ເມື່ອຄັ້ງອາດີດຍັງຕະການຍັງມີພະເຈົ້າເນມີຣາດເປັນຣາຊາທີ່ສືບເຊື້ອສາຍຮາຊວົງມາແຕ່ພະຣາຊາມະຄະເທວະ ພະອົງສືບຮາດຊະສົມບັດທີເມືອງມິຖິລາແຄວ້ນວິເທຫະ ເມື່ອຊົງຈະເລີນເຕີບໂຕຂຶ້ນກໍຊົງຍິນດີໃນການບໍລິຈາກທານແລະຮັກສາສິນ ພະຣາຊາເນມີຣາດສັ່ງໃຫ້ສ້າງໂຮງທານຢູ່ທີ່ທ່າມການເມືອງແລະທີ່ປະຕູອ້ອມພະນະຄອນ. ພະອົງຊົງສະຫລະຣາຊສົມບັດເພື່ອໃຊ້ຈ່າຍໃນການບຳເພັນທານທຸກວັນຊົງຮັກສາສິນຫ້າແລະໂບສົດເລື້ອຍໆມາ ຊາວເມືອງກໍພາກັນເຮັດບຸນໃຫ້ທານຮັກສາສິນເຊັ່ນກັນ, ຊາວເມືອງເຫລົ່າ ນັ້ນເມື່ອຕາຍໄປແລ້ວກໍໄປເກີດຢູ່ສະຫວັນຊັ້ນຕ່າງໆ ແລະ ຕ່າງຄົນກໍເວົ້າຍ້ອງຍໍສັນລະເສີນພະກຽດຕິກຸນຂອງພະເຈົ້າເນມີຣາດໃຫ້ຖວາຍເທບເທວາຟັງ. ຢູ່ມາວັນໜຶ່ງພະເຈົ້າເນມີຣາດຊົງສົງໄສຢູ່ວ່າຄວາມດີທີ່ພະອົງຊົງບຳເພັນຢູ່ນັ້ນຄືການໃຫ້ທານກັບການຮັກສາສິນຢ່າງໃດມີຜົນຫລາຍກວ່າກັນ, ເຖິງເວລາໃກ້ຈະຮຸ່ງຂອງວັນ15ຄໍ່າວັນໜຶ່ງ ພະອິນໄດ້ສະເດັດມາຫາພະອົງທີຫ້ອງບັນທົມ ແລ້ວພະເຈົ້າເນມີຣາດຈິ່ງຖາມຂໍ້ສົງໄສ, ພະອິນຊົງຕອບວ່າ: ການຮັກສາສິນມີຜົນຫລາຍກວ່າການໃຫ້ທານ ການໃຫ້ທານສົ່ງຜົນໄປໃຫ້ເກີດແຕ່ເທິງສະຫວັນ, ແຕ່ການຮັກສາສິນສົ່ງຜົນໃຫ້ໄປເກີດທີ່ພົມມະໂລກ, ແທ້ຈິງແລ້ວການໃຫ້ທານແລະການຮັກສາສິນຕ່າງກໍເປັນການສ້າງຄວາມດີ ຈິ່ງຄວນເຮັດທັງສອງຢ່າງຄວບຄູ່ກັນໄປ. ເມື່ອພະອິນກັບໄປເຖິງສະຫວັນຊັ້ນດາວະດິງຈິ່ງຕັດເລົ່າເລື່ອງຂອງພະເຈົ້າເນມີຣາດໃຫ້ເທວະດາທັງຫລາຍຟັງ, ເທວະດາທັງຫລາຍຈິ່ງຂໍອັງເຊີນໃຫ້ພະເຈົ້າເນມີຣາດສະ ເດັດຂຶ້ນມາເທິງສະຫັວນ ຊັ້ນດາວະດິງ, ພະອິນກໍຊົງມີບັນຊາໃຫ້ມາຕະລີເທບພະບຸດມາຮັບພະເຈົ້າເນມີຣາດສະເດັດໄປທີ່ສະ ຫວັນຊັ້ນດາວະດິງ. ພະເຈົ້າເນມີຣາດຊົງຮັບຄຳເຊີນ ແລະ ກໍໄດ້ອຳລາພະຣາຊບໍຣິພານສະເດັດຂຶ້ນນັ່ງທີ່ເວຊຍັນຣາດຊະຣົດ. ກ່ອນເຖິງສະຫວັນຊັ້ນດາວະດິງມາຕະລີເທບພະບຸດກໍໄດ້ນຳພາພະເຈົ້າເນມີຣາດ ສະເດັດທ່ຽວຊົມນະຣົກກ່ອນ, ມາຕະລີເທບພະບຸດບັນດານໃຫ້ນະຣົກຂຸມຕ່າງໆປະກົດໃຫ້ພະເຈົ້າເນມີຣາດໄດ້ເຫັນໃນເວລາດຽວກັນເນື່ອງຈາກເວລາບໍ່ພໍທີ່ຈະຊົມນະຣົກທັງ 16 ຂຸມ. ຫລັງຈາກຂັບເວດຊະຍັນຣາຊຣົດນຳພະເຈົ້າເນມີຣາດທ່ຽວຊົມຂຸມນະຣົກແລ້ວມາຕະລີເທບພະບຸດກໍນຳໄປຊົມສະຫວັນໄດ້ພົບວິມານຂອງນາງເທບທິດາອາລຸນີກ່ອນເປັນອັນດັບທຳອິດ ວິມານນັ້ນເປັນແກ້ວມະນີກ້ວາງໃຫຍ່ໄດ້12ສອງໂຍດ ມີຍອດປະດັບດ້ວຍແກ້ວມະນີ ໃນບໍລິເວນຂອງວິມານນັ້ນມີສວນແລະສັດໂບຄະຣະນີໜ້າຊື່ນຊົມ, ຈາກນັ້ນມາຕະລີເທບພະບຸດກໍຂັບເວຊະຍັນຣາຊຣົດນຳພະເຈົ້າເນມີຣາດໄປທ່ຽວຊົມວິມານອົງອື່ນໆມີເທບພະບຸດແລະເທບທິດາເຈົ້າຂອງວິມານອອກມາຕ້ອນຮັບແລ້ວບອກຜົນບຸນຕ່າງໆທີຕົນເອງໄດ້ກະທຳມາແຕ່ຊາດດີດໃຫ້ພະເນມີຣາດໄດຮັບຟັງ ມາຕະລີເທບພະບຸດກໍບັນດານໃຫ້ສະຫວັນຊັ້ນຕ່າງຕ່າງປະກົດແລ້ວກໍຟ້າວນຳພະເຈົ້າເນມີຣາດສະເດັດໄປເຝົ້າພະອິນທີ່ສຸທຳມາເທວະສະພາຕາມພະບັນຊາຂອງພະອິນ. ພະເຈົ້າເນມີຣາດໄດ້ກ່າວທຳໃຫ້ເຫລົ່າເທວະດາທັງຫລາຍໄດ້ຟັງຕິດຕໍ່ກັນເຖິງເຈັດວັນ ຈາກນັ້ນພະອົງໄດ້ກ່າວສັນລະເສີນພະຄຸນຂອງມາຕະລີເທບພະບຸດທີ່ໄດ້ພາຕົນເອງຊົມນະຣົກແລະສະຫວັນແລ້ວທູນລາພະອິນກັບໂລກມະນຸດ. ໝູ່ອຳມາຣາດຊະບໍລິພານແລະຊາວເມືອງຕ່າງກໍທູນຂໍໃຫ້ພະເນມີຣາດເລົ່າສິ່ງທີ່ຕົນເອງເຫັນໃຫ້ພວກເຂົາຟັງ, ພະເຈົ້າເນມີຣາດຊົງເລົ່າໃຫ້ຟັງເມື່ອໄດ້ຟັງເລື່ອງນະຣົກສະຫວັນແລ້ວທຸກຄົນຕ່າງກໍມີຈິດໃຈຍຶດ ໝັ້ນທຳຄວາມດີຢູ່ໃນບຸນກຸສົນຂອງຕົນຂຶ້ນຫລາຍກວ່າເກົ່າສະເໝີມາ. ຝ່າຍພະເຈົ້າເນມີຣາດຊົງສະເຫວີຍຣາດໂດຍຜາສຸກສືບມາ, ຈົນວັນໜຶ່ງພະອົງຊົງເຫັນເສັ້ນຜົມຂອງຕົນຫງອກຂາວອອກມາເສັ້ນໜຶ່ງຈິ່ງເຂົ້າໃຈໃນຄວາມບໍ່ທ່ຽງແທ້ຂອງສັງຂານ, ພະອົງຈິ່ງຊົງອອກບວດຕາມບູຮານຣາຊປະເພນີແລ້ວຈະເລີນພົມວິຫານ 4 (ເມດຕາ ກະຣຸນາ ອຸເບກຂາ ແລະ ມຸທິຕາ) ຈົນສຳເລັດຊານຊະມາບັດຄັນຕໍ່ກາລະນານ ກໍໄດ້ເຖິງຊີວິດຕັກກະໄສໄປບັງເກີດໃນພົມມະໂລກ.