 1843 ສ້າງ​ໂດຍ​ຄູບາ​ແກ້ວ ​ໃນ​ລາດຊະ​ການ​ຂອງ​ ເຈົ້າສຸກ​ກະ​ເສີມ.​ ໃນ ຄ.ສ 1933-1951-1963​ ໄດ້​ສ້ອມ​ແປງ​ຄືນ​ໃໝ່​ ໂດຍ: ພະ​ແນ​ກວັດທະນະທຳ, ພະຈັນ​ທາ ຈັນທະ​ໂພ, ພະ ຫຸ​ມ​ແພງ ​ເຮ​ມະ​ປັນ​ໂຍ.
  10. ວັດ​ປ່າ​ຝາງ: ຫລື​ວັດ​ຊຽງ​ງາມ ໝາຍຄວາມ​ວ່າ​ວັດ​ຂອງ​ເມືອງ​ທີ່​ງົດ​ງາມ ສ້າງ​ຂຶ້ນ​ໃນ ຄ.ສ 1799 ຜູ້​ສ້າງ​​ ແສນ​ມີ​ຊາ ​ໃນ​ລາດຊະ​ການ​ຂອງ​ເຈົ້າອານຸລຸດ. ​ໃນ​ ປີ 2000​ ໄດ້​ສ້ອມ​ແປງ​ຄືນ ​ໂດຍ​ແມ່ນ ​ແຂວງ​ຫລວງ​ພຣະບາງ​ ຊຶ່ງ​ຫ້ອງການ​ມໍລະດົກ​ໂລກ​ ເປັນ​ຜູ້​ດຳ​ເນີນ​ການ​ສະໜັບສະໜູ​ນທຶນ ອ ຝ ດ. ປັດຈຸ​ບັນ ວັດ​ປ່າ​ຝາງ, ວັດ​ພະ​ບາດ​ເໜືອ ​ແລະ ວັດ​ປ່າ​ແຄ​ໂຮມ​ເຂົ້າກັນ​ໃນ​ບໍລິ​ເວນ​ ວັດ​ສີ​ພຸດ​ທະ​ບາດ.
  11. ວັດ​ປ່າ​ແຄ: ອາດ​ໄດ້​ມາ​ຈາກ​ປ່າ​ແຄ ​ທີ​ວັດຕັ້ງຢູ່ ສ້າງ​ໃນ ຄ.ສ 1853 ສ້າງ​ໂດຍ​ ພະ​ເຈົ້າຈັນທະ​ລາດ ​ໃນ​ລາດຊະ​ການ​ຂອງ ​ເຈົ້າຈັນທະ​ລາດ.​ໃນ ຄ.ສ 1967-1969​ໄດ້​ມີ​ການ​ສ້ອມ​​ແປງ​ຄືນ.
  12. ວັດ​ປ່າ​ຮວກ: ອາດ​ໄດ້​ຊື່​ມາ​ຈາກ​ປ່າ​ໄມ້​ຮວກ​ທີ່​ປົກຄຸ​ມສະຖານ​ທີ່​ຕັ້ງຂອງວັດ. ສ້າງ​ຂຶ້ນ​ໃນ ຄ.ສ 1861​ ໃນ​ລາດ​ສະການ​ຂອງ​ ເຈົ້າຈັນທະ​ລາດ.​ ໃນ ຄ.ສ 1928​ ​ໄດ້​ສ້ອມ​ແປງ​ຄືນ​ໃໝ່.
  13. ວັດໝື່ນນາ: ອາດ​ໄດ້​ຈາກ​ການ​ບໍລິຈາກ​ເຂົ້ານາ​ຜູ້​ລະໝື່ນ (ໜຶ່ງໝື່ນ​ເທົ່າ​ກັບ 12 ກິ​ໂລກຣາມ) ສ້າງ​ຂຶ້ນ​ໃນ ຄ.ສ 1822 ສ້າງ​ໂດຍ ​ພະ​ເຈົ້າມັນ​ທາຕຸ​ລາດ. ສ້ອມ​ແປງ​ຄືນ​ໃນ ຄ.ສ 1920.
  14. ວັດ​ອາ​ໄພ: ຫລັງ​ຈາກ​ສ້າງ​ສຳ​ເລັດ​ເອີ້ນວ່າ​ວັດ ​ໄຫ​ໄພ​ປາ​ແດກ​  ສ້າງ​ໃນ ຄ.ສ 1529. ສ້າງ​ໂດຍ ​ພໍ່ຄ້າ​ປາ​ແດກ ​ໃນ​ລາດຊະ​ການ​ເຈົ້າ​ໂພທິ​ສະ​ລາດ. ສ້ອມ​ແປງ​ຄືນ​ໃນ ຄ.ສ 1923​ ໂດຍ​ພະ ຍາໝື່ນນາວາ ​ແລະ ຊາວ​ອາ​ໄພ. ມາ​ຮອດ ຄ.ສ 1937 ພະ​ອາຈານ​ຈັນ​ສຸກ ​ໄດ້​ເຮັດ​ເປັນ​ໂຮງຮຽນ ປາຣີ.
  15. ວັດ​ຫໍ​ສ່ຽງ: ຈາກ​ການ​ສ່ຽງ​ຫາ​ສະຖານ​ທີ່ ທີ່​ຈະ​ເປັນ​ບ່ອນ​ຕັ້ງວັດ​ທາດ​ຂອງ ​ພະ​ເຈົ້າ​ໄຊ​ເສດ​ຖາ​ທິລາດ ​ປີ1548. ສ້າງ​ຂຶ້ນ​ໃນ ຄ.ສ 1705-1709 ສ້າງ​ໂດຍ ກວ້ານ​​ແສນ​ມມື​ຊາ ​ປີ 1900 ຖືກ​ພະຍຸ​ພັດ ​ແລະ ​ສ້າງ​ຄືນ ຄ.ສ 1923 ຕໍ່​ມາ ຄ.ສ 1952​ ໄດ້​ສ້າງ​ລະບຽງ​ສອງ​ຟາ​ກອ້ອມ​ຮອບ.​ ໃນ ຄ.ສ 1973 ສ້ອມ​ແປງ​ຄັ້ງສຸດ​ທ້າຍ.
  16. ວັດ​ທາດ​ນ໊ອຍ: ສ້າງ​ຂຶ້ນ​ໃນ ຄ.ສ 1548 ​ສ້າງ​ໂດຍ​ເຈົ້າ​ໄຊ​ເສດ​ຖາ​ທິລາດ .​ ໃນ ຄ.ສ 1900 ຖືກ​ພະຍຸ​ພັດ ​ແລະ​ໃນ ຄ.ສ 1907-1910 ສ້ອມ​ແປງ​ຄືນ. ວັດນີ້​ເປັນ​ສະຖານ​ທີ່​ຈັດຕັ້ງສະ​  ເຫຼີ​ມສະຫຼອງ​ບຸນປີ​ໃໝ່ລາວ​ທຸກໆປີ.
  17. ວັດ​ສັງຄະ​ໂລກ: ສ້າງ​ຂຶ້ນ​ໃນ ຄ.ສ 1527 ລາດຊະ​ການ​ຂອງ​ ເຈົ້າ​ໂພທິ​ສະ​ລາດ.​  ​ໃນ ຄ.ສ 1909​ ໄດ້​ສ້ອມ​ແປງ​ຄືນ ​ໂດຍ​ພະ​ເຈົ້າສີສະ​ຫວ່າງ​ວົງ. ວັດ​ນີ້ສ້າງ​ໃສ່​ໜອງ​ແຫ່ງ​ໜຶ່ງ​ເຊິ່ງ​ແຕ່​ກ່ອນ​ເປັນ​ທີ່ຢູ່​ຂອງ​ສັງ​ເງືອກ.​ ເຄີຍ​ເປັນ​ສະຖານ​ທີ່​ສຳຄັນ​ຂອງ​ການສະ​ເຫຼີ​ມສະຫຼອງ​ປີ​ໃໝ່ລາວ. ຜູ້​ປົກຄອງ​ບ້ານ​ເມືອງ​ເວລາ​ນັ້ນ​ໄດ້​ເດີນ​ໄປ​ຮ່ວມ​ຫົດສົງ​ພະພຸດທະ​ຮູບ​ ແລະ​ ການ​ຟ້ອນ​ສະຫຼອງຂອງ​ປູ່​ເຍີ​ຍ່າ​ເຍີ​.
  18. ວັດອາຮາມ: ສ້າງຂຶ້ນໃນ ຄ.ສ 1822 ໃນລາດຊະການຂອງເຈົ້າມັນທາຕຸລາດ ເປັນແບບທຳມະດາຂອງຫລວງພຣະບາງໃນສະຕະວັດທີ 19 .ໃນຄ.ສ 1931ໄດ້ມີການສ້ອມແປງຄືນ.ສະຖານ​ທີ່​ດັ່ງກ່າວ​ເຄີ​ຍຖືກ​ເລືອກ​ໄວ້​ເພື່ອ​ເປັນ​ຫໍ​ໄຫວ້​ຂອງ​ເຈົ້າອາຮັກ​ຫລັກ​ເມືອງ (ປູ່​ເຍີ​ຍ່າ​ເຍີ).
Powered by Create your own unique website with customizable templates.