ພຣະທິດາຂອງພະເຈົ້າພົມມະທັດຊຶ່ງມີພະນາມວ່າ ພຣະນາງສະມຸດທະຊາ ໄດ້ອະພິເສກສົມຣົດກັບພະຍານາກຜູ້ແປງກາຍເປັນມະນຸດ ຊື່ວ່າພຣະຕະຣົດກະສັດ ແຫ່ງນາກພິພົບມີພຣະໂອຮົດດ້ວຍກັນ 4ພຣະອົງຄື: ສຸທັດສະນະກຸມານ, ພຣະທັດຕະກຸມມານ, ສຸໂພຄະກຸມມານ ແລະ ອະຣິດທະກຸມມານ ເມື່ອພຣະໂອຣົດຈະເລີນເຕີບໂຕ ພຣະຍານາກຕະຮົດໄດ້ແບ່ງສົມບັດໃນນາກພິພົບໃຫ້ປົກຄອງກັນຄົນລະສ່ວນຄື: ທັດຕະກຸມມານໄປເຝົ້າພະບິດາເດືອນລະສອງຄັ້ງ ສ່ວນພະໂອຣົດອີສາມພະອົງເຝົ້າພຽງເດືອນລະຄັ້ງ ດ້ວຍສາເຫດທີ່ທັດຕະກຸມມານສະຫຼາດກວ່າຈິ່ງສະໜອງວຽກງານໄດ້ຫຼາຍກວ່າ ຄັ້ງທ້າວວິຣູປັກ ພາພວກນາກຂຶ້ນໄປເຝົ້າພະອິນເທິງສະຫັວນຊັ້ນດາວະດຶງທັດຕະກຸມມານກໍຕາມສະເດັດໄປນຳ ໃນເວລານັ້ນເຫຼົ່າເທວະດາແກ້ຂໍ້ສົງໄສຂອງພະອິນບໍ່ໄດ້ ທັດຕະກຸມມານ ຈິ່ງອາສາຂໍສະແດງຄວາມສາ ມາດເຮັດໃຫ້ພະອິນໂປດປານ ແລະ ປະທານຊື່ໃຫ້ວ່າ: ພູຣິທັດກຸມມານ ແປວ່າກຸມມານຜູ້ມີປັນຍາ ກ້ວາງຂວາງດຸດແຜ່ນດິນ ແລະ ເມື່ອໄດ້ໄປເຫັນສະຫວັນ ພູຣິທັດມີຄວາມຮູ້ສຶກຢາກເກີດເປັນເທວະດາທີ່ຈະໄດ້ຢູ່ເທິງສະຫວັນ, ເມື່ອເຄີຍໄດ້ຮູ້ວ່າຢາກໄປເກີດເປັນເທວະດາຕ້ອງຮັກສາສິນ ພູຮິທັດຈິ່ງກາບທູນຂໍອານຸຍາດບິດາມານດາ ແລະ ພະຊາຍາ ຂຶ້ນມາຮັກສາສິນຢູ່ເທິງໂລກມະນຸດ ພູຮິທັດກຸມມານຮັກສາສິນໄດ້ຢ່າງເຄັ່ງຄັດ ອາທິຖານຈິດໄວ້ວ່າ: ໜັງ ເອັນ ກະດູກ ເລືອດຂອງເຮົາ ຫາກໃຜຕ້ອງການກໍຈົ່ງເອົາໄປເຖີດ ເຮົາຈະບໍ່ຫວງ ບໍ່ປ້ອງກັນ ຍິນດີຍອມສະຫຼະໃຫ້ ພູຣິທັດຈຳສິນຢູ່ທີ່ນັ້ນເປັນເວລາປົກ ກະຕິສຸກສະເໝີມາ.
ມີນາຍພານສອງພໍ່ລູກມາຈາກເມືອງພະຣານະສີອອກຫາລ່າສັດມາຕາມແຄມແມ່ນ້ຳ ມາເຖິງບ່ອນພະພູຣິທັດຈຳສິນຢູ່ກໍເຫັນຮອຍຕີນສັດນາໆຊະນິດ ລົງໄປກິນນ້ຳໃນແມ່ນໍ້າຈິ່ງເຝົ້າມອງດູເບິ່ງ ພານສອງພໍ່ລູກໄດ້ຍິນສຽງເພງບັນເລງຈິ່ງຮູ້ວ່າພວກນາກມາຖວາຍສັກກາຣະແດ່ ພູຣິທັດກຸມມານ ທັງສອງຈິ່ງເຂົ້າໄປຫາພູຮິທັດກຸມມານແລ້ວຖາມເຖິງເລື່ອງລາວ ພູຣິທັດເລົ່າຄວາມເປັນມາດ້ວຍທ່າທາງທີ່ເປັນມິດຕໍ່ນາຍພານທັງສອງແລ້ວຈິ່ງສົ່ງພານທັງສອງພໍ່ລູກໄປນາກພິພົບທາງສາຍນ້ຳວົນ ເມື່ອມາເຖິງນາກພິພົບທັງສອງໄດ້ຮັບການຕ້ອນຮັບເປັນຢ່າງດີ ສ່ວນພູຣິທັດກຸມມານ ກໍສະເດັດກັບໄປຈຳສິນຢູ່ທີ່ເດີມ ຕໍ່ມາມີພາມຄົນໜຶ່ງ ຊື່ອາລຳພາຍ ໄດ້ຮຽນເວດມົນການຈັບງູມາຈາກຣືສີຕົນໜຶ່ງ ອຳນາດມົນຊ່ວຍໃຫ້ໄດ້ແກ້ວວິເສດມາຈາກນາງນາກ ພາມເດີນໃຊ້ເວດມົນມາເລື້ອຍໆ ຈົນມາພົບພານສອງພໍ່ລູກ ພານພໍ່ເຫັນລູກແກ້ວວິເສດເກີດຢາກໄດ້ຈິ່ງຂໍແກ້ວວິເສດຈາກພາມຄົນນັ້ນ ຝ່າຍພາມກໍຍິນດີແຕ່ຕ້ອງມີຂໍ້ແລກປ່ຽນຄືໃຫ້ບອກທີ່ຢູ່ຂອງພະຍານາກ ຝ່າຍພານລູກບໍ່ພໍໃຈທີ່ບິດາອະກະຕັນຍູຈິ່ງໄດ້ໜີໄປບວດເປັນຮືສີ ເມື່ອພາມໄປເຖິງທີ່ຢູ່ຂອງພະຍານາກຕາມຕ້ອງການແລ້ວ ພານພໍ່ກໍໄດ້ແກ້ວວິເສດຈາກພາມ ແຕ່ແລ້ວແກ້ວວິເສດກໍໄດ້ຫລຸດອອກຈາກມືຂອງເຂົາຈົມຫາຍລົງໄປໃນນາກພິພົບ ພາມອາລຳພາຍ ທຳພິທີໃຊ້ເວດມົນຈັບພູຣິທັດເຮັດໃຫ້ພະຍານາກພູຣິທັດ ສະເຫວີຍທຸກຄະເວດທະນາແສນສາຫັດແຕ່ພະຍາຍາຂົ່ມໃຈບໍ່ໂກດເຄືອງເພື່ອຮັກສາສິນໄວ້ ພາມຈັບພູຣິທັດໃສ່ຖົງມັດເຖົາວັນແລ້ວເດີນທາງໄປທີ່ຕ່າງໆເພື່ອສະແດງໃຫ້ພະເຈົ້າພະຣານະສີທອດພະເນດຢູ່ທີ່ປະຕູເມືອງ ຂະນະນັ້ນສຸທັດສະນະກຸມມານຜູ້ເປັນອ້າຍປອມຕົວເປັນຣືສີ ແລະ ນາງນາກອັດຈະມຸຄີປອມເປັນລູກຂຽດ ສຸທັດສະນະກຸມມານຈິ່ງທ້າທາຍໃຫ້ພາມນຳພູຣິທັດນາກໃຫ້ມາສູ້ກັບຂຽດຂອງຕົນພາມຮັບຄຳທ້າ ແລ້ວຂຽດກໍຄາຍພິດອອກມາສາມຢົດໃສ່ຝ່າມືຣືສີແປງອາຍພິດໄດ້ຖືກຜິວໜັງຂອງພາມເຮັດໃຫ້ກາຍເປັນໂລກເຮື້ອນທັນທີ ພາມຕົກໃຈຢ້ານກົວຈິ່ງຍອມປອຍພະຍານາກພູຣິທັດນາກ ເມື່ອພະຍານາກພູຣິທັດໄດ້ຮັບອິດສະຫຼະພາບແລ້ວ ກໍສະແດງຣິດແປງຮ່າງເປັນມະນຸດມີເຄື່ອງຊົງສວຍງາມດ້ວຍການບຳເພັນສິນບາຣະມີຂັ້ນສູງສຸດເຖິງຈະຖືກທໍລະມານຈົນເກືອບ ຕາຍກໍບໍ່ທຳຮ້າຍຕໍ່ຜູ້ທີ່ທໍລະມານນັ້ນ ຟ່າຍພະເຈົ້າພະຣານະສີເມື່ອຊົງຊາບວ່າພະຍານາກເປັນພະໂອຣົດຂອງພະນາງສະມຸດທະຊາ ຜູ້ເປັນພະທິນີຂອງພະອົງກໍດີພະໄທ ຊົງໂອບກອດຫຼານດ້ວຍຄວາມຍິນດີຫລັງຈາກນັ້ນຈິ່ງແຍກຍ້າຍກັບວິຫານສະຖານຂອງຕົນ.ນາງສະມຸດທະຊາຢູ່ໃນເມືອງນາກ ຈົນສິ້ນອາຍຸໄຂ ສວ່ນພູຮິທັດ ແລະບໍຣິວານ ເມືອສິ້ນອາຍຸສັງຂານແລ້ວ ໄດ້ໄປບັງເກີດໃນສະຫວັນອັນເຕັມໄປດ້ວຍບໍລົມສຸກທຸກຖ້ວນໜ້າ.