"ມໍລະດົກລ້ານຊ້າງ ຫລວງພຣະບາງ"
ໜ້າປື້ມຂອງຂອ້ຍ
  • ທຳອິດ
  • ວັດຕ່າງໆໃນຫລວງພຣະບາງ
  • ຮີດຄອງປະເພນີ
  • ແຫລ່ງທຳມະຊາດ
  • ບົດກອນສອນໃຈ
  • ສາລະຄວາມຮູ້
  • ນິທານຊາດົກ
    • 2. ພຣະຊະນົກ
    • ເລື່ອງ ສຽວສະຫວາດ
    • ເລື່ອງ ປູ່ເຍີ
    • ເລື່ອງ ທ້າວ ຈັນທະພານິດ
    • ເລື່ອງ ພູທ້າວ ແລະ ພູນາງ
  • ຕິດຕໍ່
        ຄັ້ງອາ​ດີດ​ຕະການ​ເມື່ອ​ພະພຸດທະ​ເຈົ້າ​ເປັນ​ພະ​ໂພທິສັດ​ສະ​ເຫວີຍ​ຊາດ​ເປັນ​ພະສຸ​ວັນນະ​ສາມ ມີ​ເລື່ອງ​ເລົ່າ​ວ່າ​ຊາຍ​ໜຸ່ມ​ຊື່ ທຸ​ກຸນຣະ ກັບ​ ຍິງ​ສາວ​ຊື່ ປາຣິກາ ທັງ​ສອງ​ເປັນ​ລູກ​ຂອງ​ນາຍພານ​ ແລະ ​ຖືກ​ບັງຄັບ​ໃຫ້​ແຕ່ງງານ​ກັນ ​ແຕ່​ຊາຍ​ໜຸ່ມ​ ແລະ ​ຍິງ​ສາວ​ບໍ່​ຕ້ອງການ​ ເພາະ​ເຫັນ​ວ່າ ການ​ມີ​ຄູ່​ເປັນ​ທຸກ​ແຕ່​ບໍ່​ສາມາດ​ຫລີກ​ລຽງ​ໄດ້ ​ເມື່ອ​ແຕ່ງງານ​ແລ້ວ ຈິ່ງ​ຊວນ​ກັນ​ອອກບວດ​ເປັນຣືສີ​​ ແລະ ຣືສີ​ນີ ​ໃນ​ປ່າ​ຫິມະພານ ​ແຕ່​ເຂົາ​ທັງ​ສອງ​ກໍ່​ບໍ່​ເຄີຍ​ຄິດ​ເລີຍ​ທີ່​ຈະ​ລ່ວງ​ລະ​ເມີດ​ປະ​ເວ​ນີກັນ. ພະ​ອິນ​ຢູ່ທີ່​ສວງ​ສະຫວັນ​ຊົງ​ເບິ່ງ​ເຫັນ​ວ່າ​ໃນ​ອະນາຄົດ​ຮື​ສີ​ທັງ​ສອງ​ຈະ​ຕາບອດ​ຊີວິດ​ຈະ​ລຳບາກ​ເພາະ​ບໍ່​ມີ​ຄົນ​ເບິ່ງ​ແຍງ​ດູ​ແລ ຈິ່ງ​ບອກ​ໃຫ້​ຮື​ສີ​ທຸ​ກຸນຣະລູບ​ທ້ອງຂອງຣືສີນີປາຣິກາ​​ໃນ​ເວລາ​ນາງ​ຈະ​ມີ​ລະດູ​ຄົບຮອບ​ເດືອນ ໃຫ້​ມີ​ລູກທັງ​ສອງ​ເຫັນ​ວ່າ​ບໍ່​ໄດ້ປະ​ພຶດພົມມະຈາລີຈິ່ງ​ປະຕິບັດ​ຕາມ ຕໍ່​ມາ​ບໍ່​ນານຣືສີ​ນີປາຣິກາ​ຈິ່ງ​ຕັ້ງຄັນ ​ແລະ​ ຄອດ​ບຸດ​ອອກ​ມາ​ເປັນ​ຊາຍ​ຊື່ວ່າ ສຸວັນນະ​ສາມ. ສຸວັນນະ​ສາມ​ເປັນ​ເດັກ​ມີ​ບຸນ ​ຈິດ​ໃຈດີ​ມີ​ເມດ​ຕາ ສັດ​ໃນ​ປ່າ​ກໍ່ລ້ວນ​ແຕ່​ເປັນ​ມິ​ດຂອງ​ສຸວັນນະ​ສາມໝົດທັງ​ສິ້ນ. ວັນ​ໜຶ່ງ​ພໍ່​ແມ່​ຂອງ​ສຸວັນນະ​ສາມ​ອອກ​ໄປ​ຫາ​ເກັບ​ໝາກ​ໄມ້​ຄະນະ​ເດີນທາງ​ກັບ​ກໍ​ເກີດ​ມີ​ຝົນຕົກ​ໜັກ ທັງ​ສອງ​ຈິ່ງ​ລົບ​ຝົນ​ໄປ​ຊົ້ນຢູ່ທີ່​ຈອມ​ປວກ​ກ້ອງ​ຫົ່ມ​ໄມ້ແຫ່ງ​ໜຶ່ງ ທັນ​ໃດ​ນັ້ນງູ​ເຫົ່າ​ໄດ້​ອອກ​ມາ​ຈາກ​ຈອມປວກ​ແລ້ວ​ກໍ​ພົ່ນ​ພິດ​ໃສ່​ເຮັດ​ໃຫ້​ທັງ​ສອງ​ຕາບອດ​ທັນທີ, ສຸວັນນະ​ສາມ​ເປັນ​ຫ່ວງ​ພໍ່​ແມ່​ຫລາຍ​ຈິ່ງ​ໄດ້​ອອກ​ໄປ​ຕາມ​ຊອກ​ຫາພົບ​ວ່າ​ທັງ​ສອງ​ຕາບອດ​ເສຍ​ແລ້ວ. ສຸວັນນະ​ສາມ​ເສຍ​ໃຈ​ຫລາຍ​ຈິ່ງ​ຮ້ອງ​ໄຫ້​ເພາະ​ສົງ​ສານ​ແລ້ວ​ກໍ​ຫົວ​ອອກ​ມາ​ດ້ວຍ​ຄວາມ​ດີ​​ໃຈ​ທີ່​ຈະ​ໄດ້​ລ້ຽງ​ດູ​ພໍ່ແມ່​ຢ່າງ​ເຕັມທີ, ຕອນ​ນັ້ນສຸວັນນະ​ສາມ​ມີ​ອາຍຸ​ໄດ້ 16 ປີ . ສຸວັນນະ​ສາມ​ຕັ້ງ​ໃຈ​ເຝົ້າບົວລະ ບັດຮັບ​ໃຊ້​ພໍ່​ແມ່​ຢ່າງ​ໃກ້ສິດ​ແລະ​ມີ​ຄວາມສຸກ​ຕະຫລອດ​ມາ.

ສຸວັນນະ​ສາມ​ໄດ້​ມັດ​ເຊືອກ​ເນັ່ງຈາກ​ສາລາ​ໄປ​ສະຖານ​ທີ່​ຕ່າງໆ​ເຊັ່ນ:ບ່ອນ​ຖ່າຍໜັກ​ແລະ​ຖ່າຍ​ເບົາ,ບ່ອນ​ພັກຜ່ອນ​ກາງ​ເວັນ​ແລະ​ບ່ອນພັກ ຜ່ອນ​ກາງຄືນ,ບ່ອນ​ຍ່າງ​ຈົງກົມ​ເພື່ອ​ເປັນ​ຮາວ​ໃຫ້​ແກ່​ບິດາ​ມານ​ດາ​ຂອງ​ຕົນ​ໄດ້​ຈັບ​ກ້າວ​ເດີນ​ໄປ. ສຸວັນນະ​ສາມ​ໃຫ້​ພໍ່​ແມ່​ຂອງ​ຕົນ​ໄດ້​ແອບ​ຝຶກ​ຈັບ​ຍ່າງ​ໄປ​ຕາມ​ສະຖານ​ທີ່​ຕ່າງໆຈົນ​ຊິນ​ເຄີຍ ​ແລ້ວ​ບອກ​ໃຫ້​ພໍ່​ແມ່​ສະບາຍ​ໃຈ​ ແລະ​ ໃຫ້​ຢູ່​ຢ່າງ​ບໍ່​ຕ້ອງ​ກັງວົນ​ໃຈ. ບິດາ​ມານ​ດາ​ມີ​ຄວາມ​ຮູ້ສຶກ​ຕື້ນ​ຕັນ​ໃຈ ​ແຕ່​ໃນ​ຂະນະ​ດຽວ​ກັນ​ຈິ່ງ​ຮູ້ສຶກ​ສົງສານ​ລູກ​ທີ່​ຕ້ອງ​ມາ​ຮັບ​ພາລະ​ອັນ​ຍິ່ງ​ໃຫຍ່​ຄືລ້ຽງ​ດູ​ບິດາ​ມານ​ດາ.

ວັນ​ໜຶ່ງ​ພະ​ເຈົ້າກະບິນຣະຍັກຣາຊາ​ແຫ່ງ​ເມືອ​ງພະຣານະ​ສີສະ​ເດັດ​ປະພາດ​ອອກ​ໄປ​ລ່າ​ສັດ​ຢູ່​ທີ່​ປ່າ​ຫິມະພານ​ຕາມ​ລຳພັງ​ຈິ່ງ​ໄດ້​ເຫັນ​ສຸວັນ ນະ​ສາມ​ກຳລັງ​ຕັກ​ນ້ຳ​ໃຫ້ຝູງໝູ່ກວາງທີ່​ກຳລັງ​ກິນນ້ຳຢູ່​ແລ້ວ​ສົງ​ໄສ​ວ່າ​ເປັນ​ເທວະ​ດາ​ຫລື​ວ່າ​ນາກ​ ຈິ່ງ​ໄດ້​ຍິງ​ທະນູ​ໃສ່​ຖືກ​ຂ້າງ​ຂອງ​ສຸວັນນະ​ສາມ​ເຮັດ​ໃຫ້​ສຸວັນນະ​ສາມ​ລົ້ມລົງ​ເລືອດ​ໄຫລ​ນອງ​ເຕັມ​ພື້ນ​ດິນ ​ຝູງ​ສັດ​ກໍ​ສະ​ເດີ​ດຕື່ນ​ແລ່ນ​ໜີ​ໄປໝົດ ພະ​ຣາຊາ​ກະບິນຣະ ຍັກ ອອກ​ມາ​ເບິ່ງ​ແລ້ວ​ແນະນຳ​ຕົນ​ເອງ​ຕໍ່​ສຸວັນນະ​ສາມ. ສ່ວນ​ສຸວັນນະ​ສາມ​ຈິ່ງ​ໄດ້​ກາບ​ທູນ​ເຖິງ​ຄວາມ​ເປັນ​ຫ່ວງ​ບິດາ​ມານ​ດາ​ວ່າ ຖ້າ​ຕົນ​ເອງ​ຕາຍ ​ແລ້ວ​ບິດາ​ມານ​ດາ​ຈະ​ຕ້ອງ​ທຸກ​ກໍ​ຕ້ອງ​ລຳບາກ​ເພາະ​ບໍ່​ມີ​ຄົນ​ເບິ່ງ​ແຍງ​ດູ​ແລ, ສ່ວນ​ພະ​ຣາຊາ​ຮູ້​ວ່າ​ຕົນ​ເອງ​ມີ​ຄວາມ​ຜິດ​ຢ່າງ​ຍິ່ງ​ທີ່​ໄດ້​ກະທຳ​ລົງ​ໄປ​ຈິ່ງ​ໄດ້​ໃຫ້​ສັດ​ຈະ​ສັນຍາຕໍ່​ສຸວັນນະ​ສາມ​ວ່າຈະ​ເບິ່ງ​ແຍງ​ດູ​ແລ​ພໍ່​ແມ່່​ໃຫ້​ດີ​ທີ່​ສຸດ. ​ແລ້ວ​ຖາມ​ທາງ​ໄປ​ສາລາ ຈາກ​ນັ້ນສຸວັນນະ​ສາມ​ກໍ່​ສະ​ລົບ​ໄປ. ພະຣາຊາ​ກໍ່​ໄດ້​ສາລະພາບ​ທີ່​ຕົນ​ເອງ​ມີ​ຄວາມ​ຜິດ​ຕໍ່ຣືສີ​ທັງ​ສອງ. ຣືສີ​ທັງ​ສອງບໍ່​ໄດ້​ຄິດ​ຄຽດ​ແຄ້ນ​ແຕ່​ຢ່າງ​ໃດ, ​ແຕ່​ກໍ​ຮ້ອງ​ໄຫ້​ດວ້ຍຄວາມທຸກ​ໂສກ​ແລ້ວ​ຂໍ​ໃຫ້​ຊ່ວຍ​ພາ​ໄປ​ຫາ​ສຸວັນນະ​ສາມ ​ເມື່ອ​ໄປ​ເຖິງ​ນາງ​ປາຣິກາຣືສີ​ນີລູບຄຳ​ເບິ່ງ​ກໍ​ຮູ້​ວ່າ​ສຸວັນນະ​ສາມ​ຍັງ​ບໍ່​ຕາຍ​ຈິ່ງ​ຕັ້ງສັດຈະ​ອາ​ທິ ຖານ​ຂໍ​ໃຫ້​ຢາ​ພິດ​ໄດ້​ເຫືອດ​ຫາຍ​ໄປ​ຈາກ​ຮ່າງກາຍ​ຂອງ​ລູກ​ຊາຍ​,​ ໃນຂະນະ​ນັ້ນ​ເທບ​ທິດາ​ສູນ​ທະ​ລີ​ຊຶ່ງ​ເຄີຍ​ເປັນ​ມານ​ດາ​ຂອງ​ສຸວັນນະ​ສາມ​ ແຕ່​ຊາດ​ອາ​ດີດ​ມາ​ແລ້ວ​ເຖິງ​ເຈັດ​ຊາດ ​ແລະ​ ຄອຍ​ຄຸ້ມຄອງ​ຊ່ວຍ​ເຫຼືອສຸວັນນະ​ສາມ​ຢູ່ ກໍ​ກາບ​ຄຳ​ສັດຈະ​ອາທິ​ຖານ ສຸວັນນະ​ສາມ​ຈິ່ງ​ຟື້ນ​ຂຶ້ນ ມາ​ຢ່າງ​ໜ້າ​ອັດສະຈັນ ອີກ​ຍັງ​ເຮັດ​ໃຫ້​ດວງ​ຕາ​ຂອງ​ພໍ່​ແລະ​ແມ່​ຫາຍ​​ເປັນ​ປົກກະຕິ ທັງ​ສີ່​​ມີ​ຄວາມ​ດີ​ອົກ​ດີ​ໃຈ​ຫຼາຍ​ແລ້ວ​ກັບ​ໄປ​ທີ່​ສາລາ. ສຸວັນ ນະ​ສາມ​ກາບ​ທູ​ນພະຣາຊາ​ໃຫ້​ຕັ້ງຢູ່​ໃນ​ສິນ​ກິນ​ໃນ​ທຳ ພະຣາຊາ​ຈິ່ງ​ນ້ອມ​ຮັບ​ເອົາ​ຄຳເວົ້າຂ​ອງສຸວັນນະ​ສາມ​ໄປ​ປະຕິບັດ​ຕາມ​ ແລ້ວ​ຂໍ​ຂະ​ມາ​ສຸວັນນະ​ສາມ ຈາກ​ນັ້ນກໍ​ອຳ​ລາຣືສີ​ແລະຣືສີ​ນີກັບ​ໄປ​ທີ່​ພະນະ​ຄອນຂອງ​ຕົນ ພະ​ຣາຊາ​ກະບິນຣະຍັກ​ຊົງ​ບຳ​ເພັນ​ກຸສົນ​ຕ່າງໆຕະ ຫລອດ​ຈົນ​​ເຖິງພະ​ຊົນ​ຊີ​ບ ຝ່າຍ​ສຸວັນນະ​ສາມ​ແລະ​ບິດາ​ມານ​ດາ​ກໍ​ຕັ້ງ​ໃຈ​ຈະ​ເລີ​ນບຳ​ເພັນ​ທຳຈົນ​ໄດ້​ຊານ​ຊະ​ມາ​ບັດຢູ່​ມາ​ຈົນ​ຄວນ​ແກ່​ອາຍຸ​ໄຂ​ແລ້ວ​ໄປ​ເກີດ​ໃນ​ພົມມະ​ໂລກ.

                                                            4. ພຣະເນມີຣາດ
    ເມື່​ອຄັ້ງອາ​ດີດ​ຍັງ ​ຕະການ​ຍັງມີພະ​ເຈົ້າ​ເນ​ມີຣາດ​ເປັນຣາຊາ​ທີ່​ສືບ​ເຊື້ອສາຍ​ຮາ​ຊວົງ​ມາ​ ແຕ່ພະຣາຊາ​ມະຄະ​ເທວະ ພະ​ອົງ​ສືບຮາດ​ຊະ​ສົມບັດ​ທີ​ເມືອງ​ມິ​ຖິລາ​ແຄວ້ນ​ວິ​ເທຫະ ​ເມື່ອ​ຊົງ​ຈະ​ເລີ​ນ​ເຕີບ​ໂຕ​ຂຶ້ນກໍຊົງ​ຍິນ​ດີ​ໃນ​ການ​ບໍລິຈາກ​ທານ​ແລ​ ະຮັກສາ​ສິນ ພະຣາຊາ​ເນ​ມີຣາດສັ່ງ​ໃຫ້​ສ້າງ​ໂຮງ​ທານ​ຢູ່​ທີ່​ທ່າມການ​ເມືອງ​ແລະ​ທີ່​ປະຕູ​ ອ້ອມ​ພະນະ​ຄອນ. (ອ່ານຕໍ່...)

Powered by Create your own unique website with customizable templates.