"ມໍລະດົກລ້ານຊ້າງ ຫລວງພຣະບາງ"
ໜ້າປື້ມຂອງຂອ້ຍ
  • ທຳອິດ
  • ວັດຕ່າງໆໃນຫລວງພຣະບາງ
  • ຮີດຄອງປະເພນີ
  • ແຫລ່ງທຳມະຊາດ
  • ບົດກອນສອນໃຈ
  • ສາລະຄວາມຮູ້
  • ນິທານຊາດົກ
    • 2. ພຣະຊະນົກ
    • ເລື່ອງ ສຽວສະຫວາດ
    • ເລື່ອງ ປູ່ເຍີ
    • ເລື່ອງ ທ້າວ ຈັນທະພານິດ
    • ເລື່ອງ ພູທ້າວ ແລະ ພູນາງ
  • ຕິດຕໍ່

ສຽວສະຫວາດ 2

ຈັບງ້າວ​ມາກ​ວດຍາມ​ເມື່ອ​ເພິ່ນ​ເຫັນ​ຍາມ​ນອນ​ປະ​ຍາມ ​ເພິ່ນ​ກໍ​ຂ້າ​ເຂົາ​ຕາຍໝົດ. ຕື່ນ​ເຊົ້າມາ​ມະຫາດ​ເຫຼັກ​ກໍ​ຂັບ​ກວຽນ​ມາ​ຂົນ​ເອົາ​ສົບ​ຄົນ​ຕາຍ​ໄປ​ຖິ້ມ​ນອກ​ເມືອງ. ບາງ​ພ່ອງ​ກໍ​ມີ​ພີ່ນ້ອງ​ມາ​ຮັບ​ເອົາ​ໄປ​ປະ ກອບ​ພິທີ​​ເຜົາ​ຝູງ​ບໍ່​ມີ​ພີ່ນ້ອງ​ກໍ​ຖືກ​ປະຖິ້ມ​ໃຫ້​ເປັນ​ອາຫານ​ແຮ້ງ​ ແລະ​ ກາ.​ ເວລາ​ນັ້ນທຸກ​ຄົນ​ລ້ວນ​ແຕ່​ອົກ​ສັ່ນ​ຂວັນ​ເສຍ.
ມື້​ທີ່​ສີ່ຝຽນ​ຍາມ​ຂອງ​ນາຍ​ສະ​ເພົາ​ກໍ​ວຽນມາ​ເຖິງ​, ນາຍ​ສະ​ເພົາ​ຈິ່ງ​ສັ່ງ​ເສຍ​ຄອບຄົວ​ວ່າ:”ລູກ​ແລະ​ເມຍ​ຮັກ​ຂອງ​ພໍ່​ເອີຍ! ນັບ​ແຕ່​ນີ້ຈະ​ມີ​ແຕ່​ພວກ​ເຈົ້າທັງ​ສາມ​ຢູ່​ດອມ​ດູ​ແລ​ກັນ. ອັນ​ເງິນ​ ແລະ​ ຄຳ​ທີ່​ເຮົາ​ມີ​ມູນມັງ​ບໍ່​ໄຮ້​ນັ້ນກໍ​ຫາກ​ຊື້​ໄດ້ໝົດທຸກ​ສິ່ງ, ​ຊື້ບໍ່​ໄດ້​ແຕ່​ຄວາມ​ຕາຍ. ພໍ່​ຄົງ​ບໍ່​ຄາດ​ແຄ້ວ​ຄວາມ​ຕາຍ​ມໍລະນາ​ດ ຄື​ຄົນ​ອື່ນ ອັນ​ເປັນ​ເວລາ​ກຳ​ຂອງ​ພໍ່​ເຊິ່ງກໍ​ໄວ້​ໃນ​ຊາດ​ປາງ​ກ່ອນ, ​ເໝືອນດັ່ງ​ສາທຸ​ເຖົ້າກັບ​ງົວ​ແມ່​ ແລະ​ ພະ​ໂມກ​ຄະລາ​ຜູ້​ມີ​ລິດ​ທາ​ນຸພາບ​ຫັ້ນ​ແລ”.​ ເມື່ອນັ້ນ ສຽວ​ສະຫວາດ​ກ່າວ​ວ່າ:”ຊີ້ນ​ບໍ່​ຂາດ​ບໍ່​ໃຫ້​ຄຸງ​ຂຽງ​ການ​ເມື​ອງມີ​ຂໍ​ນຳ​ໄປ​ຄ້ຳ ນ້ຳພຽງ​ຄໍ​ຂໍ​ຢັ່ງ​ ນ້ຳພຽງ​ຝັ່ງ​ຂໍ​ລອຍ​ ຫອຍ​ຈັບ​ໄມ້​ອາ​ໄສ​ເພິ່ງ​ກັນ​ໄປ ​ເມື່ອ​ໄພ​ມາ​ຮອດ​ເຈົ້າຂ້າ​ຂໍຄ້ຳຊ່ວຍ​ຕາງ​ພໍ່​ເຮີຍ” ນາຍ​ສະ​ເພົາ​ຕອບ​ສຽວສະຫວາດ​ວ່າ: ”ພໍ່​ປູກ​ໄມ້​ປະສົງ​ໃຫ້​ເປັນ​ດົງ​ ພໍ່​ປູກ​ບົງ​ປະສົງ​​ໃຫ້​ເປັນ​ເຫຼົ່າ ​ເຈົ້າຈົ່ງ​ພາ​ເມຍ​ສ້າງ​ເຮືອນ​ຊານ​ແພງ​​ແມ່​ ພໍ່​ບໍ່​ມີ​ໃຫ້​ຮ້ອນ​ເຖິງ​ເຈົ້າລູກ​ເຂີຍ​ດອກ​ນາ.ລູກນັ້ນຍັງ​ໜຸ່ມ​ແໜ້ນ​ລູກ​ຍ່ອມ​ດີ​ເກີນ ພໍ່​ນີ້ຊະລາຫຼາຍ​ຢູ່​ບໍ່​ນານ​ກໍ​ຕາຍ​ມ້ວຍ” ​ເຖິງ​ວ່າ​ພໍ່​ເຖົ້າຫ້າມປາມ​ແນວ​ໃດສຽວສະຫວາດ​ກໍ​ບໍ່​ຍອມ​ລາວ​ຕັດສິນ​ໃຈ​ໄປ​ຢູ່ຍາມ. ສຽວສະ​ຫວາດ​ປູ​ສາດ​ ແລະ​ ວາງ​ໝອນ​ຮຽງ​ກັບ​ນາຍ​ຍາມ​ຄົນ​ອື່ນໆ​ແລ້ວ​ເຂົາ​ເຈົ້າກໍ​ນອນ​​ເທີ້ງ​ລົງ. ​ແຕ່​ແລ້ວ​ເໝືອນດັ່ງ​ຜີ​ສາງ​ດົນ​ບັນດານ​ບໍ່​ນານ​ທຸກ​ຄົນ​ກໍ​ເຊືອບ​ຫຼັບ​ຍັງ​ແຕ່​ສຽວສະຫວາດ​ຄົນ​ດຽວ. ສຽວສະ​ຫວາດ​ຕັ້ງສະຕິ​ໝັ້ນຄິດ​ຫາ​ບຸ​ນຄຸນ​ພໍ່​ແມ່; ທ່ອງ​ຄາຖາ​ອາຄົມ​ທີ່​ພໍ່​ແມ່​ສອນ​ໃຫ້​ ແລະ​ ໄຫວ້​ວອນ​ເພິ່ນ​ໃຫ້​ມາ​ປົກ​ປັກ​ຮັກສາ​ຕົນ​ ພ້ອມ​ທັງ​ເພື່ອນ​ຮ່ວມ​ຊະ​ຕາ​ກຳ499​ ຄົນ​ທັງ​ໃຫ້​ມາ​ຊ່ວຍ​ຕົນ​ແກ້​ໄຂ​ບັນຫາ​ທີ່​ຈະ​ເກີດ​ຂຶ້ນ.​ ເມື່ອຮອດ​ຍາມ​ທ່ຽງພະ ຍາ​ກໍ​ກຳ​ດາບ​ຍ່າງ​ລົງ​ຂັ້ນ​ໄດ​ມາ.​ ເມື່ອ​ສຽວສະຫວາດ​ໄດ້​ຍິນ​ສຽງ​ບາດຕີນ​ ລາວ​ກໍໝາດຄໍ​ອະ​ຮຶອະ​ແຮ່​ມຂຶ້ນ​ແລ້ວ​ກ່າວ​ຄາຖາ​ບົດ​ໜຶ່ງ​ເປັນ​ພາສາ​ບາ​ລີ​ວ່າ:“ຄະ​ເຕສິ ຄະ​ເຕສິ ກິ​ງກະຣະນັງ ອະຫັງປິ​ຕັງ​ຊະນາ​ມິ”. ​ເມື່ອ​ໄດ້​ຍິນ​ແນວ​ນັ້ນພະຍາ​ກໍ​ຮູ້ສຶກ​ແປກ​ໃຈ​ແລ້ວ​ກັບ​ໄປ​ຫ້ອງ​ນອນ​ຂອງ​ຕົນ. ພໍ​ຈະ​ຮອດ​ຍາມ​ຕູດ​ຊ້າຍ​ພະຍາ​ກໍ​ມາກ​ວດຍາມ​ຕື່ມ. ສຽວສະຫວາດ​ກໍ​ໝາດ​ຄໍ​ແລ້ວ​ກ່າວ​ຄາຖາ​ອີກ​ບົດ​ໜຶ່ງ​ວ່າ:”ອັດສະຈັນ​ໃຈ​ໂອ້ ​ໂອນໍ​ສັງ​ເວດ ສັງມາ​ເປັນ​ນີ້ ​ເປັນ​ໜ້າ​ຢາກຫົວ​ແທ້ນໍ”. ​ເມື່ອ​ໄດ້​ຍິນ​ຄາຖາ​ພະຍາ​ກໍຫວັ່ນ​ໃນ​ໃຈຂຶ້ນມາ​ເລັກ​ນ້ອຍ,​ ແລ້ວ​ເພິ່ນ​ກໍ​ກັບ​ຫ້ອງ​ນອນ​ຂອງ​ຕົນ.​ ເມື່ອ​ມໍ່​ຈະ​ຮອດ​ຍາມ​ແຖ​ໃກ້​ຮຸ່ງ​ ພະຍາ​ກໍ​ມາກ​ວດຍາມ​ອີກ​ຄັ້ງ. ​ເທື່ອ​ນີ້​ສຽວສະ ຫວາດ​ກ່າວ​ຄາຖາ​ບົດ​ທີ​ສາມ​ວ່າ:”​ເພິ​ງຈາ​ບໍ່​ເພິ​ງຈາ ລັກຄະນາ​ໃນ​ໃຈ ຮູ້ແລ້ວ​ຢ່າ​ເນີ​ ຢ່າ​ເນີ”. ພະຍາ​ກັບ​ຄືນ​ສູ່​ຫ້ອງ​ນອນ,​ ເພິ່ນ​ຄົ້ນຄິດ​ດ້ວຍ​ຄວາມ​ເພິ່ງ​ພໍ​ໃຈ​ວ່າ”​ ໂອນໍ! ກູ​ວ່າ​ກູ​ກະດັດ ຍັງ​ມີ​ຜູ້​ກະດໍ້​ນໍ ກູ​ຍັງ​ຖືກ​ຫຼອກ​ຍ້ອນ​ພາບຫຼອນ​ຈົນ​ນອນ​ບໍ່​ຫຼັບ​ທຸກ​ຄືນ​ຈົນ​ຕ້ອງ​ຂ້າ​ຄົນ​ຕາຍ​ຄືນ​ລະ500ຄົນ. ບັດ​ນີ້​ມັນ​ຜູ້ນີ້​ໄດ້​ປັດ​ເປົ່າ​ພາບ​ຫລອນ​ເຫຼົ່ານັ້ນ​ໄດ້​ຊ່ວຍ​ກູ​​ໃຫ້ຫາ​ຍຢ້ານ​ ແລະ​ ຊ່ວຍ​ຊີວິດ​ນາຍ​ຍາມ​ທັງໝົດ​ໄວ້​ໃຫ້​ພົ້ນຄວາມ​ຕາຍ. ມື້ອື່ນ​ກູ​ຕ້ອງ​ສອບ​ຖາມ​ໃຫ້​ໄດ້​ວ່າ​ມັນ​ແມ່ນ​ໃຜ, ມັນ​ຄົງ​ເປັນ​ຄົນ​ມາ​ໃໝ່ຈາກ​ແດນ​ອື່ນ​ສູ່​ປະ​ເທດ​ເຂດ​ເມືອງ​ກູ ຫຼື​ອາດ​ຈະ​ແມ່ນ​ເທພາ​ອາຮັກ​ຈຳ​ແລງ​ແປງກາຍ​ມາ​ເປັນ​ຄົນ. ຫາກ​ມັນ​ເປັນ​ຄົນ​ມັນ​ຄົງ​ເປັນ​ຜູ້​ມີ​ວິຊາ​ອາຄົມ​ເປັນ​ຜູ້​ມີ​ຜະ ຫຍາ​ປັນຍາ​ລ້ຳ​ເລີດ ​ຫຼື​ ເປັນ​ຜູ້​ມີ​ພະລັງ​ຈິດ​ສູງສົ່ງ​. ມັນ​ຈິ່ງ​ໄດ້​ມີ​ສະຕິ​ລະວັງ​ຕົວ​ຕະຫຼອດ​ເວ ລາ”. ຈາກ​ນັ້ນພະຍາ​ກໍ​ນອນ​ລັບຢ່າງ​ເປັນ​ສຸກ. ຮຸ່ງ​ເຊົ້າມາ​ພວກ​ນາຍ​ຍາມ​ກໍ​ພາກັນ​ມ້ຽນ​ສາດ ​ແລະ ໝອນ​ຂອ​ງຕົນ​ແລ້ວ​ກໍ​ກັບ​ບ້ານ. ພວກ​ເຂົາ​ແປກ​ໃຈ​ດ້ວຍ​ເຫດ​ໃດ​ພະຍາ​ຈິ່ງ​ບໍ່​ປະຫານ​ເຂົາ ​ແມ່ນ​ສິ່​ງ​ໃດ​ດົນ​ໃຈ​ພະຍາ​ໃຫ້​ປ່ຽນ​ໄປ. ພວກ​ເຂົາ​ຊື່ນໝື່ນ​ໃຈ​ ແລະ​ ລ້ຳລຶກບຸນຄຸນ​ຂອງ​ຄົນຫ​ລື​ສິ່ງ​ສັກ​ສິດ​ທີ່​ໄດ້​ກອບກູ້​ເອົາ​ຊີວິດ​ຂອງ​ຕົນ​ໄວ້. ລະຫວ່າງ​ທາງ​ພວກ​ເຂົາ​ເຈົ້າ​ເຈີ​ພວກ​ມະຫາດ​ເຫຼັກທີ່​ຂັບ​ກວຽນ​ມາ​ຂົນ​ສົບ, ພວກ​ເຂົາ​ຈິ່ງ​ບອກ​ໃຫ້​ກັບ ​ເພາະ​ບໍ່​ມີ​ຜູ້​ໃດ​ກາຍ​ເປັນ​ສົບ.​ ເມື່ອ​ມາ​ຮອດ​ເຮື​ອນພໍ່​ແມ່​ພີ່ນ້ອງ ​ແລ​ະ​ ລູກ​ເມຍ​ໄດ້ລໍຖ້າ​ຮອງ​ຮັບ​ຈັບ​ໂຈມ​ດີ​ອົກ​ດີ​ໃຈ.​ ເຂົາ​ເຈົ້າລົມ​ກັນ​ວ່າ​ຫາກ​ຮູ້​ວ່າ​ຜູ້​ໃດ​ຊ່ວຍ​ຊີວິດ​ຕົນ​ໄວ້​ເຂົາ​​ເຈົ້າກໍ​ຈະ​ຍອມ​ອຸທິດ​ຕົວ​ເປັນ​ຂ້ອຍ​ຂ້າ​ທີ​ຊື່ສັດ​ເພື່ອຕອບ​ບຸນ​​ແທນ​ຄຸນ. ຫຼັງ​ຈາກ​ພະຍາ​ຕື່ນ​ນອນ​ເພິ່ນ​ກໍ​ສັ່ງ​ໃຫ້​ມະຫາດ​ເຫຼັກ​ໄປ​ຮຽກ​ເອົາ​ຄົນ​ທີ່​ໄດ້​ຢູ່ຍາມ​ໃຫ້ມາ​ເຂົ້າ​ເຝົ້າ.​ ເມື່ອນັ້ນຄົນ​ທັງຫຼາຍ​ຍັງ​ອົກ​ສັ່ນ​ຂວັນ​ເສຍ​ຢູ່​ເລີຍ​ຈົ່ມ​​ໄຫ້​ນຳ​ຊະ​ຕາ​ຊີວິດ​ອັນ​ໂຫດ​ຫ້ຽມຂອງ​ຕົນ​ທີ່​ເຂົ້າ​ໃຈ​ຜິດ​ຄິດ​ໄປ​ວ່າ​ລອດ​ຕາຍ​ຕອນ​ກາງຄືນ​ແລ້ວ​ຍັງ​ຈະ​ຕ້ອງ​ຖືກ​ສັ່ງ​ໃຫ້​ໄປ​ຕາຍ​ຕອນ​ກາງ​ເວັນ​ອີກ. ພວກ​ເຂົາ​ເຈົ້າພາກັນ​ໄຫວ້​ວອນ​ພະພຸດທະ​ເຈົ້າ​ ແລະ ​ເທບພະດາ​ທັງຫຼາຍ​ໃຫ້​ປົກປ້ອງ​ຮັກສາ​ຕົນ ​ແລະ​ ດົນ​ບັນດານ​ໃຫ້​ພະຍາ​ເມດ​ຕາປາ​ນີ​ເຂົາ​ຈົ້າ. ​ເມື່ອ​ຄືນ​ນັ້ນພວກ​ທ່ານ​ມາ​ຢູ່ ຍາມ​ທີ່​ນີ້​ທຸກ​ຄົນ​ລື?ພະຍາ​ຖາມ. ”​ໂດຍ ຂ້ານ້ອຍ, ພວກ​ນາຍ​ຍາມ​ຕອບ”​ ແມ່ນ​ໃຜ​ຍາມ​ຢູ່​ຕີນ​ຂັ້ນ​ໄດ? ​ແມ່ນ​ຂ້ານ້ອຍ ສຽວສະ ຫວາດ​ຕອບ ຈັ່ງຊັ້ນກໍ​ແປ​ວ່າ​ທ່ານ​ບໍ່​ຫຼັບ​ຕະຫຼອດ​ຄືນ​ເລີຍ​ ແລະ ​ກ່າວ​ຄາຖາ​ສາມ​ບົດ​ເມື່ອ​ເຮົາ​ລົງ​ມາກ​ວດຍາມ ”​ແມ່ນ​ຂ້ານ້ອຍ” ມັນ​ມີ​ຄວາມ​ຫມາຍ​ວ່າ​ແນວ​ໃດ” ​”ເພື່ອ​ອະທິບາຍ​ຄວາມ​ໝາຍ​ຂອງ​ຄາຖາ​ຂ້ານ້ອຍ​ຂໍ​ເຫຼົ່າ​ນິທານ​ໃຫ້​ເພິ່ນ​ຟັງ” ຈາກ​ນັ້ນສຽວສະຫວາດ​ກໍ​ເລົ່າ​ນິທານ​ໃຫ້​ພະຍາ​ຟັງ. ​ເມື່ອ​ໄດ້​ຟັງ​ນິທານ​ແລ້ວພະຍາ​ກໍ​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ຄາຖາ. ຈາກ​ນັ້ນ​ເພິ່ນ​ກໍ​ຖາມ​ສຽວສະຫວາດ​ວ່າ:”ຈົ່ງ​ຕອບ​ເຮົາ​ມາ​ຢ່າ​ອຳ​ເທີ້ນວ່າ​ເຮົາ​ໄດ້​ຂ້າ​ຄົນ​ເປັນອັນມາກ​ເຮົາ​ຈະ​ເປັນ​ໂທດ​ປະການ​ໃດ?” ​ເມື່ອນັ້ນສຽວ ສະ ຫວາດ​ກໍ​ກ່າວ​ວ່າ:”ຜູ້​ຂ້າ​​ໃຫ້ມະຫາລາຊາ ມີ​ເທບພະດາ​ຢູ່​ຮັກສາ​ບ້ານ​ເມືອງ​ເຮົາ​ນີ້​ແຕ່​ປະຖົມ​ບູຮານ​ພຸ້ນ​ແລ. ອັນ​ອາ​ເພດ​ທີ​ບັງ​ເກີດ​ຂຶ້ນ​ໃນ​ບ້ານ​ເມືອງ​ເຮົາ​ນີ້​ແມ່ນ​ເທບພະດາ​ເປັນ​ຜູ້​ບັນ​ດົນ​ຂຶ້ນ​ເພື່ອ​ເຕືອນ​ໃຫ້​ຮູ້​ວ່າ​ໄດ້​ມີ​ຄົນ​ກະທຳ​ຄວາມ​ຜິດ​ ແລະ ​ຄວາມ​ຫຼາວ​ແຫຼກ ​ອາດ​ແມ່ນ​ພະຍາ ​ນາງ​ເທວີ​ ລູກ​ຫລານ​ຂອງ​ພະຍາ​ຫຼື​ ອາມາດ​ອາດຍາ​ທັງຫຼາຍ​ຈະ​ແກ້​ໄຂ​ບັນຫາ​ຕ້ອງ​ຫາ​ສາ​ເຫດ​ຂອງ​ມັນ​ໃຫ້​ພົບ”. ​ເມື່ອນັ້ນພະຍາ​ກໍ​ມີ​ໃຈ​ຊົມ​ຊື່ນ​ຍິນ​ດີ​ແລ້ວ​ກໍ​ປົງ​ສັກ​ຕັ້ງສຽວ ສະຫວາດ​ເປັນອັກ ຄະ ມະຫາ​ເສນາ​ບໍດີ​ ມີນາ​ມ​ເຕັມ​ວ່າ:ສຽວສະ ຫວາດ​ທຳ​ມິ​ກະ​ບັນ​ດິດ ພ້ອມ​ທັງ​ປະທານ​ລາງວັນ​ເປັນ​ຄຳ ​ແລະ ​ເຂົ້ານ້ຳ​ຢ່າງ​ມະຫາສານ​ພ້ອມ​ດ້ວຍ​ພວກ​ທີ່​ລອດ​ຊີວິດ ​ແລະ​ ຄອບ ຄົວ​ໃຫ້​ເປັນ​ບໍລິວານ​ຮັບ​ໃຊ້​ອີກ​ດ້ວຍ. ພວກ​ເສນາ​ອາມາດ ​ແລະ​ ປະຊາລາດ​ທັງ​ເມືອງ​ລ້ວນ​ແຕ່​ຍ້ອງຍໍ​ຊົມ​ຊື່ນ​ງັນ​ດອມ​ທ້າວ​ຊູ​ອັນ​ທີ່​ໄດ້​ແກ້​ບັນຫາ​ຮ້າຍ​ແຮງ​ທີ່​ຂົ່ມຂູ່​ບ້ານ​ເມືອງ​ເຂົາ​ເຈົ້າມາ​ໄລຍະ​ໜຶ່ງ. ນັບ​ແຕ່​ນັ້ນມາ​ ພາບ​ຫຼອນ​ກໍ​ບໍ່​ປະກົດ​ຕົວ​ຂຶ້ນອີກ ​ແລະ ​ຄວາມ​ຢ້ານ​ຈະ​ຖືກ​ໝາຍ​ເອົາ​ຊີວິດ​ກໍ​ບໍ່​ຫລອກ​ຫລອນ​ພະຍາ​ອີກ. ສ່ວນ​ພະ ຍານັ້ນກໍ​ນັບ​ມື້ ນັບ​ມີ​ຄວາມ​ຮັກ​ ແລະ ​ເຫຼື້ອມ​ໃສ​ ສຽວສະ ຫວາດ​ຂຶ້ນ​ເລື້ອຍໆ​ ຍ້ອນ​ສຽວສະ ຫວາດ​ມີ​ຄວາມ​ຮູ້​ທີ່​ບໍ່​ມີ​ໃຜ​ທຽບ​ທັນ​ ທັງ​ຍັງ​ຖວາຍ​ຄຳ​ແນະນຳ​ທີ່​ດີ​ໃຫ້​ແກ່​ເພິ່ນ​
ຕະຫຼອດ​ມາ.​ ເພິ່ນ​ເຊື່ອ​ຟັງ​ ແລະ ​ປະຕິບັດ​ຕາມ​ຄຳ​ເຫັນ​ຂອງ​ສຽວ​ສະຫວາດສະ​ເໝີ ​ແລະ​ ໜຶ່ງ​​ໃນ​ຄຳ​ເຫັນ​ນັ້ນ​ກໍ​ແມ່ນ​ໃຫ້​ເພິ່ນ​ຫຼິງ​ລຳ​ດູ​ສາ​ເຫດ​ທີ່​ພາ​ໃຫ້​ເທບພະດາ​ລົງ​ໂທດ​​ເພິ່ນ ​ແລະ ​ດົນ​ໃຈ​ເພິ່ນ​ໃຫ້​ໂຫດ ຮ້າຍ. ທ້າ​ຍທີ່​ສຸດ​ເພິ່ນ​ກໍ​ຮູ້​ວ່າ ນາງ​ເທວີ​ ມີ​ໃຈກັບກອກ​ເປັນ​ຊູ້​ກັບ​ຊາຍ​ທູດ.​ ເພິ່ນ​ບໍ່​ປາກ​ອັນ​ໃດ​ຈົນ​ກວ່າ​ໄດ້​ພິສູດ​ຄວາມ​ຈິງ.​ ໃນ​ຄືນ​ກ່ອນ​ໜ້າ​ງານ​ບຸນ​ໃຫຍ່​ເພິ່ນ​ສັງ​ເກດ​ເຫັນ​ວ່າ​ນາງ​ເທວີ​ນອນ​ບໍ່​ຫຼັບ​ພິກ​ຕົວ​ໄປ​ມາ​ດັ່ງ​ຄົນ​ເປັນ​ບ້າ​ເພິ່ນ​ເລີຍ​ເຮັດຕິ​ນອນຫ​ລັບ​ໂກນ ກອກໆ​ ຕົກ​ມາ​ຕອນ​ທ່ຽງ​ຄືນ​ນາງ​ເທວີ​ເຂົ້າ​ໃຈ​ວ່າ​ເພິ່ນ​ນອນ​ຫຼັບ​ແລ້ວ​ ກໍ​ຢ່ອງ​ອອກ​ໄປ​ກອຍ​ຊານ ​ແລ້ວ​ກໍ​ເອົາ​ຜ້າສະ​ໄບມັດ​ງ່າ​ມ່ວງທີ່​ຍື່ນ​ຢ່ອນ​ມາ​ແຂວນ​ຕົວ​ໂຫຍ້ນ​ລົງ​ພື້ນ​ດິນ ​ແລະ​ ແລ່ນ​ໄປ​ຫາ​ຊາຍ​ຊູ້​ຢູ່​ສວນ​ໝາກ​ໄມ້​ຫຼັງ​ວັງ. ພະຍາ​ກໍ​ໝອບໆ​ຕາມ​ນາງ​ໄປ​ແລ້ວ​ດ້ອມໆ​ເຂົ້າ​ໄປ​ພຸ່ມ​ໄມ້​ບໍ່​ໄກ​ຈາກ​ບ່ອນ​ນາງ​ເທວີ​ ແລະ ​ຊາຍ​ຊູ້​ພົບ​ກັນ ​ແລະ ​ຢູ່​ບ່ອນ​ຫັ້ນສອດສ່ອງ​ເບິ່ງ​ພວກ​ເຂົາ.​ ເນື່ອງ​ດ້ວຍ​ວ່າ​ຊາຍ​ຊູ້​ລໍຖ້າ​ນາງ​ເທວີ​ນານ​ຫຼາຍ. ບ້ອຍວ່າ​ເຫັນ​ນາງ​ມັນ​ກໍ​ອົດ​ຮ້າຍ​ບໍ່​ໄດ້​ມັນ​ຖາມ​ນາງ​ຢ່າງ​ຮຸນ​ແຮງ​ວ່າ: ​ເປັນ​ຫຍັງ​ມາ​ເດິກ​ແທ້? ພະຍາ​ນານ​ນອນ​ຫຼັບ  ຢ່າ​ມາ​ແກ້​ຕົວ ມັນ​ຮ້າຍ​ພ້ອມ​ທັງ​ຟາດ​ຝ່າມື​ຕົບ​ຫູ​ນາງ​ຢ່າງ​ຮ້າຍ​​ແຮງ​ເຮັດ​ໃຫ້​ຕ້າງ​ຫູ​ເບື້ອງ​ນັ້ນຟົ້ງອອກ​ສະ​ເດັນ​ໄປ​ຕົກ​ໃກ້​ຕີນ​ພະຍາ. ພະຍາກົ້ມ​ເກັບ​ເອົາ​ແລ້ວ​ກັບ​ຄືນ​ວັງ. ຫຼັງ​ຈາກ​ເສບ​ສຸກ​ກັນ​ແລ້ວ​ນາງ​​ເທວີ​ກໍ​ກັບ​ວັງ. ມື້ຕໍ່​ມາ​ພະຍາ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຂ້າ​ບໍລິວານ​ຈັດ​ງານ​ບຸນ​​ແລະ​ໃຫ້​ປ່າວ​ເຕືອນ​ຄົນ​ທັງຫຼາຍ​ໃນ​ວັງ​ໃຫ້​ແຕ່ງ​ອົງ​ຊົງ​ເຄື່ອງ​ເຕັມ​ຍົດ​ແລ້ວ​ໄປ​​ໂຮມ​ກັນ​ຢູ່​ເຂດ​ຂ່ວງ​ສະໜາມ ຫຼວງ​ໃນ​ຍາມ​ທ່ຽງ. ສ່ວນ​ພະຍາ​ກໍ​ຮຽກ​ສຽວສະ​ຫວາດ​ມາ​ພົບ​ລ່ວງ​ໜ້າ​ແລ້ວ​ກໍ​ອອກ​ເດີນ​ໄປ​ຫໍ​ສະໜາມ​ຫຼວງ​ພ້ອມ​ກັບ​ເສນາ​ອາມາດ​ຜູ້​ອື່ນໆ. ​ເວລາ​ນັ້ນ​ເມື່ອ​ກຳລັງ​ແຕ່ງ​ໜ້ານາງ​ເທວີ​ກໍ​ຊວດ​ຮູ້​ວ່າ​ຕ້າງ​ຫູ​ກິ່ງ​ຊ້າຍ​ຂອງ​ຕົນ​ຕົກ​ເຮ່ຍ​ ແລະ​ ຊວາ​ດຮູ້​ສາ​ເຫດ​ຂອງ​ການ​ຕົກ​ເຮ່ຍ. ນາງ​ຈິ່ງ​ສັ່ງ​ຄົນ​ໃຊ້​ຜູ້​ເຊື່ອ​ໃຈ​ໄດ້​ໄປ​ຮຽນ​ເອົາ​ຊ່າງ​ຄຳ​ມາ​ຫາ​ໃນ​ບັດ​ນັ້ນ ນາງ​ເວົ້າກັບ​ຊ່າງ​ຄຳ​ວ່າ:”ຊ່າງ​ຄຳ​ເອີຍ! ຫາກ​ເຈົ້າ​ເຮັດ​ຕ້າງ​ຫູ​ອີກ​ກິ່ງ​ໜຶ່ງ​ແລ້ວ​ກ່ອນ​ຍາມ​ທ່ຽງ​ ເພື່ອ​ເປັນ​ການ​ຕອບ​ແທນ​ຂ້ອຍ​ຈະ​ໃຫ້​ລາງວັນ​ໃຫຍ່​ແກ່​ເຈົ້າ”. ຊ່າງ​ຄຳ​ຮັບ​ເອົາ​ຕ້າງ​ຫູ​ກິ່ງ​ທີ​ເຫຼືອ​ເພື່ອ​ເປັນ​ແບບ​ແລ້ວ​ກໍ​ກັບ​ບ້ານ. ​ໃນ​ຂະນະ​ທີ່​ຊ່າງ​ຄຳ​ພວມ​ສຸມ​ຈິດ​ສຸມ​ໃຈ​ເຮັດ​ຕ້າງ​ຫູ​ນັ້ນ ນາງ​ເທວີ​ກໍ​ໃຈຮ້ອນ​ຮົນ​ເໝືອນ​ໄຟ​ລົນ​ ຍ້ອນ​ນາງ​ຢ້ານ​ວ່າ​ຊ່າງ​ຄຳ​ຈະ​ເຮັດ​ຕ້າງ​ຫູ​ສຳ​ເລັດ​ຊ້າ​ເກີນ​ໄປ.​ ເມື່ອ​ຮອດ​ຍາມ​ນັດ​ໝາຍ​ພະຍາ​ກໍ​ສັ່ງມະຫາດ​​ເຫຼັກ ມາ​ຕາມ​ເອົານາງ​ເທວີ.​ ເມື່ອ​ບໍ່​ທັນ​ໄດ້​ຕ້າງ​ຫູ​ເທື່ອ​ນາງ​ເທວີ​ກໍ​ຝາ​ກຄຳ​ນຳ​ມະ​ຫາດ​ເຫຼັກ​ວ່າ​ນາງ​ຍັງ​​ເຈັບຫົວ​ ແລະ ​ເປັນຫວັດ ​ແລະ​ ກິນ​ຢ່າ​ແດ່​ແລ້ວ​ຫາກ​ໄຄ​ແຄນ​ຂຶ້ນ​ແລ້ວ​ກໍ​ຈະ​ໄປ​ຫາ​ພະຍາ​ຢູ່​ຫໍ​ສະໜາມ​ເອງ. ຂະນະ​ດຽວ​ກັນ​ນາງ​ກໍ​ໃຫ້​ຄົນ​ໃຊ້​ໄປ​ຖາມ​ຊ່າງ​ຄຳ​ວ່າ​ຕ້າງ​ຫູ​ຂອງ​ຕົນ​ສຳ​ເລັດ​ແລ້ວ​ບໍ່ ຊ່າງ​ຄຳ​ກໍ​ບອກ​ຄົນ​​ໃຊ້​ນາງ​ເທວີ​ວ່າ:”​ເຮືອນ​ຮ່າງ​ຕ້າງ​ຫູ​ນັ້ນສຳ​ເລັ​ດ​ແລ້ວ​ຍັງ​ແຕ່​ຊິ​ຕອກ​ຊັກ​ລາຍ​ໜ້າ​ແວ່ນ​ບ່ອນ​ຊິ​ໃສ່​ແກ້ວ ທັງ​ມວນ, ​ຄັນ​ບໍລິບວນ​ແລ້ວ​ຂ້າ​ຫາກ​ຈະ​ເອົາ​ໄປ​ຖວາຍ​ເທວີ​ເຈົ້າ​ເອງ​ແລ. ນາງ​ເທວີ​ຮ້ອນຮົນ​ໃຈ​ຍິ່ງ​ ເມື່ອ​ໄດ້​ຍິນ​ຄຳນັ້ນຈິດ​ໃຈ​ນາງ​ຄິດ​ຟົ້ງຊ່ານ​ໄປ​ຫຼາຍ​ປະການ:”ພະຍາ​ເຈົ້າຈະ​ເຮັດ​ແນວ​ໃດ​ເມື່ອ​ຮູ້​ຄວາມ​ຖ່ອຍ​ຂອງ​ກູ. ກູ​ຈະ​ຕ້ອງ​ໂທດ​ໜັກ​ຖືກ​ຂ້ຽນ​ ຖືກ​ຕີ ຫຼື​ຖືກ​ປະຫານ? ​ເມື່ອນັ້ນພະຍາ​ຊ້ຳພັດ​ໃຊ້​ຄົນ​ມາ​ນຳ​ເອົາ​ນາງ​ເທວີ​ອີກ​ຕື່ມ​, ນາງ​ກໍ​ຕົວ​ະມະຫາດ​ເຫຼັກ​ຂອງ​ພະຍາ​ຕື່ມ​ອີກ ນາງ​ຍັງ​ບໍ່​ທັນ​ແຂງ​ແຮງ​ແທ້​ເທື່ອ.​ ເຖິງ​ເວລາ​ຍາມ​ຕູດ​ຊ້າຍ ຊ່າງ​ຄຳ​ກໍ​ເອົາ​ຕ້າງ​ຫູ​ທັງ​ຄູ່​ມາ​ຖວາຍ​ຈາກ​ນັ້ນນາງ​ເທວີ​ກໍ​ແຕ່ງ​ອົງ​ຊົງ​ເຄື່ອງ​ອອກ​ໄປ. ຂ້າ​ບໍລິ ພານ​ທັງຫຼາຍ​ກໍ​ແຫ່​ນາງ​ອອກ​ໄປ​ສູ່​ສະໜາມ​ຫຼວງ, ພະຍາ​ໃຈຮ້ອນ​ຮຸ່ມ​ແຕ່​ອົດ​ເອົາ​ເສຍ​ບໍ່​ໂກດ​, ເຮັດ​ໜ້າ​ສົດ​ໃສ​ງາມ​ນາງ​ເທວີ​ເຫັນ​ດັ່ງ ນັ້ນກໍ​ເລີຍ​ເບົາ​ໃຈ.​ ເມື່ອ​ເຂົາ​ເສບ​ດຸລິ​ຍົນ​ດົນຕີ​ແລ້ວ​ແທນ​ທີ່​ຈະ​ເປີດ​ພິທີ​ພະຍາ​ກັບ​ດຳ​ເນີນ​ການ​ໄຕ່​ສວນຄວາມ​ຜິດ​ຂອງ​ນາງ​ເທວີ​ວ່າ ”ດູລາ​ນາງ​ເທວີ​ໂສມ​ສີ​ເປັນ​ເອກ​ງາມ​ເຊກ​ເລກ​ໜຶ່ງ​ດຽວ​ເຈົ້າສັງ​ຖື​ກະຈອນ​ຕ້າງ​ແກ້ວ​ຫນ້າ​​ເອກ​ກິ່ງ​ດຽວນີ້ຈາ” ນາງ​ເທວີ​ຕົກຄະ​ມາ​ໃຈ​ລູບ​ເບິ່ງ​ຫູ​ແລ້ວ​ເວົ້າວ່າ”ຜູ້​ຂ້າ​ຖື​ຄົບ​ທັງ​ຄູ່​ນີ້​ເດ” ”ຢ່າ​ແກ້​ຕົວ​ເລີຍ”ພະ ຍາ​ຢ້ຳ​ເຈົ້າຖື​ແຕ່​ກິ່ງ​ດຽວ​ແຕ່​ທຳທ່າ​ວ່າ​ຖື​ທັງ​ຄູ່. ຕ້າງ​ກິ່ງ​ໜຶ່ງ​ນັ້ນ​ເຈົ້າ​ເອົາ​ໄປ​ໄວ້​ໃສ,​ ເຈົ້າ​ເຮັດ​ເຮ່ຍ​ທາງ​ໃດ​ຫຼື​ເຈົ້າ​ແບ່ງປັນ​ໃຫ້​ໃຜ?”. ຈາກ​ນັ້ນພະຍາ​ກໍ​ປ່າວ​ໃຫ້​ທຸກ​ຄົນຮູ້​ກ່ຽວ​ກັບ​ການ​ພົວພັນ​ລະ​ວ່າງ​ນາງ​ເທວີ​ກັບ​ຊາຍ​ຂີ້ທູດ​ທັງ​ຊູ​ຕ້າງ​ຫູ​ກິ່ງ​ໜຶ່ງ​ຂຶ້ນ​ເປັນ​ຫຼັກ​ຖານ​ໃຫ້​ເບິ່ງ. ນາງ​ເທວີ​ກົ້ມໜ້າ​ລົງ​ຕໍ່າ​ຮ່າງກາຍ​ສັນ​ສະທ້ານ​ເຫື່ອ​ ແລະ ​ໄຄ​ຄ້າວ​ໄຫຼ​ຊືມທົ່ວ​ຮ່າງ​ກາຍ​ນາງ​ຫັນ​ໃຈ​ຂັດ, ສິ່ງ​ທີ່​ກຽມ​ໄວ້​ເພື່ອ​ແກ້​ຕົວ​ຕໍ່​ພະຍານັ້ນຖືກ​ອັ້ນຢູ່​ໃນ​ຮູ​ຄໍ. ພະຍາ​ຈິ່ງ​ຫຼຽວ​ໜ້າ​ເຈລະຈາ​ດອມ​ສຽວສະຫວາດ​ວ່າ:”​ໂທດ​ອັນ​ນາງ​ທີ​ກະທຳນັ້ນຈະ​ເປັນ​ດັ່ງ​​ໃດ​ລື? ສຽວສະຫວາດ​ກາບ​ທູນ​ພະຍາ​ວ່າ: ”ອັນ​ໂທດ​ກຳນັ້ນກໍ​ໜ້າ​ລະ ອາຍ​ໜັກ​ໜາ​ ຊາ​ແຜ່ນດິນ​ແທ້​ແລ. ມັນ​ນຳ​ຄວາມ​ເສື່ອ​ມ​ເສຍ​ມາສູ່​ທຸກ​ຄົນ ທັງ​ຕົວ​ນາງ​ເອງ ທັງ​ມະຫາລາຊາ​ ທັງ​ແຜ່ນດິນ ​ແລະ ​ຊາວ​ປະ​ຊາ​ທັງ ຫຼາຍ. ຈະ​ປະຫານ​ນາງ​ເສຍ​ກໍ​ສົມຄວນ​ຢູ່​ດອກ​ ແຕ່​ວ່າ​ຂ້າ​ນາງ​ໄປ​ກໍ​ເສຍ​ຄົມ​ດາບ​ດາຍດອກ ຈະ​ຂ້ຽນ​ຕີ​ກໍ​ເສຍ​ເດຊາ​ນຸ ພາບ​ ຈະ​ຈັບ​ໃສ່​ຄອກ​ຂັງ​ກັງ​ຄາ​ຄອກ​ ຄຸກ​ກໍ​ຈະ​ເປື້ອນ ​ເຈົ້າພະຍາ​ກໍ​ຈະ​ເຈັບ​ຕາ​ປວດ​ໃຈອີກ​ອັນ​ໜຶ່ງ​ກໍ​ບໍ່​ມີ​ຜູ້​ໃດ​ຂັງ​ໃຈ​ໃຜ​ໄດ້ດອກ​ ແໜງ ວ່າ​ເພື່ອ​ຮັກສາ​ເດຊາ​ນຸພາບ​ເຮົາ​ທຳ​ຄວາມ​ດີ​ ມີ​ຈະຣິຍະ​ທຳ​ອັນ​ໜ້າ​ສັນລະ​ເສີນ​ດີກ​ວ່າ​ ຍັງ​ຈະ​ເຮັ​ດ​ໃຫ້​ນາງ​ຍອມຮັບ​ໂທດ​ກຳ​ອັນ​ໜ້າ​ລະອາຍ​ແລ້ວ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ສັດທາ​ບູຊາ​ມະຫາລາຊາ​ອີກ​ດ້ວຍ.” ພະຍາ​ຢາກ​ຮູ້​ຄຳ​ແນະນຳ​ຂອງ​ສຽວສະ ຫວາດ​ທັນທີ​ຈຶ່ງ​ຕັດ​ຖາມ​ວ່າ:”​ເຮັດ​ແນວ​ໃດ​ຈຶ່ງ​ຄວນ​ລື? ປະທານ​ສິ່ງ​ທີ່​ຈຳ​ເປັນ​ແກ່​ນາງ​ ແລ້ວ​ພາ​ໄປ​ປ່ອຍໄວ້​ທີ່​ຫ່າງ​ໄກຂອບ​ຈິ່ມ​ແດນ​ເມືອງ​ ໃຫ້​ນາງ​ດຳລົງ​ຊີບ​ຕາມ​ມັກ ​ແລະ​ ບໍ່​ໃຫ້​ນາງ​ສ້າງ​ຄວາມ​ເຊື່ອມ​ເສຍ​ໃຫ້​ມະຫາລາຊາ​ອີກ​ຕື່ມ” ພະ ຍາ​ເຫັນ​ດ້ວຍ​ກັບ​ຄຳ​ແນະນຳ​ຈິ່ງ​ສັ່ງ​ໃຫ້​ຂ້າ​ບໍລິວານ​ໄປ​ຈັດການ. ຫລັງ​ຈາກ​ໄຕ່​ສວນ​ແລ້ວ​ພະຍາ​ກໍ​ເປີດ​ງານ​ບຸນ. ຫຼັງ​ຈາກ​ພະຍາ​ຈຳປາ​ນະຄອນ​ໄດ້​ຈັດການ​ຄະດີ​ຂອງ​ນາງ​ເທວີ​ຕາມ​ຄຳ​ແນະນຳ​ຂອງ​ສຽວສະ ຫວາດ​ແລ້ວ, ຢູ່​ມາ​ວັນ​ໜຶ່ງ​ພະຍາ​ໄດ້​ຖາມ​ສຽວສະຫວາດ​ວ່າ:ສິ່ງ​ອັນ​ໃດ​ດົນ​ບັນ ດານ​ໃຫ້​ທ່ານ​ຕັດ ສິນ​ຄະດີ​ຂອງ​ນາ​ງ​ເທວີ​ດັ່ງນັ້ນ?​ ໃນ​ບູຮານ​ນະ​ການ​ກໍ​ມີ​ສັກຂີ​ນິທານ​ດັ່ງ​ນີ້​ຢູ່​ບໍ? ”ອັນວ່າ​ສັກຂີ​ນິທານ​ດັ່ງ​ນີ້​ກໍ​ມີ​ແທ້​ແລ,​ເວົ້າ​ແລ້ວ​ສຽວ​ສະ​ຫວາດ​ກໍ​ເລົ່າ​ນິທານ​ໃຫ້​ພະຍາ​ຟັງ. ພາຍ​ລຸນ​ມາ​ພະຍາ​ກໍ​ຫົດສົງ​ກຸລະ​ນາຣີ ຜູ້​​ໃໝ່​ໃຫ້​ເປັນ​ມະ​ເຫ​ສີ​ເທວີ​ແຫ່ງ​ຈຳປາ​ນະຄອນ. ນັບ​ແຕ່​ນັ້ນມາ​ພະຍາ​ກໍ​ຄອງ​ແຄ້ວ​ຈຳປາ​ນະຄອນ​ໄດ້​ຢ່າ​ງດີ ດວ້ຍ ທົງ​ຢູ່​ໃນ​ມົດ​ສະ​ພິລາ​ຊະ​ທຳ ​ແລະ​ ການ​ສະໜອງ​ງານ​ຂອງ​ມະຫາ​ມຸນຕີ​ສຽວສະຫວາດ, ບ້ານ​ເມືອງ​ຮຸ່ງ​ເຮືອງ​ເຫຼືອງ​​ເຫຼື້ອມ, ປະຊາ ຊົນ​ຢູ່​ດີ​ກິນ​ດີ ​ແລະ ​ນັບຖື​ລະບຽບ​ບ້ານ​ເມືອງ​ທຸກ​ປະການສືບ​ໄປ​ ຈົນ​ຊົ່ວ​ກາລະ​ນານ.

Powered by Create your own unique website with customizable templates.